Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:6 - ພຣະຄຳພີສັກສິ

6 ປະຊາຊົນ​ຂອງເຮົາ​ເປັນ​ດັ່ງ​ຝູງແກະ​ທີ່​ຜູ້ລ້ຽງ​ໄດ້​ປະປ່ອຍ​ໃຫ້​ເສຍໄປ​ຕາມ​ພູ. ພວກເຂົາ​ເປັນ​ດັ່ງ​ແກະ​ທີ່​ເລາະໄປ​ເລາະມາ​ຈາກ​ພູ​ໜ່ວຍ​ນີ້​ຫາ​ພູ​ໜ່ວຍ​ອື່ນ ແລະ​ພວກເຂົາ​ກໍ​ລືມ​ວ່າ​ບ້ານ​ຂອງ​ພວກເຂົາ​ນັ້ນ​ຢູ່​ໃສ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:6
36 Jak'a apnaqawi uñst'ayäwi  

ຈິດໃຈ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ເຊື່ອໝັ້ນ​ເຖີດ ເພາະ​ພຣະເຈົ້າຢາເວ​ຊົງ​ປະທານ​ຄວາມດີ​ແກ່​ເຈົ້າ​ແລ້ວ.


ຂ້ານ້ອຍ​ຫລົງທາງ​ເໝືອນດັ່ງ​ແກະ​ທີ່​ຫລົງເສຍ​ໄປ. ສະນັ້ນ ຂໍ​ພຣະອົງ​ຊອກ​ຫາ​ຂ້ານ້ອຍ​ແດ່ທ້ອນ ຄື​ຊອກ​ຫາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພາະ​ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຈັກເທື່ອ.


ພຣະອົງ​ໃຫ້​ຂ້ານ້ອຍ​ພັກເຊົາ​ຢູ່​ໃນ​ທົ່ງຫຍ້າ​ອັນ​ຂຽວສົດ ພຣະອົງ​ນຳພາ​ຂ້ານ້ອຍ​ໄປ​ທີ່​ບໍ່ນໍ້າ​ອັນ​ສົດໃສ​ແລະ​ມິດງຽບ.


ບ່ອນ​ລີ້ໄພ​ຂອງ​ຂ້ານ້ອຍ​ນັ້ນ​ແມ່ນ​ພຣະອົງ ຜູ້​ຈະ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມ​ເດືອດຮ້ອນ​ໄດ້. ຂ້ານ້ອຍ​ເປັ່ງ​ສຽງ​ຮ້ອງ​ເຖິງ​ຄວາມ​ພົ້ນ​ຂອງ​ພຣະອົງ ເພາະ​ພຣະອົງ​ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໄວ້.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ເປັນ​ທີ່ເພິ່ງ ຂອງ​ພວກ​ຂ້ານ້ອຍ​ຕະຫລອດໄປ.


ຜູ້ໃດ​ທີ່​ໄປ​ເພິ່ງ​ພຣະເຈົ້າ​ສຳລັບ​ຄວາມ​ປອດໄພ ແລະ​ຜູ້​ທີ່​ຢູ່​ພາຍໃຕ້​ການ​ຄຸ້ມຄອງ​ຂອງ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່


ງົວ​ຍັງ​ຮູ້ຈັກ​ເຈົ້າຂອງ ແລະ​ລໍ​ກໍ​ຍັງ​ຮູ້ຈັກ​ບ່ອນ​ທີ່​ນາຍ​ເອົາ​ໄປ​ລ້ຽງ, ແຕ່​ຊາດ​ອິດສະຣາເອນ ປະຊາຊົນ​ຂອງເຮົາ​ບໍ່​ຮູ້ຈັກ​ສໍ່ານັ້ນ​ເລີຍ. ພວກເຂົາ​ບໍ່​ເຂົ້າໃຈ​ຫຍັງ​ຈັກດີ້.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ກັບຄືນ​ມາ​ແລະ​ໄວ້ວາງໃຈ​ໃນ​ເຮົາ​ຢ່າງ​ງຽບໆ​ສາ. ແລ້ວ​ພວກເຈົ້າ​ກໍ​ຈະ​ເຂັ້ມແຂງ​ແລະ​ປອດໄພ.” ແຕ່​ພວກເຈົ້າ​ບໍ່​ຍອມ​ປະຕິບັດ​ຕາມ.


ແຕ່ລະຄົນ​ໃນ​ພວກເຂົາ​ນັ້ນ ຈະ​ເປັນ​ດັ່ງ​ບ່ອນ​ຊົ້ນ​ຈາກ​ລົມ ແລະ​ບ່ອນ​ຫລົບລີ້​ຈາກ​ພະຍຸ. ພວກເຂົາ​ຈະ​ເປັນ​ດັ່ງ​ສາຍ​ນໍ້າ​ທີ່​ຫລັ່ງໄຫລ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ຮົ່ມເງົາ​ໂງ່ນຫີນ​ໃຫຍ່​ໃນ​ດິນແດນ​ທີ່​ແຫ້ງແລ້ງ.


ພວກເຮົາ​ທຸກຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫຼົງເສຍ​ໄປ ແຕ່ລະຄົນ​ເດີນ​ຕາມ​ທາງ​ຂອງ​ຕົນເອງ​ທັງນັ້ນ. ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ທ່ານ​ຮັບ​ໂທດທັນ ຄື​ໂທດກຳ​ທີ່​ເຮົາ​ທຸກຄົນ​ສົມຄວນ​ໄດ້​ຮັບ.


ຂ້ານ້ອຍ​ຕອບ​ວ່າ, “ພວກ​ຜູ້ນຳ​ຂອງ​ພວກເຮົາ​ເປັນ​ຄົນ​ໂງ່ຈ້າ​ທີ່ສຸດ ແລະ​ບໍ່ໄດ້​ຮ້ອງຂໍ​ພຣະເຈົ້າຢາເວ​ນຳພາ. ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ລົ້ມລົງ ປະຊາຊົນ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ແຕກ​ຊະຊາຍ​ໄປສິ້ນ.


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຊາດ​ອິດສະຣາເອນ​ເອີຍ ເຫິງນານ​ແລ້ວ ທີ່​ເຈົ້າ​ບໍ່​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຂອງເຮົາ ບໍ່​ເຊື່ອຟັງ​ເຮົາ​ແລະ​ນະມັດສະການ​ເຮົາ​ດ້ວຍ. ທີ່​ເນີນ​ທີ່ສູງ​ແຕ່ລະ​ໜ່ວຍ ທີ່​ກ້ອງ​ຕົ້ນໄມ້​ແຕ່ລະກົກ ເຈົ້າ​ຂາບໄຫວ້​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ທັງນັ້ນ.


ຍິງສາວ​ລືມ​ເຄື່ອງເອ້​ຂອງຕົນ​ໄດ້​ບໍ? ຫລື​ເຈົ້າສາວ​ລືມ​ຊຸດ​ແຕ່ງງານ​ຂອງຕົນ​ໄດ້​ບໍ? ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ລືມໄລ​ເຮົາ​ໄປ ຫລາຍຟ້າ​ຫລາຍປີ​ເຫຼືອ​ທີ່​ຈະນັບ​ໄດ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ວິບັດ​ແກ່​ພວກ​ຜູ້ລ້ຽງແກະ​ຜູ້​ທີ່​ທຳລາຍ ແລະ​ເຮັດ​ໃຫ້​ກະຈັດ​ກະຈາຍ​ໄປ​ທົ່ວ​ທົ່ງຫຍ້າ​ຂອງເຮົາ.”


ພວກ​ຂ້ານ້ອຍ​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ຫຍັງ​ເລີຍ ຈາກ​ພະ​ຕ່າງຊາດ​ທີ່​ພວກ​ຂ້ານ້ອຍ​ນະມັດສະການ​ທີ່​ເທິງ​ເນີນພູ​ຕ່າງໆ ແລະ​ພູເຂົາ​ທັງຫຼາຍ​ນັ້ນ. ຄວາມພົ້ນ​ຂອງ​ຊາດ​ອິດສະຣາເອນ​ນັ້ນ​ມາ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ແຕ່ເທົ່ານັ້ນ.


ເມື່ອ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ບໍ່​ເຫັນ​ຫລື​ວ່າ​ອິດສະຣາເອນ ຍິງ​ທີ່​ບໍ່​ສັດຊື່​ໄດ້​ເຮັດ​ແນວໃດ? ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແລະ​ຕາມ​ເນີນ​ທີ່ສູງ​ກັບ​ຢູ່​ກ້ອງ​ກົກໄມ້​ໃບຂຽວ​ທຸກໆ​ກົກ ນາງ​ໄດ້​ເຮັດ​ດັ່ງ​ຍິງ​ແມ່ຈ້າງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ຢູ່​ໃນ​ດິນແດນ​ທີ່​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ເປັນ​ບ່ອນ​ທີ່​ບໍ່ມີ​ຄົນ ຫລື​ສັດ​ອາໄສ​ຢູ່​ນີ້; ດິນແດນ​ນັ້ນ​ຈະ​ມີ​ທົ່ງຫຍ້າ ຊຶ່ງ​ຄົນລ້ຽງແກະ​ເບິ່ງແຍງ​ຝູງແກະ​ຂອງ​ພວກເຂົາ.


“ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”


ເຮົາ​ຈະ​ປົວແປງ​ປະຊາຊົນ​ອິດສະຣາເອນ​ຂຶ້ນໃໝ່​ໃນ​ດິນແດນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ອາຫານ​ການກິນ​ເກີດຂຶ້ນ​ທີ່​ເທິງ​ພູ​ກາເມນ ແລະ​ໃນ​ຂົງເຂດ​ບາຊານ ແລະ​ພວກເຂົາ​ຈະ​ກິນ​ຜົນລະປູກ​ທີ່​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເອຟຣາອິມ​ກັບ​ກີເລອາດ ຕາມ​ຄວາມ​ຕ້ອງການ.


ເພາະ​ພວກເຂົາ​ໄດ້​ນຳ​ປະຊາຊົນ​ຂອງເຮົາ​ໄປ​ໃນ​ທາງ​ຜິດ ໂດຍ​ກ່າວ​ວ່າ, “ສະຫງົບສຸກ.” ເມື່ອ​ທຸກສິ່ງ​ບໍ່​ໄດ້​ສະຫງົບສຸກ ປະຊາຊົນ​ຂອງເຮົາ​ໄດ້​ເອົາ​ຫີນ​ມາ​ວາງ​ຢອງ​ເປັນ​ກຳແພງ ແລະ​ຕໍ່ມາ​ພວກ​ຜູ້ທຳນວາຍ​ກໍ​ເອົາ​ປູນຂາວ​ທາ​ໂອບ.


ເຮົາ​ຈະ​ປ່ອຍ​ໃຫ້​ພວກເຂົາ​ກິນ​ຫຍ້າ​ຕາມ​ຮ່ອມພູ​ທັງຫລາຍ ແລະ​ຕາມ​ທົ່ງຫຍ້າ​ຂຽວສົດ​ຕ່າງໆ​ໃນ​ດິນແດນ​ອິດສະຣາເອນ.


ເຮົາ​ຈະ​ເປັນ​ຜູ້ລ້ຽງແກະ​ຂອງ​ເຮົາເອງ ແລະ​ເຮົາ​ຈະ​ຊອກຫາ​ບ່ອນ​ໃຫ້​ພວກເຂົາ​ພັກຜ່ອນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ຊອກຫາ​ແກະ​ໂຕ​ທີ່​ຫລົງເສຍ​ໄປ, ຈະ​ນຳ​ແກະ​ໂຕ​ທີ່​ຊັດເຊ​ພະເນຈອນ​ໄປ​ນັ້ນ​ກັບຄືນ​ມາ, ຈະ​ພັນ​ບາດແຜ​ໂຕ​ທີ່​ໄດ້​ຖືກ​ທຳຮ້າຍ ແລະ​ຈະ​ປິ່ນປົວ​ໂຕ​ທີ່​ເຈັບໂຊ, ແຕ່​ໂຕ​ໃດ​ທີ່​ຕຸ້ຍພີ​ດີ ແລະ​ແຂງແຮງ ເຮົາ​ຈະ​ທຳລາຍ ເພາະ​ເຮົາ​ເປັນ​ຜູ້ລ້ຽງ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ແຕ່​ຈົ່ງ​ໄປ​ຫາ​ຝູງແກະ​ທີ່​ເສຍ​ແຫ່ງ​ປະຊາຊົນ​ຂອງ​ຊາດ​ອິດສະຣາເອນ.


ແລ້ວ​ພຣະອົງ​ກໍ​ຕອບ​ວ່າ, “ເຮົາ​ຖືກ​ໃຊ້​ມາ​ຫາ​ຝູງແກະ​ທີ່​ເສຍ​ໄປ ໃນ​ຊາດ​ອິດສະຣາເອນ​ເທົ່ານັ້ນ.”


ເມື່ອ​ພຣະອົງ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ກັງວົນ​ເປັນທຸກໃຈ​ແລະ​ຂາດ​ທີ່​ເພິ່ງ ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ.


ເພາະວ່າ ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ແກະ​ທີ່​ຫລົງ​ເສຍ​ໄປ, ແຕ່​ບັດນີ້​ພວກເຈົ້າ​ຖືກ​ນຳ​ຄືນ​ມາ​ຫາ​ພຣະຜູ້ລ້ຽງ ແລະ​ຜູ້​ເບິ່ງແຍງ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka