Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:46 - ພຣະຄຳພີສັກສິ

46 ເມື່ອ​ນະຄອນ​ບາບີໂລນ​ຫຼົ້ມຈົມ​ນັ້ນ​ຈະ​ມີ​ສຽງດັງ​ຂຶ້ນ ຈົນ​ແຜ່ນດິນ​ໂລກ​ທັງໝົດ​ສັ່ນສະເທືອນ ແລະ​ສຽງ​ແຕກຕື່ນ​ກໍ​ຈະ​ໄດ້ຍິນ​ໄປ​ຮອດ​ຊົນຊາດ​ທັງຫລາຍ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:46
14 Jak'a apnaqawi uñst'ayäwi  

ຈິດໃຈ​ຂອງຂ້ອຍ​ຮໍ່າຮ້ອງ​ເຖິງ​ດິນແດນ​ໂມອາບ ປະຊາຊົນ​ພາກັນ​ປົບໜີໄປ​ທີ່​ເມືອງ​ໂຊອາ ແລະ​ໄປ​ທີ່​ເມືອງ​ເອັກລາດ-ເຊລິດຊີຢາ. ບາງຄົນ​ຍ່າງ​ຂຶ້ນຄ້ອຍ ຕ່າງ​ຮ້ອງໄຫ້​ໄປ​ທີ່​ເມືອງ​ລູຫິດ; ບາງຄົນ​ປົບໜີໄປ​ທີ່​ເມືອງ​ໂຮໂຣນາອິມ ທັງ​ຄວນຄາງ​ສຽງດັງ​ອຶກກະທຶກ.


ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມຈິງ ພຣະອົງ​ຊົງ​ເປັນ​ຊີວິດ​ແລະ​ເປັນ​ກະສັດ​ຕະຫລອດໄປ. ເມື່ອ​ພຣະອົງ​ໂກດຮ້າຍ ໂລກນີ້​ກໍ​ສະທ້ານ​ຫວັ່ນໄຫວ ທຸກ​ຊົນຊາດ​ບໍ່​ອາດ​ທົນທານ​ຕໍ່​ຄວາມ​ໂກດຮ້າຍຂອງ​ພຣະອົງ​ໄດ້. (


ຊົນຊາດ​ຕ່າງ​ກໍ​ໄດ້​ຍິນ​ວ່າ​ພວກເຈົ້າ​ອັບອາຍ ທຸກຄົນ​ຕ່າງ​ກໍ​ໄດ້​ຍິນ​ສຽງ​ພວກເຈົ້າ​ຮ້ອງໄຫ້. ທະຫານ​ຜູ້ໜຶ່ງ​ເຕັ້ນ​ໃສ່​ຜູ້​ອື່ນ​ທີ່​ເປັນ​ໝູ່​ຂອງຕົນ ແລະ​ທັງສອງ​ຕ່າງ​ກໍ​ລົ້ມລົງ​ດິນ​ທັງນັ້ນ.


“ສິງ​ອອກ​ຈາກ​ປ່າຕຶບ​ມາ​ສູ່​ແຄມ​ແມ່ນໍ້າ​ຈໍແດນ​ທີ່​ມີ​ຫຍ້າຂຽວ​ສັນໃດ; ເຮົາ​ກໍ​ຈະ​ມາ​ເຮັດ​ໃຫ້​ຊາວ​ເອໂດມ ແລ່ນ​ໜີ​ຈາກ​ດິນແດນ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ຜູ້ນຳ​ທີ່​ເຮົາ​ເລືອກເອົາ​ກໍ​ຈະ​ປົກຄອງ​ດິນແດນ. ຜູ້ໃດ​ແດ່​ທຽບເທົ່າ​ກັບ​ເຮົາ​ໄດ້? ຜູ້ໃດ​ແດ່​ກ້າ​ທ້າທາຍ​ເຮົາ​ໄດ້? ນັກ​ປົກຄອງ​ຜູ້ໃດ​ແດ່​ຕ້ານທານ​ເຮົາ​ໄດ້?


ເມື່ອ​ເອໂດມ​ແຕກ ຈະ​ມີ​ສຽງດັງ​ຈົນ​ແຜ່ນດິນ​ໂລກ​ຫວັ່ນໄຫວ ແລະ​ສຽງ​ແຕກຕື່ນ​ກໍ​ຈະ​ໄດ້ຍິນ​ໄປ​ຮອດ​ອ່າວ​ອາກາບາ.


ແຜ່ນດິນ​ໂລກ​ສັ່ນສະເທືອນ ເພາະ​ພຣະເຈົ້າຢາເວ​ກຳລັງ​ດຳເນີນ​ແຜນການ​ຂອງ​ພຣະອົງ ເພື່ອ​ເຮັດ​ໃຫ້​ບາບີໂລນ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຟັງ​ສຽງ​ຮ້ອງໄຫ້​ໃນ​ນະຄອນ​ບາບີໂລນ ເປັນ​ສຽງ​ໄວ້ທຸກ​ເພາະ​ດິນແດນ​ພັງ​ພິນາດ.


ບັດນີ້ ເຖິງ​ວັນ​ທີ່​ຕີເຣ​ຖືກ​ທຳລາຍ​ໃຫ້​ໝຸ່ນ​ທະລາຍ ເກາະດອນ​ກໍ​ຫວັ່ນໄຫວ​ທັງ​ຄົນ​ກໍ​ສະດຸ້ງ​ຕົກໃຈ​ດ້ວຍ.”


ສຽງ​ຮ້ອງ​ລູກ​ເຮືອ​ຜູ້​ທີ່​ກຳລັງ​ຈະ​ຈົມນໍ້າ​ຕາຍ ກໍ​ໄດ້​ຍິນ​ກ້ອງ​ໄປ​ເຖິງ​ແຄມ​ຝັ່ງ​ທະເລ​ພຸ້ນ.


ເມື່ອ​ເຮົາ​ສົ່ງ​ມັນ​ລົງ​ໄປ​ສູ່​ແດນ​ມໍຣະນາ​ນັ້ນ ສຽງ​ແຫ່ງ​ການ​ລົ້ມລົງ​ຂອງ​ມັນ​ຈະ​ເຮັດ​ໃຫ້​ຫລາຍ​ຊາດ​ສັ່ນສະເທືອນ. ຕົ້ນໄມ້​ທຸກ​ຕົ້ນ​ໃນ​ສວນ​ເອເດນ​ແລະ​ຕົ້ນໄມ້​ທີ່​ຖືກ​ເລືອກ​ຢ່າງດີ​ທີ່ສຸດ ຄື​ຕົ້ນໄມ້​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ​ຂອງ​ເລບານອນ ກໍ​ຈະ​ພໍໃຈ​ໃນ​ການ​ລົ້ມລົງ​ຂອງ​ມັນ.


ສິ່ງ​ທີ່​ເຮົາ​ກະທຳ​ກັບ​ເຈົ້າ​ນັ້ນ ຈະ​ເຮັດ​ໃຫ້​ຫລາຍ​ຊົນຊາດ​ສະດຸ້ງ​ຕົກໃຈ. ເມື່ອ​ເຮົາ​ແກວ່ງ​ດາບ​ຂອງເຮົາ​ກວາດ​ໄປມາ ກະສັດ​ທັງຫລາຍ​ຈະ​ຢ້ານກົວ​ຈົນ​ຕົວ​ສັ່ນ. ໃນ​ມື້​ທີ່​ເຈົ້າ​ລົ້ມລົງ​ນັ້ນ ພວກເຂົາ​ຈະ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ​ເພາະ​ຫ່ວງ​ຊີວິດ​ຕົນເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka