2 ເຮົາຈະສົ່ງຊາວຕ່າງດ້າວທັງຫລາຍມາທຳລາຍບາບີໂລນ ດັ່ງລົມທີ່ພັດເຟືອງປິວໄປ. ເມື່ອມື້ທຳລາຍມາເຖິງ ພວກເຂົາຈະໂຈມຕີຈາກທຸກດ້ານ ທັງຈະປະໃຫ້ດິນແດນນັ້ນຮ້າງເປົ່າ.
ເຈົ້າຈະໂຍນມັນຂຶ້ນທີ່ເທິງອາກາດເວຫາ; ລົມແລະພະຍຸຈະພັດມັນຊະໄປໝົດສິ້ນ. ແຕ່ເຈົ້າຈະຊົມຊື່ນຍິນດີໃນພຣະເຈົ້າຢາເວ ແລະຈະຍົກຍໍອົງບໍຣິສຸດຂອງຊາດອິດສະຣາເອນ.
ພຣະເຈົ້າຢາເວຜູ້ຊົງໄຖ່ເຈົ້າທັງຫລາຍ ອົງບໍຣິສຸດຂອງຊາດອິດສະຣາເອນ ກ່າວດັ່ງນີ້: “ເພື່ອໄຖ່ພວກເຈົ້າ ເຮົາຈະໃຊ້ກອງທັບໜຶ່ງຕໍ່ສູ້ບາບີໂລນ ເຮົາຈະພັງປະຕູເມືອງໃຫ້ລົ້ມທະລາຍລົງກ້ຽງ ແລະສຽງຊາວເມືອງທີ່ໂຮຮ້ອງຢ່າງຊົມຊື່ນຍິນດີ ກໍຈະກັບກາຍເປັນສຽງຮ້ອງໄຫ້ຄໍ່າຄວນ.
ຕາມແຕ່ລະຕົວເມືອງທີ່ຢູ່ໃນດິນແດນ ເຮົາໃຊ້ດົ້ງຝັດພວກເຈົ້າໄປດັ່ງຄົນຝັດແກບຖິ້ມ. ເຮົາທຳລາຍພວກເຈົ້າແລ້ວ ປະຊາຊົນຂອງເຮົາເອີຍ ເຮົາຂ້າລູກພວກເຈົ້າໝົດຍ້ອນພວກເຈົ້າບໍ່ເຊົາເຮັດຊົ່ວ.
“ຈົ່ງບອກພວກນັກຍິງທະນູໃຫ້ໂຈມຕີນະຄອນບາບີໂລນ. ຈົ່ງສົ່ງທຸກຄົນທີ່ຮູ້ຈັກຍິງໜ້າທະນູອອກໄປ. ຈົ່ງອ້ອມເມືອງໄວ້ ແລະຢ່າໃຫ້ຜູ້ໃດປົບໜີໄປໄດ້. ຈົ່ງແກ້ແຄ້ນໃຫ້ສົມກັບສິ່ງທີ່ພວກເຂົາໄດ້ເຮັດລົງໄປ ຍ້ອນເມືອງນັ້ນໄດ້ອວດດີກັບພຣະເຈົ້າຢາເວ ອົງບໍຣິສຸດຂອງຊາດອິດສະຣາເອນ.
ຊົນຊາດທີ່ຈອງຫອງຂອງເຈົ້ານັ້ນຈະຕຳສະດຸດ ແລະລົ້ມລົງ ທັງຈະບໍ່ມີຜູ້ໃດຊ່ວຍຍົກພວກເຈົ້າຂຶ້ນ. ເຮົາຈະຈູດໄຟເຜົາເມືອງຕ່າງໆຂອງພວກເຈົ້າ; ແລະທຸກໆສິ່ງທີ່ອ້ອມເມືອງນັ້ນຈະຖືກທຳລາຍໝົດ.”
ສ່ວນໜຶ່ງຂອງປະຊາຊົນຂອງເຈົ້ານັ້ນຈະຕາຍຍ້ອນການເຈັບໄຂ້ໄດ້ປ່ວຍ ຕະຫລອດທັງການອຶດຢາກຢູ່ໃນເມືອງ; ສ່ວນໜຶ່ງນັ້ນຈະຖືກຄົມດາບຢູ່ນອກເມືອງ ແລະສ່ວນສຸດທ້າຍນັ້ນເຮົາຈະໃຫ້ກະຈັດກະຈາຍໄປຕາມລົມ ແລະທັງຈະໃຊ້ດາບໄລ່ຕິດຕາມພວກເຂົາໄປດ້ວຍ.
ມືຂອງເພິ່ນຖືກະດົ້ງຝັດເຂົ້າ ເພິ່ນຈະເຮັດລານເຂົ້າໃຫ້ກ້ຽງດີ ແລະຮວບຮວມເອົາເຂົ້າເມັດດີຂອງເພິ່ນໄວ້ໃນເລົ້າຂອງຕົນ ສ່ວນເມັດລີບນັ້ນ ເພິ່ນຈະເອົາໄຟເຜົາໃຫ້ໄໝ້ຢູ່ຕະຫລອດໄປ.”