17 ເມື່ອແນມເບິ່ງສິ່ງນີ້ ຄົນຄືວ່າໂງ່ແລະບໍ່ເຂົ້າໃຈ ພວກທີ່ເຮັດຮູບເຄົາຣົບກໍເປັນຄົນງົມງາຍທັງນັ້ນ ເພາະບັນດາພະທີ່ພວກເຂົາເຮັດຂຶ້ນມາທັງໝົດ ກໍລ້ວນແຕ່ເປັນພະຈອມປອມແລະໄຮ້ຊີວິດ.
ພະເຫຼົ່ານີ້ມີປາກ ແຕ່ພັດເວົ້າຈາບໍ່ເປັນ, ພະເຫຼົ່ານີ້ມີຕາ ແຕ່ເບິ່ງບໍ່ເຫັນ.
ຂໍໃຫ້ທຸກຄົນທີ່ສ້າງພວກພະແລະໄວ້ໃຈໃນມັນ ຈົ່ງກາຍເປັນ ດັ່ງຮູບປັ້ນເຫຼົ່ານັ້ນເຖີດ.
ພຣະເຈົ້າຢາເວຫລຽວເບິ່ງມະນຸດຈາກສະຫວັນ ວ່າມີໃຜແດ່ທີ່ສະຫລາດ ມີໃຜແດ່ທີ່ຊອກສະແຫວງຫາພຣະອົງ.
ເມື່ອເບິ່ງສິ່ງນີ້ ຄົນຊ່າງໂງ່ຈ້າ ແລະບໍ່ເຂົ້າໃຈ; ຄືພວກທີ່ເຮັດຮູບເຄົາຣົບ ກໍງົມງາຍກັນທັງນັ້ນ ເພາະບັນດາພະທີ່ພວກເຂົາໄດ້ເຮັດຂຶ້ນມາ ລ້ວນແຕ່ເປັນພະຈອມປອມແລະບໍ່ມີຊີວິດ.
“ຈົ່ງປະກາດຂ່າວໃຫ້ຊົນຊາດທັງຫລາຍ ຈົ່ງຖະແຫລງຂ່າວນັ້ນສາເຖີດ ຈົ່ງແຈ້ງຂ່າວນັ້ນແລະໃຫ້ບອກເປັນສັນຍານ ຢ່າຮັກສາຂ່າວໄວ້ເປັນຄວາມລັບ ນະຄອນບາບີໂລນຫຼົ້ມຈົມແລ້ວ, ພະມັກດຸກຂອງນະຄອນບາບີໂລນແຕກກະຈັດກະຈາຍແລ້ວ, ບັນດາຮູບເຄົາຣົບຕ່າງກໍໄດ້ຖືກອັບອາຍ; ຮູບພະໜ້າກຽດຊັງຖືກທຳລາຍຈົນໝຸ່ນ.