8 ປະຊາຊົນອິດສະຣາເອນເອີຍ ຈົ່ງແລ່ນໜີຈາກບາບີໂລນສາ ຈົ່ງໜີອອກມາຈາກປະເທດສາ ຈົ່ງໜີໄປເປັນຜູ້ທຳອິດເຖີດ
ແບ້, ໄກ່ໂອກ ທີ່ເປັນເຈົ້າທ່າເຈົ້າທາງ ແລະບັນດາກະສັດ ທີ່ນຳໜ້າປະຊາຊົນຂອງຕົນ.
ຈົ່ງອອກໄປຢ່າງອິດສະຫລະຈາກນະຄອນບາບີໂລນ ຈົ່ງປະກາດຂ່າວດີຢ່າງຊົມຊື່ນຍິນດີເຖີດ. ຈົ່ງບອກທຸກໆບ່ອນໃຫ້ຮູ້ແລະໄດ້ຍິນວ່າ, “ພຣະເຈົ້າຢາເວໄດ້ໄຖ່ອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງແລ້ວ.”
ຈົ່ງເຂັ້ມແຂງຍິ່ງໃຫຍ່ອີກນະຄອນເຢຣູຊາເລັມເອີຍ ພຣະນະຄອນສັກສິດ ຈົ່ງສວມພຣະສະຫງ່າຣາສີເຖີດ ພວກບໍ່ນັບຖືພຣະເຈົ້າ ແລະພວກທີ່ເປັນມົນທິນ ຈະບໍ່ໄດ້ເຂົ້າທີ່ປະຕູເມືອງຂອງເຈົ້າອີກຈັກເທື່ອ.
ທຸກຄົນທີ່ແບກຫາບເຄື່ອງໃຊ້ຂອງພຣະເຈົ້າຢາເວ ຈົ່ງອອກໄປໄວໆ ຈາກນະຄອນບາບີໂລນເຖີດ ຢ່າແຕະຕ້ອງສິ່ງຫວງຫ້າມໃດໆ ຈົ່ງຮັກສາຕົວໃຫ້ບໍຣິສຸດ ແລະອອກໜີໄປເຖີດ
ປະຊາຊົນອິດສະຣາເອນເອີຍ ຈົ່ງແລ່ນໜີໄປຈາກທີ່ນັ້ນສາ ຈົ່ງແລ່ນໜີເອົາຊີວິດລອດຈາກຄວາມຮ້າຍກາດອັນໂຫດຫ້ຽມຂອງພຣະເຈົ້າຢາເວ.
ຈົ່ງແລ່ນໜີຈາກບາບີໂລນສາ ຈົ່ງແລ່ນເອົາຊີວິດລອດເຖີດ ຢ່າໃຫ້ຖືກຂ້າຍ້ອນບາບຂອງບາບີໂລນ. ບັດນີ້ ພຣະເຈົ້າຢາເວກຳລັງແກ້ແຄ້ນແລະລົງໂທດສິ່ງທີ່ບາບີໂລນສົມຄວນໄດ້ຮັບ.
ໃນເວລານັ້ນຈະມີຫລາຍຊົນຊາດມາຫາພຣະເຈົ້າຢາເວ ແລະກາຍເປັນປະຊາຊົນຂອງພຣະອົງ. ພຣະອົງຈະຢູ່ທ່າມກາງພວກເຈົ້າ ແລະພວກເຈົ້າກໍຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ.
ເພິ່ນໄດ້ບອກປະຊາຊົນວ່າ, “ຈົ່ງຍ້າຍໜີຈາກເຕັນຂອງຄົນຊົ່ວເຫຼົ່ານີ້ ແລະຢ່າແຕະຕ້ອງສິ່ງໃດສິ່ງໜຶ່ງທີ່ເປັນຂອງພວກເຂົາ. ບໍ່ດັ່ງນັ້ນ ພວກເຈົ້າຈະຖືກກວາດໄປນຳ ເພາະການບາບຂອງພວກເຂົາ.”
ດ້ວຍເຫດນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຈົ່ງແຍກຕົວອອກຈາກທ່າມກາງພວກເຂົາ ແລະຈົ່ງຕັ້ງຢູ່ຕ່າງຫາກ ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລະເຮົາຈຶ່ງຈະຮັບເອົາພວກເຈົ້າໄວ້.
ແລ້ວຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງອີກຈາກສະຫວັນກ່າວວ່າ, “ໄພ່ພົນຂອງເຮົາເອີຍ, ຈົ່ງອອກມາຈາກມະຫານະຄອນນັ້ນເສຍ ເພື່ອເຈົ້າທັງຫລາຍຈະບໍ່ມີສ່ວນ ໃນການບາບຂອງມັນ ເພື່ອເຈົ້າຈະບໍ່ໄດ້ຖືກໄພອັນຕະລາຍ ທີ່ຈະເກີດແກ່ມັນນັ້ນ,