Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 51:21 - ພຣະຄຳພີສັກສິ

21 ເພື່ອ​ຕີ​ຝູງມ້າ​ແລະ​ຄົນ​ຂີ່​ໃຫ້​ແຕກ​ຊະຊາຍ​ໄປ ເພື່ອ​ຕີ​ລົດຮົບ​ພ້ອມ​ຄົນຂັບ​ໃຫ້​ແຕກ​ໜີໄປ​ສິ້ນ

Uka jalj uñjjattʼäta Copia luraña




ເຢເຣມີຢາ 51:21
14 Jak'a apnaqawi uñst'ayäwi  

ພຣະອົງ​ເຮັດ​ໃຫ້​ເສິກ​ສົງຄາມ​ໃນ​ທົ່ວ​ໂລກ​ຢຸດຕິ​ລົງ ຫັກ​ຄັນທະນູ​ທຳລາຍ​ຫອກ​ແລະ​ຈູດ​ໂລ້.


ຂ້າແດ່​ພຣະເຈົ້າ​ຂອງ​ຢາໂຄບ ເມື່ອ​ພຣະອົງ​ຂູ່ຂວັນ ມ້າ​ແລະ​ຄົນ​ຂີ່​ກໍ​ລົ້ມ​ລົງ​ສິ້ນໃຈ​ຕາຍ​ຕາມໆກັນ.


ແລ້ວ​ໂມເຊ​ກັບ​ຊາວ​ອິດສະຣາເອນ​ກໍໄດ້​ຮ້ອງເພງ​ນີ້ ສັນລະເສີນ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ໄຊຊະນະ​ຂອງ​ພຣະອົງ​ຊ່າລື​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ. ພຣະອົງ​ໄດ້​ໂຍນ​ຝູງ​ມ້າ​ພ້ອມ​ທະຫານ​ທັງຫລາຍ​ຂອງ​ເອຢິບ ໃຫ້​ມໍຣະນາ​ໃນ​ທ້ອງ​ທະເລ​ອັນ​ໃຫຍ່ກວ້າງ.


ນາງ​ຮ້ອງເພງ​ຊໍ້າໄປ​ຊໍ້າມາ​ວ່າ, “ຈົ່ງ​ຍ້ອງຍໍ​ສັນລະສັນ​ພຣະເຈົ້າຢາເວ​ດ້ວຍ​ການ​ຮ້ອງລຳ​ທຳເພງ ເພາະ​ໄຊຊະນະ​ຂອງ​ພຣະອົງ ຊ່າລື​ໄປ​ທົ່ວ​ໂລກ. ພຣະອົງ​ໄດ້​ໂຍນ​ຝູງມ້າ ແລະ​ທະຫານ​ທັງຫລາຍ ໃຫ້​ມໍຣະນາ​ໃນ​ທ້ອງ​ທະເລ​ອັນ​ກວ້າງໃຫຍ່.”


ພຣະອົງ​ໂຍນ​ກອງທັບ​ເອຢິບ​ລົງ​ໃນ​ທ້ອງ​ທະເລ; ພວກ​ນາຍ​ທະຫານ​ທີ່​ເກັ່ງກ້າ ຈຶ່ງ​ຈົມ​ລົງ​ໃນ​ນໍ້າ.


ພຣະອົງ​ນຳ​ກອງທັບ​ມີ​ອຳນາດ​ໃຫ້​ຈິບຫາຍ​ໄປ ຄື​ກອງທັບ​ທີ່​ມີ​ຝູງມ້າ​ຫລາຍ ແລະ​ມີ​ລົດຮົບ​ດ້ວຍ. ພວກເຂົາ​ຈົມລົງ​ໃນ​ນໍ້າ​ແລະ​ບືນ​ຕົວ​ຂຶ້ນ​ບໍ່ໄດ້​ເລີຍ ຈົມ​ລົງ​ເລີຍໆ​ດັ່ງ​ແສງ​ໂຄມໄຟ​ຄ່ອຍໆມອດ.


ຈົ່ງ​ທຳລາຍ​ຝູງມ້າ ແລະ​ລົດຮົບ​ປະເທດ​ນີ້​ສາ ຈົ່ງ​ໃຫ້​ຄວາມຕາຍ​ມາ​ສູ່​ພວກ​ທະຫານ​ຮັບຈ້າງ. ພວກເຂົາ​ຊ່າງ​ອິດອ່ອນ​ເມື່ອຍຫລາຍ​ແທ້ໆ​ນໍ ຈົ່ງ​ທຳລາຍ​ຂຸມຊັບ​ໂດຍ​ໃຫ້​ຖືກ​ປຸ້ນ​ເອົາ​ຈົນກ້ຽງ.


ທີ່​ໂຕະ​ຂອງເຮົາ ພວກມັນ​ຈະ​ກິນ​ຊີ້ນ​ຂອງ​ຝູງມ້າ ແລະ​ບັນດາ​ທະຫານ​ມ້າ ຕະຫລອດ​ທັງ​ເຫຼົ່າ​ທະຫານ​ແລະ​ນັກຮົບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ເວລາ​ນັ້ນ ເຮົາ​ຈະ​ເອົາ​ມ້າ​ທັງຫລາຍ​ຂອງ​ພວກເຈົ້າ​ໜີໄປ ແລະ​ທັງ​ຈະ​ທຳລາຍ​ລົດຮົບ​ຂອງ​ພວກເຈົ້າ​ດ້ວຍ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຈູດ​ລົດຮົບ​ຂອງ​ເຈົ້າ​ຖິ້ມ​ໝົດ. ພວກ​ທະຫານ​ຂອງເຈົ້າ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ເຮົາ​ຈະ​ເອົາ​ທຸກສິ່ງ​ທີ່​ເຈົ້າ​ໄດ້​ມາ​ຈາກ​ຄົນອື່ນ​ນັ້ນ​ຄືນໄປ. ສຽງ​ຮ້ອງຂໍ​ຂອງ​ຜູ້​ສົ່ງຂ່າວ​ຂອງ​ເຈົ້າ​ຈະ​ບໍ່ໄດ້ຍິນ​ອີກ​ຕໍ່ໄປ.”


ແລະ​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ ແລະ​ເຮັດ​ໃຫ້​ອຳນາດ​ຂອງ​ພວກເຂົາ​ສິ້ນສຸດ​ໄປ. ເຮົາ​ຈະ​ຂວໍ້າ​ລົດຮົບ​ແລະ​ຄົນຂັບ​ທັງຫລາຍ​ຂອງ​ພວກເຂົາ​ຖິ້ມ ຝູງມ້າ​ຂອງ​ພວກເຂົາ​ຈະ​ຕາຍ​ແລະ​ຄົນ​ຂີ່​ມ້າ​ຈະ​ຂ້າຟັນ​ກັນແລະກັນ.”


ປະຊາຊົນ​ຢູດາ​ຈະ​ມີ​ໄຊຊະນະ​ດັ່ງ​ທະຫານ​ທີ່​ຢຽບຢໍ່າ​ເຫຼົ່າ​ສັດຕູ​ລົງ​ໃນ​ຂີ້ຕົມ ຕາມ​ທ້ອງ​ຖະໜົນ​ຫົນທາງ. ພວກເຂົາ​ຈະ​ຕໍ່ສູ້​ເຫຼົ່າ​ສັດຕູ ເພາະ​ພຣະເຈົ້າຢາເວ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ຈະ​ເອົາ​ຊະນະ​ແມ່ນແຕ່​ກອງ​ທະຫານ​ມ້າ​ຂອງ​ເຫຼົ່າ​ສັດຕູ​ດ້ວຍ.


ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ມ້າ​ຂອງ​ພວກເຂົາ​ທຸກ​ໂຕ​ສະທ້ານ​ຢ້ານກົວ ແລະ​ທັງ​ຈະ​ເຮັດ​ໃຫ້​ຄົນ​ຂີ່​ມ້າ​ທຸກຄົນ​ເປັນ​ບ້າ. ເຮົາ​ຈະ​ເຝົ້າ​ເບິ່ງແຍງ​ປະຊາຊົນ​ຢູດາ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ມ້າ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ຕາບອດ.


ເພື່ອ​ຈະ​ໄດ້​ມາ​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ບັນດາ​ແມ່ທັບ ແລະ​ບັນດາ​ທະຫານ, ຊີ້ນ​ຂອງ​ມ້າ​ກັບ​ຊີ້ນ​ຂອງ​ທະຫານ​ມ້າ, ຊີ້ນ​ຂອງ​ປະຊາຊົນ​ທັງຫລາຍ, ບໍ່​ວ່າ​ເປັນ​ຂ້ອຍໃຊ້ ຫລື​ເປັນ​ອິດສະຫລະ, ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka