Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:44 - ພຣະຄຳພີສັກສິ

44 ສິງ​ກຳລັງ​ອອກ​ມາ​ຈາກ​ປ່າຕຶບ​ຂອງ​ແຄມ​ແມ່ນໍ້າ​ຈໍແດນ ສູ່​ທົ່ງຫຍ້າ​ຂຽວ​ສັນໃດ; ເຮົາ​ກໍ​ກຳລັງ​ອອກ​ມາ​ເຮັດ​ໃຫ້​ຊາວ​ບາບີໂລນ ແລ່ນ​ໜີ​ຈາກ​ເມືອງ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ພວກ​ເຈົ້ານາຍ​ທີ່​ເຮົາ​ເລືອກໄວ້​ກໍ​ຈະ​ປົກຄອງ​ປະເທດ. ຜູ້ໃດ​ປຽບທຽບ​ກັບ​ເຮົາ​ໄດ້​ແດ່? ຜູ້ໃດ​ທ້າທາຍ​ກັບ​ເຮົາ​ໄດ້​ແດ່? ມີ​ຜູ້ປົກຄອງ​ຄົນໃດ​ຕ້ານທານ​ເຮົາ​ໄດ້?

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:44
18 Jak'a apnaqawi uñst'ayäwi  

ໃນ​ສະຫວັນ​ບໍ່ມີ​ຜູ້ໃດ​ເໝືອນ​ພຣະເຈົ້າຢາເວ ບໍ່ມີ​ຊາວ​ສະຫວັນ​ຄົນໃດ​ຈະ​ເທົ່າທຽມ​ພຣະເຈົ້າຢາເວ​ໄດ້.


ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ບໍ່ມີ​ຜູ້ໃດ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ດັ່ງ​ພຣະອົງ​ໄດ້. ພຣະເຈົ້າຢາເວ​ເອີຍ ພຣະອົງ​ຊົງ​ສັດຊື່ ໃນ​ສັບພະທຸກສິ່ງ.


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ພຣະເຈົ້າ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ? ທ່ານ​ພັນລະນາ​ໄດ້​ບໍ​ວ່າ​ພຣະອົງ​ເປັນ​ອັນໃດ​ແທ້?


ພຣະເຈົ້າ​ອົງ​ບໍຣິສຸດ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ​ນໍ? ມີ​ຜູ້ໃດ​ແດ່​ທີ່​ສຳຄັນ​ເໝືອນ​ດັ່ງ​ພຣະອົງ​ໄດ້?


ເຮົາ​ໄດ້​ເລືອກ​ຄົນ​ໜຶ່ງ​ຢູ່​ທິດ​ຕາເວັນອອກ​ມາ ຈະ​ໃຫ້​ລາວ​ໂຈມຕີ​ມາ​ແຕ່​ທາງ​ທິດເໜືອ​ພຸ້ນ. ລາວ​ຈະ​ຢຽບຢໍ່າ​ພວກ​ຜູ້ປົກຄອງ​ດັ່ງ​ຢຽບ​ຂີ້ຕົມ ດັ່ງ​ຊ່າງ​ເຮັດ​ໝໍ້ດິນ​ຢຽບຢໍ່າ​ດິນດາກ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຈົ້າ​ທັງຫລາຍ​ເປັນ​ພະຍານ​ຂອງເຮົາ ເຮົາ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ມາ​ເປັນ​ຜູ້ຮັບໃຊ້ ເພື່ອ​ວ່າ​ຈະ​ໄດ້​ຮູ້ ແລະ​ຈະ​ໄດ້​ເຊື່ອ​ໃນ​ເຮົາ ເຂົ້າໃຈ​ວ່າ​ເຮົາ​ແຕ່​ຜູ້ດຽວ​ຊົງ​ເປັນ​ພຣະເຈົ້າ. ນອກຈາກ​ເຮົາ​ແລ້ວ ບໍ່ມີ​ພະ​ຕົນອື່ນ​ອີກ​ເລີຍ ບໍ່ເຄີຍ​ມີ​ມາ​ແຕ່​ໃດໆ ແລະ​ຈະ​ບໍ່ມີ​ຈັກເທື່ອ.


ແຕ່​ທິດ​ຕາເວັນອອກ ເຮົາ​ກຳລັງ​ເອີ້ນ​ເອົາ​ຄົນ​ໜຶ່ງ​ມາ ລາວ​ຈະ​ຊັດ​ຫົວ​ລົງ​ດັ່ງ​ໂຕ​ແຫລວ​ບິນ​ເຈີດ ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງແຜນ ເຮົາ​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເກີດຂຶ້ນ​ຢ່າງນັ້ນ.


ຈົ່ງ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແຕ່​ດົນນານ ຈົ່ງ​ຮັບຮູ້​ວ່າ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ແລະ​ຮັບຮູ້​ວ່າ​ນອກຈາກ​ເຮົາ​ແລ້ວ​ບໍ່ມີ​ຜູ້ໃດ ເພາະ​ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ.


“ເຈົ້າ​ທັງໝົດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ ບໍ່ມີ​ພະ​ໃດ​ໃນ​ທ່າມກາງ​ບັນດາ​ພະ​ເຫຼົ່ານັ້ນ​ໄດ້​ປະກາດ​ສິ່ງ​ເຫຼົ່ານີ້ ວ່າ​ພຣະເຈົ້າຢາເວ​ຊົງ​ຮັກ​ທ່ານ ພຣະອົງ​ຈະ​ໂຈມຕີ​ນະຄອນ​ບາບີໂລນ ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ທຸກຢ່າງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າ​ເມື່ອຍ​ແລ່ນແຂ່ງ​ກັບ​ຄົນ ເຮັດ​ຈັ່ງໃດ​ເຈົ້າ​ຈະ​ແລ່ນແຂ່ງ​ກັບ​ໂຕ​ມ້າ​ໄດ້? ຖ້າ​ຢືນ​ຢູ່​ໃນ​ເມືອງ​ທີ່​ເປີດແປນ​ບໍ່ໄດ້ ເຈົ້າ​ຈະ​ບຸ​ປ່າ​ທີ່​ລຸ່ມ​ແມ່ນໍ້າ​ຈໍແດນ​ໄດ້​ຈັ່ງໃດ?


ພຣະອົງ​ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ​ສາ​ແລ້ວ ດັ່ງ​ໂຕສິງ​ໜີ​ຈາກ​ບ່ອນ​ທີ່​ມັນ​ຊ້ອນຕົວ​ຢູ່. ການ​ຢ້ານກົວ​ສົງຄາມ​ແລະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ໄດ້​ປ່ຽນ​ປະເທດ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ພວກ​ເຈົ້ານາຍ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ ກະສັດ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ​ດ້ວຍ. ລາວ​ຈະ​ຫຍັບ​ເຂົ້າ​ໃກ້ ເມື່ອ​ເຮົາ​ໄດ້​ເຊີນ​ລາວ ຜູ້​ທີ່​ບໍ່​ຖືກ​ເຊີນ ມີ​ຜູ້ໃດ​ແດ່​ກ້າ​ຫຍັບ​ມາ​ເຂົ້າ​ໃກ້? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ເປັ່ງສຽງ​ສູ້ຮົບ​ອ້ອມ​ເມືອງ​ເຖີດ ບັດນີ້​ນະຄອນ​ບາບີໂລນ​ໄດ້​ຍອມ​ຈຳນົນ​ແລ້ວ. ກຳແພງ​ເມືອງ​ຖືກ​ພັງ​ລົງ. ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ແກ້ແຄ້ນ​ຊາວ​ບາບີໂລນ. ສະນັ້ນ ຈົ່ງ​ແກ້ແຄ້ນ ແລະ​ເຮັດ​ຕໍ່​ພວກເຂົາ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກັບ​ຄົນອື່ນ​ນັ້ນ​ສາ.


ບັນດາ​ນັກ​ປົກຄອງ​ຄວນຄາງ​ຢ່າງ​ທຸກ​ລະທົມ​ໃຈ ເພາະ​ກຽດສັກສີ​ຂອງ​ພວກເຂົາ​ສູນສິ້ນ​ໄປ​ເສຍແລ້ວ ຈົ່ງ​ຟັງ​ສຽງ​ຄຳຣາມ​ຮ້ອງ​ຂອງ​ຝູງ​ສິງໜຸ່ມ ປ່າ​ທີ່​ມັນ​ຢູ່​ຕາມ​ແມ່ນໍ້າ​ຈໍແດນ​ໄດ້​ຖືກ​ທຳລາຍ​ລົງ.


ແລ້ວ​ເພິ່ນ​ກໍໄດ້​ບອກ​ໂກຣາ​ແລະ​ພັກພວກ​ຂອງ​ລາວ​ວ່າ, “ໃນ​ມື້ອື່ນ​ເຊົ້າ ພຣະເຈົ້າຢາເວ​ຈະ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ຜູ້ໃດ​ເປັນ​ຂອງ​ພຣະອົງ ພຣະອົງ​ຈະ​ໃຫ້​ຜູ້​ທີ່​ເປັນ​ຂອງ​ພຣະອົງ ຄື​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ນັ້ນ ຫຍັບ​ເຂົ້າ​ໃກ້​ພຣະອົງ​ທີ່​ແທ່ນບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka