ເຢເຣມີຢາ 51:11 - ພຣະຄຳພີສັກສິ11 ພຣະເຈົ້າຢາເວໄດ້ກຸກກວນພວກກະສັດແຫ່ງເມເດຍ ເພາະພຣະອົງຕັ້ງໃຈຈະທຳລາຍບາບີໂລນ. ດ້ວຍວິທີນີ້ແຫຼະ ພຣະເຈົ້າຢາເວຈະໄດ້ແກ້ແຄ້ນຄືນຍ້ອນພຣະວິຫານຂອງພຣະອົງຖືກທຳລາຍ. ບັນດານາຍທະຫານທີ່ບັນຊາການໂຈມຕີສັ່ງວ່າ, “ຝົນລູກສອນໃຫ້ແຫລມ ຈົ່ງຕຽມໂລ້ໄວ້ໃຫ້ພ້ອມ Uka jalj uñjjattʼäta |
ດັ່ງນັ້ນ ພຣະເຈົ້າຈຶ່ງບັນດານໃຫ້ກະສັດປູນແຫ່ງອັດຊີເຣຍ (ມີຊື່ອື່ນອີກວ່າ ຕີກະລາດປີເລເສ) ມາຮຸກຮານປະເທດຂອງພວກເຂົາ. ເພິ່ນໄດ້ຈັບເຜົ່າຣູເບັນ, ກາດ, ມານາເຊເຄິ່ງເຜົ່າຕາເວັນອອກໄປເປັນຊະເລີຍ ແລະໃຫ້ພວກເຂົາໄດ້ຕັ້ງຫຼັກແຫຼ່ງຢູ່ໃນຮາລາ, ຮາບໍ ແລະຮາຣາ ແລະຕາມລຳແມ່ນໍ້າໂກຊານຈົນເຖິງທຸກວັນນີ້.
ພຣະເຈົ້າຢາເວໄດ້ກ່າວກັບຜູ້ທີ່ພຣະອົງຊົງເຈີມໄວ້ຄືໄຊຣັດໃຫ້ເປັນກະສັດ ຜູ້ຊຶ່ງພຣະອົງໄດ້ຈັບມືຂວາໄວ້ເພື່ອໃຫ້ປາບບັນດາຊົນຊາດຕໍ່ໜ້າທ່ານ; ພຣະອົງສົ່ງເພິ່ນມາເພື່ອຖອດຕຳແໜ່ງກະສັດ ຈາກອຳນາດທີ່ພວກເຂົາມີສຳລັບການປົກຄອງນັ້ນ; ໃຫ້ເປີດປະຕູຕໍ່ໜ້າທ່ານ ແລະບໍ່ໃຫ້ປະຕູເມືອງປິດກ່າວດັ່ງນີ້ວ່າ: