16 ໂດຍພຣະຄຳສັ່ງ ນໍ້າທີ່ເທິງຟ້າສະຫວັນ ດັງຄຶກຄະນອງ ພຣະອົງນຳເມກມາຈາກສົ້ນສຸດແຜ່ນດິນໂລກ. ພຣະອົງໃຫ້ມີຟ້າແມບເຫລື້ອມທ່າມກາງສາຍຝົນ ແລະສົ່ງລົມໃຫ້ພັດມາແຕ່ຄັງຂອງພຣະອົງນັ້ນ.
ພຣະເຈົ້າບໍ່ໄດ້ລືມໂນອາພ້ອມທັງສັດຊະນິດຕ່າງໆທີ່ຢູ່ໃນເຮືອ; ພຣະອົງໄດ້ເຮັດໃຫ້ມີລົມພັດມາ ແລະນໍ້າກໍບົກລົງ.
ພຣະເຈົ້າສົ່ງຝົນລົງໃຫ້ຫົດພື້ນແຜ່ນດິນ ອາດສົ່ງມາລົງໂທດຄົນຫລືໃຫ້ຄວາມຮັກກໍໄດ້.
ເຈົ້າເຄີຍໄດ້ໄປຢ້ຽມບ່ອນມ້ຽນຂອງຕ່າງໆບໍ? ຄືບ່ອນທີ່ເຮົາເກັບຮັກສາຫິມະ ແລະໝາກເຫັບນັ້ນ?
ເຈົ້າເຂັ້ມແຂງເທົ່າກັນກັບເຮົາບໍ? ສຽງເຈົ້າກ້ອງສະໜັ່ນດັ່ງສຽງຂອງເຮົາຫລືບໍ່?
ແຕ່ເມື່ອພຣະອົງນາບຂູ່ນໍ້າມັນກໍຫລົບໜີໄປ ເວລາມັນໄດ້ຍິນສຽງພຣະອົງຮ້ອງສັ່ງ ມັນກໍໄຫລໄປໂລດ.
ພຣະອົງນຳເອົາເມກໝອກອັນມືດຄື້ມມາ ຈາກຂອບຟ້າສົ້ນສຸດແຫ່ງແຜ່ນດິນໂລກ ເຮັດໃຫ້ຟ້າແມບເຫລື້ອມໃນທ່າມກາງພະຍຸຝົນ ແລະປ່ອຍໃຫ້ລົມພັດມາຈາກບ່ອນຢູ່ຂອງມັນນັ້ນ.
ເມື່ອພຣະອົງສັ່ງນໍ້າກ້ອນກໍເປື່ອຍລະລາຍໄປ ເມື່ອພຣະອົງສົ່ງລົມມາ ນໍ້າກໍໄຫລຖ້ວມ.
ແລ້ວພຣະເຈົ້າຢາເວເຮັດໃຫ້ຟ້າຮ້ອງຈາກຟ້າສະຫວັນ ສຽງຂອງອົງຊົງຣິດຍິ່ງໃຫຍ່ສູງສຸດໄດ້ຍິນ ໄປທົ່ວໃຕ້ຟ້າ.
ບັນດາຊົນຊາດຕ່າງກໍຫວາດຫວັ່ນຕົກໃຈກົວ ແລະອານາຈັກທັງຫລາຍກໍສັ່ນສະເທືອນ ເມື່ອພຣະອົງສົ່ງສຽງຟ້າຮ້ອງດັງກ້ອງກັງວານ ແຜ່ນດິນໂລກເຮົາກໍຖະຫລົ່ມໄປໝົດສິ້ນ.
ຜູ້ໃຊ້ຟ້າສະຫວັນເປັນພາຫະນະ ຄືຜູ້ໃຊ້ຟ້າສະຫວັນແຕ່ດຶກດຳບັນ. ຈົ່ງຟັງຜູ້ທີ່ເປັ່ງສຽງຮ້ອງດ້ວຍຣິດອຳນາດ.
ພຣະອົງໄດ້ໃຫ້ລົມທິດຕາເວັນອອກພັດມາຈາກຟ້າສະຫວັນ ລົມທາງທິດໃຕ້ກໍພັດມາດ້ວຍຣິດອຳນາດຂອງພຣະອົງ
ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນ ແລະພຣະເຈົ້າຢາເວກໍເຮັດໃຫ້ລົມຈາກທິດຕາເວັນອອກ ພັດມາສູ່ປະເທດເອຢິບຕະຫລອດເວັນຕະຫລອດຄືນ. ພໍຮອດຮຸ່ງເຊົ້າ ລົມກໍໄດ້ພັດເອົາຝູງຕັກແຕນມາຢ່າງຫລວງຫລາຍ.
ແລ້ວພຣະເຈົ້າຢາເວກໍປ່ຽນລົມແຕ່ທິດຕາເວັນອອກ ເປັນລົມແຮງຈາກທິດຕາເວັນຕົກ ພັດເອົາຕັກແຕນໄປຕົກໃສ່ອ່າວຊູແອດ. ບໍ່ມີຕັກແຕນແມ່ນແຕ່ໂຕດຽວເຫຼືອຢູ່ໃນປະເທດເອຢິບ.
ໂມເຊໄດ້ເດ່ມືຂອງຕົນອອກໄປສູ່ທະເລ ແລະພຣະເຈົ້າຢາເວໄດ້ບັນດານ ໃຫ້ລົມຮ້ອນທາງທິດຕາເວັນອອກພັດທະເລຕະຫລອດຄືນ. ລົມໄດ້ພັດທະເລຢູ່ຢ່າງລຽນຕິດຈົນເຫັນພື້ນດິນແຫ້ງ. ນໍ້າໄດ້ແຍກອອກຈາກກັນເປັນທາງຍ່າງ
ສຽງປີກຂອງເຄຣຸບທີ່ກະທົບກັນໄດ້ຍິນໄປຮອດເດີ່ນຂ້າງນອກ. ສຽງນັ້ນດັງກ້ອງສະໜັ່ນເໝືອນສຽງຂອງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນອິດສະຣາເອນເອີຍ ເຮົາຄິດເຖິງພວກເຈົ້າດັ່ງຄິດເຖິງຊາວເອທີໂອເປຍ. ເຮົາໄດ້ພາພວກຟີລິດສະຕິນອອກຈາກເກາະກະເຣເຕ ແລະພາພວກຊີເຣຍອອກມາຈາກເມືອງກີຣະ ດັ່ງທີ່ເຮົາໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ.
ແຕ່ພຣະເຈົ້າຢາເວໄດ້ບັນດານໃຫ້ເກີດລົມພະຍຸໃຫຍ່ພັດຜ່ານທະເລມາ ແລະພັດແຮງທີ່ສຸດຈົນເຮືອຢູ່ໃນອັນຕະລາຍເກືອບຈະແຕກ.
ຫລັງຈາກຕາເວັນໄດ້ຂຶ້ນແລ້ວ ພຣະເຈົ້າກໍບັນດານໃຫ້ລົມຮ້ອນພັດມາແຕ່ທາງທິດຕາເວັນອອກ ແລະໂຢນາເກືອບສະຫລົບໄປ ຍ້ອນຄວາມຮ້ອນຂອງແສງແດດເຜົາ. ສະນັ້ນ ເພິ່ນຈຶ່ງຄິດຢາກຕາຍ. ເພິ່ນເວົ້າວ່າ, “ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.”