Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:5 - ພຣະຄຳພີສັກສິ

5 ພວກເຂົາ​ຈະ​ຖາມ​ຫາ​ຫົນທາງ​ໄປ​ສູ່​ພູເຂົາ​ຊີໂອນ ແລະ​ຈະ​ເດີນ​ໄປ​ຕາມ​ຫົນທາງ​ນັ້ນ. ພວກເຂົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຕະຫລອດໄປ​ກັບ​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ບໍ່​ຝ່າຝືນ​ພັນທະສັນຍາ​ນັ້ນ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:5
26 Jak'a apnaqawi uñst'ayäwi  

ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ.


ພຣະເຈົ້າ​ອວຍພອນ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ດັ່ງນີ້ ເພາະ​ຊົງ​ຕັ້ງ​ພັນທະສັນຍາ​ກັບ​ຂ້ານ້ອຍ​ສືບໄປ, ເປັນ​ຄຳ​ຕົກລົງ​ທີ່​ຈະ​ບໍ່​ຖືກ​ຍົກເລີກ ເປັນ​ຄຳສັນຍາ​ທີ່​ຈະ​ປ່ຽນແປງ​ບໍ່ໄດ້. ທັງໝົດ​ນີ້ ຄື​ສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ຄື​ຊົງ​ມອບ​ໄຊຊະນະ​ໃຫ້​ໃນ​ທຸກໆ​ສະພາບ​ການ.


ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”


ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ໂດຍຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”


ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນ​ຂະນະທີ່​ເດີນທາງ​ໄປ ທີ່​ພູເຂົາ​ຊີໂອນ​ຈະ​ພົບ​ເຫັນ​ພຣະເຈົ້າ​ຜູ້​ຊົງ​ຢູ່​ເໜືອ​ບັນດາ​ພະ​ທັງຫຼາຍ.


ທາງຫລວງ​ສາຍ​ໜຶ່ງ​ຈະ​ຖືກ​ສ້າງ​ຂຶ້ນ​ມາ ທີ່​ມີ​ຊື່​ວ່າ, “ທາງ​ແຫ່ງ​ຄວາມ​ບໍຣິສຸດ” ອັນ​ແທ້ຈິງ. ຈະ​ບໍ່ມີ​ຄົນບາບ​ເດີນ​ໄປ​ໃນ​ທາງ​ນັ້ນ​ເລີຍ ແມ່ນແຕ່​ຄົນໂງ່​ກໍ​ຈະ​ບໍ່​ຫລົງ​ໃນ​ທາງ​ນັ້ນ.


ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


ໃນວັນນັ້ນ ເຊື້ອສາຍ​ຂອງ​ຢູດາ​ຈະ​ຮ່ວມ​ກັບ​ເຊື້ອສາຍ​ຂອງ​ອິດສະຣາເອນ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທາງ​ທິດເໜືອ​ພ້ອມກັນ ແລະ​ຈະ​ຄືນມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ ເປັນ​ກຳມະສິດ​ອັນ​ຖາວອນ.”


“ຈົ່ງ​ເຮັດ​ປ້າຍ​ແລະ​ໝາຍ​ໄວ້​ຕາມ​ຫົນທາງ ຈົ່ງ​ຊອກຫາ​ຖະໜົນ​ທີ່​ເຈົ້າ​ໄດ້​ປະ​ໄປ​ນັ້ນ. ຈົ່ງ​ກັບ​ມາ​ເຖີດ ປະຊາຊົນ​ອິດສະຣາເອນ​ເອີຍ ກັບຄືນ​ມາ​ສູ່​ບ້ານ​ເມືອງ​ທີ່​ພວກເຈົ້າ​ໄດ້​ຈາກ​ໄປ​ນັ້ນ.


ຖືກ​ແລ້ວ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນເຝົ້າຍາມ​ຈະ​ເປັ່ງ​ສຽງ​ຮ້ອງ​ອອກ​ໄປ​ຈາກ​ເຂດ​ເນີນພູ​ເອຟຣາອິມ​ວ່າ, ‘ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊີໂອນ​ເພື່ອ​ເຝົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.”’


ເຮົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ຢຸດຢັ້ງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ສຳລັບ​ພວກເຂົາ ແລະ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ພວກເຂົາ​ຢຳເກງ​ເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ເຮົາ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”


ເຈົ້າ​ຈະ​ລະນຶກ​ໄດ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່ ແລະ​ເຈົ້າ​ກໍ​ຈະ​ລະອາຍ​ໃຈ ເມື່ອ​ເຈົ້າ​ໄດ້​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ຄືນ​ມາ. ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ດັ່ງ​ລູກສາວ​ຂອງເຈົ້າ ເຖິງ​ແມ່ນ​ວ່າ​ບໍ່​ຢູ່​ໃນ​ສ່ວນ​ພັນທະສັນຍາ​ຂອງເຮົາ​ກັບ​ເຈົ້າ​ກໍຕາມ.


ເຮົາ​ຈະ​ທ້ອນໂຮມ​ພວກເຂົາ​ໃຫ້​ເປັນ​ຊາດ​ໜຶ່ງ​ໃນ​ດິນແດນ​ນີ້ ຄື​ຕາມ​ເທິງ​ພູເຂົາ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ. ພວກເຂົາ​ຈະ​ມີ​ກະສັດ​ຜູ້​ດຽວ​ປົກຄອງ ແລະ​ພວກເຂົາ​ຈະ​ບໍ່​ຖືກ​ແບ່ງ​ໃຫ້​ເປັນ​ສອງ​ຊົນຊາດ ຫລື​ແຍກ​ອອກ​ເປັນ​ສອງ​ອານາຈັກ​ອີກ​ຕໍ່ໄປ.


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ. ພວກເຂົາ​ຈະ​ເລືອກເອົາ​ຜູ້ນຳ​ຄົນດຽວ​ສຳລັບ​ພວກຕົນ ພວກເຂົາ​ຈະ​ຮຸ່ງເຮືອງ​ແລະ​ອຸດົມສົມບູນ​ອີກເທື່ອໜຶ່ງ. ແມ່ນແລ້ວ ວັນ​ຂອງ​ຢິດຊະເຣນ ຈະ​ເປັນ​ວັນ​ຍິ່ງໃຫຍ່!


ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.


ປະຊາຊົນ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ໄປ​ຫາ​ພຣະເຈົ້າຢາເວ​ເທາະ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເຈັບປວດ ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ​ໃຫ້​ດີ​ຢ່າງ​ແນ່ນອນ; ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ບາດແຜ ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້.


ຜູ້ໃດ​ທີ່​ເຕັມໃຈ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ຜູ້ນັ້ນ​ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງສອນ​ນັ້ນ ມາ​ຈາກ​ພຣະເຈົ້າ ຫລື​ເຮົາ​ກ່າວ​ຕາມໃຈ​ຂອງເຮົາ​ເອງ.


ເມື່ອ​ເພິ່ນ​ໄດ້​ມາ​ຮອດ ແລະ​ເຫັນ​ພຣະຄຸນ​ພຣະເຈົ້າ​ອວຍພອນ​ຄົນ​ເຫຼົ່ານັ້ນ​ຢ່າງ​ໃດ​ເພິ່ນ​ກໍ​ດີໃຈ ແລະ​ເຕືອນ​ເຂົາ​ທຸກຄົນ​ໃຫ້​ສັດຊື່ ແລະ​ຕັ້ງໝັ້ນຄົງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຂົາ.


ບໍ່​ເໝືອນ​ດັ່ງ​ເຮົາ​ໄດ້​ຄາດໝາຍ​ໄວ້, ແຕ່​ຂໍ້​ສຳຄັນ​ທີ່ສຸດ ແມ່ນ​ພວກເຂົາ​ໄດ້​ຖວາຍ​ຕົວ​ເອງ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ກ່ອນ ແລ້ວ​ໄດ້​ມອບ​ຕົວ​ໃຫ້​ເຮົາ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka