Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:24 - ພຣະຄຳພີສັກສິ

24 ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ຈະ​ເຫັນ​ເຮົາ​ແກ້ແຄ້ນ​ບາບີໂລນ ກັບ​ປະຊາຊົນ​ຂອງ​ປະເທດ​ນີ້​ສຳລັບ​ຄວາມ​ຊົ່ວຊ້າ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ນະຄອນ​ເຢຣູຊາເລັມ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:24
25 Jak'a apnaqawi uñst'ayäwi  

ເປັນຫຍັງ​ບັນດາ​ຊົນຊາດ​ຈຶ່ງ​ຖາມ​ຂ້ານ້ອຍ​ວ່າ, “ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ?” ຂໍ​ຊົງ​ໂຜດ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ເຫັນ​ແດ່ທ້ອນ ເພາະ​ການນອງເລືອດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ນັ້ນ.


“ເຈົ້າ​ທັງໝົດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ ບໍ່ມີ​ພະ​ໃດ​ໃນ​ທ່າມກາງ​ບັນດາ​ພະ​ເຫຼົ່ານັ້ນ​ໄດ້​ປະກາດ​ສິ່ງ​ເຫຼົ່ານີ້ ວ່າ​ພຣະເຈົ້າຢາເວ​ຊົງ​ຮັກ​ທ່ານ ພຣະອົງ​ຈະ​ໂຈມຕີ​ນະຄອນ​ບາບີໂລນ ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ທຸກຢ່າງ.


ພຣະອົງ​ໃຊ້​ເຮົາ​ໄປ​ປະກາດ​ວ່າ​ເວລາ​ໄດ້​ມາເຖິງ ເມື່ອ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ ແລະ​ເພື່ອ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ພຣະອົງ​ໄດ້​ໃຊ້​ເຮົາ​ໄປ​ອອຍໃຈ​ຜູ້​ເສົ້າໂສກ


ຈົ່ງ​ຟັງ​ແມ ສຽງ​ອຶກກະທຶກ​ຢູ່​ໃນ​ເມືອງ​ພຸ້ນ ສຽງ​ຢູ່​ໃນ​ພຣະວິຫານ​ພຸ້ນ ແມ່ນ​ສຽງ​ພຣະເຈົ້າຢາເວ​ກຳລັງ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ.


ເຮົາ​ຈະ​ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ປະເທດ​ທັງຫລາຍ​ແລະ​ບັນດາ​ກະສັດ​ຜູ້​ມີ​ອຳນາດ ຈະ​ເອົາ​ພວກເຂົາ​ໄປ​ເປັນ​ທາດຮັບໃຊ້.”’


ບາບີໂລນ​ຈະ​ຖືກ​ປຸ້ນ ແລະ​ພວກ​ທີ່​ປຸ້ນ​ນັ້ນ​ຈະ​ຢຶດເອົາ​ທຸກໆ​ສິ່ງ​ທີ່​ພວກເຂົາ​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ເປັ່ງສຽງ​ສູ້ຮົບ​ອ້ອມ​ເມືອງ​ເຖີດ ບັດນີ້​ນະຄອນ​ບາບີໂລນ​ໄດ້​ຍອມ​ຈຳນົນ​ແລ້ວ. ກຳແພງ​ເມືອງ​ຖືກ​ພັງ​ລົງ. ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ແກ້ແຄ້ນ​ຊາວ​ບາບີໂລນ. ສະນັ້ນ ຈົ່ງ​ແກ້ແຄ້ນ ແລະ​ເຮັດ​ຕໍ່​ພວກເຂົາ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກັບ​ຄົນອື່ນ​ນັ້ນ​ສາ.


ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ


ຂ້າ​ພວກ​ຄົນລ້ຽງແກະ​ກັບ​ຝູງແກະ​ຂອງ​ພວກເຂົາ ຂ້າ​ພໍ່ນາ​ແລະ​ມ້າ​ທີ່​ແກ່​ໄຖ​ຂອງ​ພວກ​ເຂົາເຈົ້າ ຢຽບຢໍ່າ​ບັນດາ​ນັກປົກຄອງ​ໃຫ້​ໝຸ່ນ​ທະລາຍ ແລະ​ພວກ​ຂ້າຣາຊການ​ຊັ້ນສູງ​ດ້ວຍ.”


ໃຫ້​ບາບີໂລນ​ຮັບຜິດຊອບ ທີ່​ຮຸນແຮງ​ຕໍ່​ພວກເຮົາ ຈົ່ງ​ໃຫ້​ປະຊາຊົນ​ແຫ່ງ​ພູເຂົາ​ຊີໂອນ​ເວົ້າຈາ​ດັ່ງນັ້ນ.” ຈົ່ງ​ໃຫ້​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ເວົ້າ​ວ່າ, “ທີ່​ພວກເຮົາ​ທົນທຸກ​ນັ້ນ ໃຫ້​ບາບີໂລນ​ຮັບ​ເອົາ.”


ບາບີໂລນ​ໄດ້​ເປັນ​ເຫດ​ໃຫ້​ຄົນ​ທົ່ວໂລກ​ພົບ​ກັບ​ຄວາມຕາຍ; ບັດນີ້ ບາບີໂລນ​ຈະ​ຫລົ້ມຈົ້ມ ເພາະ​ໄດ້​ເປັນ​ຕົ້ນເຫດ​ໃຫ້​ຊາວ​ອິດສະຣາເອນ​ຫລາຍ​ຄົນ ພົບ​ກັບ​ຄວາມຕາຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກເຂົາ​ພາກັນ​ມາ​ເພື່ອ​ທຳລາຍ​ນະຄອນ​ບາບີໂລນ ທະຫານ​ຖືກ​ຈັບກຸມ​ໝົດ ໜ້າທະນູ​ກໍ​ຖືກ​ຫັກ​ຖິ້ມ. ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ອົງ​ທີ່​ລົງໂທດ​ຄວາມຊົ່ວ​ຂອງ​ພວກເຂົາ ຈະ​ເຮັດ​ຕໍ່​ນະຄອນ​ບາບີໂລນ​ຕາມ​ມັນ​ສົມຄວນ​ໄດ້​ຮັບ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ລົງໂທດ​ພວກເຂົາ​ເທາະ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ນັ້ນ.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ໃນ​ນະຄອນ​ນັ້ນ ເຂົາ​ໄດ້​ພົບ​ເລືອດ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ ແລະ​ຂອງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ກັບ​ເລືອດ​ຂອງ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ເທິງ​ແຜ່ນດິນ​ໂລກ​ນັ້ນ.”


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka