ເຢເຣມີຢາ 51:25 - ພຣະຄຳພີສັກສິ25 ພຣະເຈົ້າຢາເວກ່າວວ່າ, “ບາບີໂລນເອີຍ ເຈົ້າເປັນດັ່ງພູໜ່ວຍໜຶ່ງທີ່ທຳລາຍທົ່ວທັງໂລກ, ເຮົາເປັນສັດຕູຂອງເຈົ້າ ເຮົາຈະຢຶດເຈົ້າໄວ້, ກວາດເຈົ້າລົງກ້ຽງໃຫ້ພຽງດິນ ແລະປະເຈົ້າໃຫ້ເປັນຂີ້ເຖົ່າ. Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.