ເຢເຣມີຢາ 51:20 - ພຣະຄຳພີສັກສິ20 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ບາບີໂລນ ເຈົ້າຄືຄ້ອນຕີຂອງເຮົາ ເປັນທັງອາວຸດທີ່ໃຊ້ໄວ້ເຮັດເສິກຂອງເຮົາດ້ວຍ. ເຮົາໄດ້ໃຊ້ເຈົ້າໃຫ້ຢຽບຢໍ່າຊົນຊາດທັງຫລາຍ ແລະທັງໃຫ້ທຳລາຍອານາຈັກທັງຫລາຍຖິ້ມ. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ກ່າວກັບຜູ້ທີ່ພຣະອົງຊົງເຈີມໄວ້ຄືໄຊຣັດໃຫ້ເປັນກະສັດ ຜູ້ຊຶ່ງພຣະອົງໄດ້ຈັບມືຂວາໄວ້ເພື່ອໃຫ້ປາບບັນດາຊົນຊາດຕໍ່ໜ້າທ່ານ; ພຣະອົງສົ່ງເພິ່ນມາເພື່ອຖອດຕຳແໜ່ງກະສັດ ຈາກອຳນາດທີ່ພວກເຂົາມີສຳລັບການປົກຄອງນັ້ນ; ໃຫ້ເປີດປະຕູຕໍ່ໜ້າທ່ານ ແລະບໍ່ໃຫ້ປະຕູເມືອງປິດກ່າວດັ່ງນີ້ວ່າ:
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເຢຣູຊາເລັມເອີຍ ຈົ່ງໄປລົງໂທດເຫຼົ່າສັດຕູຂອງພວກເຈົ້າສາ ເຮົາຈະເຮັດໃຫ້ພວກເຈົ້າແຂງແຮງເໝືອນດັ່ງງົວກະທິງ ທີ່ມີເຂົາເປັນເຫຼັກແລະມີກີບຕີນເປັນທອງສຳຣິດ. ພວກເຈົ້າຈະຢຽບຢໍ່າທຳລາຍຫລາຍຊົນຊາດໃຫ້ໝຸ່ນທະລາຍໄປ ເຮົາຈະມອບສິ່ງທີ່ໄດ້ມາຖວາຍແກ່ພຣະເຈົ້າຢາເວ ແລະຊັບສົມບັດຂອງພວກເຂົາໄດ້ມາຈາກການໃຊ້ກຳລັງຢຶດເອົານັ້ນ ເຮົາຈະເອົາມາອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.”