13 ປະເທດນີ້ມີແມ່ນໍ້າຫລາຍສາຍ ທັງມີຊັບສົມບັດຢ່າງຫລວງຫລາຍ, ແຕ່ເຖິງຄາວສຸດທ້າຍແລ້ວ ແລະຊີວິດຂອງມັນກໍຖືກຕັດສາແລ້ວ.
ພຣະເຈົ້າໄດ້ບອກໂນອາວ່າ, “ເຮົາໄດ້ຕັດສິນໃຈທີ່ຈະດັບສູນມະນຸດຊາດທັງໝົດແລ້ວ. ເຮົາຈະທຳລາຍພວກເຂົາຢ່າງໝົດສິ້ນ ເພາະໂລກນີ້ເຕັມໄປດ້ວຍການກະທຳອັນຊົ່ວຊ້າຂອງພວກເຂົາ. ຈົ່ງສ້າງເຮືອລຳໜຶ່ງດ້ວຍໄມ້ແກ່ນທີ່ໜາແໜ້ນສຳລັບເຈົ້າເອງ;
ພວກຂ້ານ້ອຍນັ່ງຢູ່ທີ່ແຄມນໍ້າຂອງບາບີໂລນ ຕ່າງກໍຮ້ອງໄຫ້ຮໍ່າໄຮເມື່ອຄິດເຖິງພູເຂົາຊີໂອນນັ້ນ.
ພຣະເຈົ້າຢາເວຜູ້ຊົງໄຖ່ເຈົ້າທັງຫລາຍ ອົງບໍຣິສຸດຂອງຊາດອິດສະຣາເອນ ກ່າວດັ່ງນີ້: “ເພື່ອໄຖ່ພວກເຈົ້າ ເຮົາຈະໃຊ້ກອງທັບໜຶ່ງຕໍ່ສູ້ບາບີໂລນ ເຮົາຈະພັງປະຕູເມືອງໃຫ້ລົ້ມທະລາຍລົງກ້ຽງ ແລະສຽງຊາວເມືອງທີ່ໂຮຮ້ອງຢ່າງຊົມຊື່ນຍິນດີ ກໍຈະກັບກາຍເປັນສຽງຮ້ອງໄຫ້ຄໍ່າຄວນ.
ເຮົາຈະມອບຂຸມຊັບຈາກທີ່ມືດລັບລີ້ທັງຫລາຍ ໃຫ້ເຈົ້າເປັນຜູ້ຄຸ້ມຄອງຊັບສົມບັດເຫຼົ່ານັ້ນ; ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ເອີ້ນເອົາເຈົ້າໂດຍນາມຊື່ຂອງເຈົ້າ.
ເຮົາໂກດຮ້າຍພວກເຂົາ ເພາະການບາບແລະຄວາມໂລບມາກຂອງພວກເຂົາ; ສະນັ້ນ ເຮົາຈຶ່ງໄດ້ລົງໂທດແລະປະຖິ້ມພວກເຂົາ. ແຕ່ພວກເຂົາຍັງດື້ດ້ານແລະສືບຕໍ່ເຮັດຕາມວິຖີທາງຂອງຕົນຢູ່.
ຜູ້ທີ່ໄດ້ເງິນຄຳມາໃນທາງບໍ່ສຸດຈະຫລິດ ກໍເປັນດັ່ງນົກຟັກໄຂ່ທີ່ບໍ່ອອກລູກ ໃນຊີວິດບັ້ນກາງລາວຈະເສຍຄວາມຮັ່ງມີໄປ ໃນຊີວິດບັ້ນປາຍຈະບໍ່ມີຫຍັງແຕ່ກາຍເປັນບ້າ.
ຈົ່ງຂ້າທະຫານທັງໝົດສາ ຈົ່ງສັງຫານພວກເຂົາໃຫ້ກ້ຽງ ເຄາະກຳເປັນຂອງປະຊາຊົນແຫ່ງບາບີໂລນສາແລ້ວ ເວລາທີ່ພວກເຂົາໄດ້ຖືກລົງໂທດກໍມາເຖິງແລ້ວ.” (
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ບາບີໂລນເອີຍ ເຈົ້ານັ້ນຈອງຫອງຫລາຍ; ສະນັ້ນ ເຮົາຈຶ່ງຕໍ່ສູ້ເຈົ້າ ເວລາທີ່ເຮົາຈະລົງໂທດເຈົ້າມາເຖິງແລ້ວ.
ຈົ່ງທຳລາຍຝູງມ້າ ແລະລົດຮົບປະເທດນີ້ສາ ຈົ່ງໃຫ້ຄວາມຕາຍມາສູ່ພວກທະຫານຮັບຈ້າງ. ພວກເຂົາຊ່າງອິດອ່ອນເມື່ອຍຫລາຍແທ້ໆນໍ ຈົ່ງທຳລາຍຂຸມຊັບໂດຍໃຫ້ຖືກປຸ້ນເອົາຈົນກ້ຽງ.
ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວດັ່ງນີ້ວ່າ, “ເຮົາຈະພິຈາລະນາຄະດີຂອງເຈົ້າ ແລະຈະເຮັດໃຫ້ເຫຼົ່າສັດຕູຂອງເຈົ້າ ຊົດໃຊ້ສິ່ງທີ່ພວກເຂົາໄດ້ເຮັດຕໍ່ເຈົ້າ. ເຮົາຈະເຮັດໃຫ້ບໍ່ນໍ້າຂອງບາບີໂລນບົກລົງ ແລະຈະເຮັດໃຫ້ແມ່ນໍ້າທັງຫລາຍແຫ້ງ.
ສັດຕູກຳລັງຈອບເບິ່ງບາດຍ່າງພວກເຮົາ, ພວກເຮົາຍ່າງໄປມາແມ່ນແຕ່ຕາມຫົນທາງກໍບໍ່ໄດ້. ວັນຂອງພວກເຮົານັ້ນມັນກໍສັ້ນເຂົ້າທຸກທີ, ວາລະສຸດທ້າຍຂອງພວກເຮົາມາເຖິງສາແລ້ວ.
ສິ່ງນັ້ນມີຄວາມໝາຍດັ່ງນີ້: ຈຳນວນຄືພຣະເຈົ້າໄດ້ນັບຈຳນວນມື້ ແຫ່ງອານາຈັກຂອງທ່ານໄວ້ ແລະນຳມັນໄປສູ່ຈຸດຈົບ;
ພຣະອົງຖາມວ່າ, “ອາໂມດ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນກະຕ່າໝາກໄມ້ລະດູຮ້ອນ.” ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຍຸກສຸດທ້າຍ ໄດ້ມາຮອດແລ້ວສຳລັບຊາດອິດສະຣາເອນ ປະຊາຊົນຂອງເຮົາ. ເຮົາຈະບໍ່ປ່ຽນໃຈໃນການລົງໂທດພວກເຂົາ.
ອະວະສານຂອງທຸກສິ່ງທັງປວງໃກ້ຈະມາເຖິງແລ້ວ, ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງມີສະຕິອັນດີແລະຄອຍລະວັງຕົວ ສຳລັບການພາວັນນາອະທິຖານ.
ແລະດ້ວຍໃຈໂລບ ພວກເຂົາຈະໄດ້ກຳໄລຈາກພວກເຈົ້າດ້ວຍກ່າວຄຳຕົວະ ການລົງໂທດຄົນເຫຼົ່ານັ້ນ ທີ່ໄດ້ຖືກພິພາກສາດົນນານມາແລ້ວ ກໍບໍ່ເສີຍຊ້າຢູ່. ຄວາມຈິບຫາຍທີ່ຈະເກີດຂຶ້ນກັບພວກເຂົາ ກໍບໍ່ໄດ້ລືມພວກເຂົາ.
ແລ້ວເທວະດາຕົນໜຶ່ງໃນເຈັດຕົນ ທີ່ຖືຂັນທັງເຈັດໜ່ວຍນັ້ນ ໄດ້ມາຫາຂ້າພະເຈົ້າ ແລະກ່າວວ່າ, “ເຊີນມາທີ່ນີ້ເທີ້ນ ເຮົາຈະໃຫ້ທ່ານເຫັນການຊົງພິພາກສາລົງໂທດ ຍິງໂສເພນີຄົນສຳຄັນ ທີ່ນັ່ງຢູ່ເທິງແມ່ນໍ້າອັນຫລວງຫລາຍ.
ເທວະດາຕົນນັ້ນ ຍັງເວົ້າຕໍ່ຂ້າພະເຈົ້າອີກວ່າ, “ແມ່ນໍ້າທັງຫລາຍທີ່ທ່ານໄດ້ເຫັນ ຊຶ່ງເປັນບ່ອນທີ່ຍິງໂສເພນີນັ່ງຢູ່ນັ້ນ ໄດ້ແກ່ບັນດາຊົນຊາດ ປະຊາຊົນທັງຫລາຍ ບັນດາປະຊາຊາດ ແລະພາສາຕ່າງໆ.
ພວກເຂົາໄດ້ເອົາຂີ້ຝຸ່ນດິນໃສ່ຫົວຂອງຕົນ ພ້ອມທັງຮ້ອງໄຫ້ແລະໂສກເສົ້າ ເອີ່ຍຂຶ້ນວ່າ, “ວິບັດ ວິບັດແລ້ວ ມະຫານະຄອນນີ້ ຊຶ່ງໄດ້ເຮັດໃຫ້ຄົນທັງໝົດທີ່ມີເຮືອກຳປັ່ນເດີນທະເລ ເປັນຄົນຮັ່ງມີດ້ວຍຊັບສົມບັດຂອງນາງ, ພາຍໃນຊົ່ວໂມງດຽວ ກໍຖືກຊົງທຳລາຍເສຍໄປໝົດ.”