ເຢເຣມີຢາ 50:7 - ພຣະຄຳພີສັກສິ7 ພວກເຂົາຖືກທຳລາຍຈາກທຸກໆຄົນທີ່ໄດ້ພົບເຫັນພວກເຂົາ. ເຫຼົ່າສັດຕູຂອງພວກເຂົາເວົ້າວ່າ, ‘ສິ່ງທີ່ພວກເຮົາໄດ້ເຮັດບໍ່ຜິດ ເພາະພວກເຂົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ອົງເປັນທີ່ຢູ່ອັນແທ້ຈິງ; ຕໍ່ສູ້ພຣະເຈົ້າຢາເວ ອົງເປັນຄວາມຫວັງຂອງບັນພະບຸລຸດຂອງພວກເຂົາ.’ Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ເມື່ອເຮົາປົວແປງປະຊາຊົນຂອງເຮົາໃນດິນແດນຂອງພວກເຂົາໃຫ້ດີຄືເກົ່າແລ້ວ ພວກເຂົາຈະເວົ້າໃນດິນແດນຂອງຢູດາຍແລະຂອງພວກເຂົາເອງອີກເທື່ອໜຶ່ງວ່າ, ‘ຂໍພຣະເຈົ້າຢາເວອວຍພອນເຈົ້າ ເນີນພູສັກສິດ ນະຄອນເຢຣູຊາເລັມບ່ອນສັກສິດທີ່ພຣະອົງສະຖິດຢູ່.’
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ປ້ອງກັນພວກຂ້ານ້ອຍໃນອະດີດ; ສະນັ້ນ ຂໍຢ່າໂກດຮ້າຍນະຄອນເຢຣູຊາເລັມອີກຕໍ່ໄປທ້ອນ. ນະຄອນເຢຣູຊາເລັມເປັນເມືອງຂອງພຣະອົງ ແລະເປັນພູເຂົາສັກສິດຂອງພຣະອົງ. ປະເທດເພື່ອນບ້ານທັງໝົດ ຕ່າງກໍໄດ້ດູຖູກຢຽດຫຍາມນະຄອນເຢຣູຊາເລັມແລະປະຊາຊົນຂອງພຣະອົງ ຍ້ອນບາບຂອງພວກຂ້ານ້ອຍແລະການເຮັດຊົ່ວຂອງບັນພະບຸລຸດຂອງພວກຂ້ານ້ອຍ.