Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:42 - ພຣະຄຳພີສັກສິ

42 ພວກເຂົາ​ຢຶດ​ໜ້າທະນູ ແລະ​ດາບ​ໄດ້​ຫລວງຫລາຍ ພວກເຂົາ​ໂຫດຮ້າຍ​ຫລາຍ​ໄຮ້​ຄວາມ​ເມດຕາ​ທັງນັ້ນ. ພວກເຂົາ​ຮ້ອງ​ສຽງດັງ​ກ້ອງ​ດັ່ງ​ຄື້ນ​ທະເລ ເມື່ອ​ພວກເຂົາ​ຂີ່​ມ້າ​ຂອງຕົນ​ແລ່ນ​ຫອບໄປ​ນັ້ນ. ພວກເຂົາ​ຕ່າງ​ກໍ​ຕຽມພ້ອມ​ເຂົ້າ​ສູ່​ສະໜາມ ຕຽມ​ເຮັດ​ສົງຄາມ​ຕໍ່ສູ້​ບາບີໂລນ​ທັງນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:42
23 Jak'a apnaqawi uñst'ayäwi  

ບັນດາ​ຊົນຊາດ​ຕ່າງ​ກໍ​ຫວາດຫວັ່ນ​ຕົກໃຈກົວ ແລະ​ອານາຈັກ​ທັງຫລາຍ​ກໍ​ສັ່ນສະເທືອນ ເມື່ອ​ພຣະອົງ​ສົ່ງ​ສຽງ​ຟ້າຮ້ອງ​ດັງ​ກ້ອງ​ກັງວານ ແຜ່ນດິນ​ໂລກ​ເຮົາ​ກໍ​ຖະຫລົ່ມ​ໄປ​ໝົດສິ້ນ.


ຂໍ​ຊົງ​ໂຜດ​ຈື່ຈຳ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ໄວ້​ກັບ​ພວກ​ຂ້ານ້ອຍ​ແດ່ທ້ອນ ເພາະ​ຕາມ​ດິນແດນ​ທຸກແຫ່ງ​ທີ່​ມືດ​ນັ້ນ ກໍ​ເຕັມ​ແຕ່​ການ​ຮຸນແຮງ.


ຄື​ຜູ້​ກົດຂີ່​ປະຊາຊົນ​ຢ່າງ​ໂຫດຮ້າຍ ແລະ​ບໍ່ໄດ້​ຢຸດ​ເຂັ່ນຂ້າ​ຊົນຊາດ​ທັງຫລາຍ​ທີ່​ພວກຕົນ​ຕີ​ໄດ້​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ລົງ​ຈາກ​ບັນລັງ​ເຖີດ ນະຄອນ​ບາບີໂລນ​ເອີຍ ແລະ​ນັ່ງ​ເທິງ​ພື້ນ​ຕາມ​ຂີ້ຝຸ່ນ​ດິນ​ສາ​ເຖີດ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ສາວ​ປອດ​ຜູ້ໜຶ່ງ​ໃດ ເປັນ​ນະຄອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ເອົາ​ໄດ້ ແຕ່​ເຈົ້າ​ຈະ​ບໍ່​ອ່ອນໂຍນ​ແລະ​ໜ້າ​ຈັບໃຈ​ຕໍ່ໄປ ບັດນີ້ ເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ສາ​ແລ້ວ


ເຮົາ​ໄດ້​ໂກດຮ້າຍ​ໃຫ້​ປະຊາຊົນ​ຂອງເຮົາ ເຮົາ​ໄດ້​ເຮັດ​ຕໍ່​ພວກເຂົາ​ດັ່ງ​ບໍ່ໄດ້​ເປັນ​ຂອງເຮົາ​ອີກ: ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ອຳນາດ​ຂອງເຈົ້າ​ໝົດ ເຈົ້າ​ບໍ່ໄດ້​ເມດຕາປານີ​ພວກເຂົາ​ເລີຍ.


ລູກທະນູ​ຂອງ​ພວກເຂົາ​ແຫລມ ແລະ​ໜ້າທະນູ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຍິງ. ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ແຂງ​ດັ່ງ​ຫີນ ແລະ​ຕີນ​ລົດ​ກໍ​ປິ່ນ​ດັ່ງ​ລົມ​ບ້າໝູ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຮຮ້ອງ​ໃສ່​ຊາດ​ອິດສະຣາເອນ​ດັ່ງ​ຄື້ນ​ອຶກກະທຶກ​ຂອງ​ທະເລ. ເບິ່ງ​ປະເທດ​ນີ້​ແມ ຊ່າງ​ມືດມິດ ແລະ​ທຸກລະທົມ​ແທ້ ຄວາມ​ສະຫວ່າງ​ກາຍເປັນ​ມືດມົວ​ສາແລ້ວ.


ຄົນ​ຮັກແພງ​ຕ່າງ​ກໍໄດ້​ລືມໄລ​ພວກເຈົ້າ​ໄປ ພວກເຂົາ​ບໍ່​ສົນໃຈ​ກັບ​ພວກເຈົ້າ​ຕໍ່ໄປ​ອີກ. ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ດັ່ງ​ສັດຕູ​ໂຈມຕີ ໂທດກຳ​ທີ່​ພວກເຈົ້າ​ໄດ້​ຮັບ​ກໍ​ຮຸນແຮງ​ແທ້ ເພາະ​ການບາບ​ຂອງ​ພວກເຈົ້າ​ມີ​ຫລວງຫລາຍ ແລະ​ຄວາມ​ຊົ່ວຊາມ​ກໍ​ມີ​ຫລາຍໂພດ.


ພວກເຂົາ​ຈະ​ໄດ້ຍິນ​ສຽງ​ຕີນ​ມ້າ​ແລ່ນ​ກະທືບ​ພື້ນດິນ ສຽງ​ລົດຮົບ​ຈະ​ກະທົບ​ດິນ ແລະ​ລໍ້ລົດ​ກໍ​ຈະ​ດັງ​ກ້ອງ. ພໍ່​ບໍ່ໄດ້​ຫລຽວຫລັງ​ເບິ່ງ​ລູກໆ​ຂອງຕົນ ມື​ຂອງ​ພວກເຂົາ​ຈະ​ຈັບ​ຂ້າງ​ພໍ່​ຕົນ​ຢ່າງ​ອ່ອນເພຍ​ເປ້ຍຫລ່ອຍ.


ພວກ​ນັກຍິງທະນູ​ເອີຍ ຈົ່ງ​ລຽນແຖວ​ເຂົ້າ​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ບາບີໂລນ​ແລະ​ອ້ອມ​ໄວ້. ຈົ່ງ​ຍິງ​ລູກທະນູ​ທັງໝົດ​ຂອງ​ພວກເຈົ້າ​ສຸມໃສ່​ນະຄອນ​ບາບີໂລນ​ຍ້ອນ​ເມືອງ​ນີ້​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.


ເຮົາ​ຈະ​ປຸກປັ່ນ​ໝວດ​ໜຶ່ງ​ໃນ​ບັນດາ​ຊົນຊາດ​ທີ່​ເຂັ້ມແຂງ​ທາງ​ທິດເໜືອ​ໃຫ້​ມາ​ໂຈມຕີ​ບາບີໂລນ. ພວກເຂົາ​ຈະ​ລຽນແຖວກັນ​ເຮັດ​ເສິກ ແລະ​ຕີ​ເອົາ​ປະເທດ​ນີ້. ພວກເຂົາ​ເປັນ​ນັກໂຫ່ເນື້ອ​ທີ່​ຊຳນິ​ຊຳນານ ໂດຍ​ຍິງ​ລູກທະນູ​ບໍ່​ຜິດພາດ​ເປົ້າໝາຍ​ຈັກເທື່ອ.


“ຈົ່ງ​ໃຫ້​ສັນຍານ​ໂຈມຕີ ຈົ່ງ​ເປົ່າແກ​ຂຶ້ນ​ເພື່ອ​ຊົນຊາດ​ຕ່າງໆ​ຈະ​ໄດ້ຍິນ ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ ຈົ່ງ​ບອກ​ໃຫ້​ອານາຈັກ​ອາຣາຣັດ, ມິນນີ ແລະ​ອັດຊະເກນາດ ຕຽມ​ໂຈມຕີ. ຈົ່ງ​ແຕ່ງຕັ້ງ​ນາຍ​ທະຫານ​ຜູ້ໜຶ່ງ​ໃຫ້​ນຳພາ​ການ​ໂຈມຕີ. ຈົ່ງ​ນຳ​ຝູງມ້າ​ມາ​ໃຫ້​ຫລາຍ​ດັ່ງ​ຝູງຕັກແຕນ.


ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ໄດ້​ມາຮອດ​ເມືອງ​ດານ​ແລ້ວ ເພາະ​ພວກເຮົາ​ໄດ້ຍິນ​ສຽງ​ມ້າ​ຂອງ​ພວກເຂົາ​ຫາຍໃຈ. ດິນແດນ​ທັງໝົດ​ກໍ​ສັ່ນສະເທືອນ ເມື່ອ​ມ້າ​ຂອງ​ພວກເຂົາ​ຮ້ອງ. ເຫຼົ່າ​ສັດຕູ​ໄດ້​ມາ​ທຳລາຍ​ດິນແດນ​ຂອງ​ພວກເຮົາ ພ້ອມ​ກັບ​ທຸກສິ່ງ​ໃນ​ດິນແດນ ຄື​ຕະຫລອດ​ທັງ​ເມືອງ ແລະ​ປະຊາຊົນ​ທຸກຄົນ​ດ້ວຍ.”


ບັດນີ້​ແມ່ນ​ສິ່ງ​ນີ້​ແຫຼະ ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ: ນະຄອນ​ຕີເຣ​ເອີຍ ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ. ເຮົາ​ຈະ​ນຳ​ຊົນຊາດ​ທັງຫລາຍ​ມາ​ໂຈມຕີ​ເຈົ້າ ແລະ​ພວກເຂົາ​ຈະ​ມາ​ເໝືອນ​ຄື້ນ​ທະເລ.


ເມື່ອ​ມັນ​ກະໂດດ​ເຕັ້ນ​ຢູ່​ເທິງ​ຈອມ​ພູເຂົາ​ທັງຫລາຍ ກໍ​ມີ​ສຽງດັງ​ເໝືອນ​ສຽງ​ລົດຮົບ; ດັງ​ປັອກແປັກ​ຄື​ສຽງ​ໄຟ​ໄໝ້​ຫຍ້າແຫ້ງ​ຕາມ​ທົ່ງນາ ມາ​ເປັນ​ຖັນແຖວ​ຄື​ກອງທັບ​ໃຫຍ່​ເຂົ້າ​ສູ່​ສະໜາມຮົບ.


ເພາະວ່າ ໃນ​ການ​ພິພາກສາ ພຣະເຈົ້າ​ຈະ​ບໍ່​ຊົງ​ສຳແດງ​ຄວາມ​ເມດຕາ ຕໍ່​ຜູ້​ທີ່​ບໍ່ໄດ້​ສະແດງ​ຄວາມ​ເມດຕາ ສ່ວນ​ຄວາມ​ເມດຕາ ຍ່ອມ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ.


ເພາະ​ຄົນ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ຂອງ​ຜູ້​ປະກາດ​ພຣະທຳ​ໄຫລ​ອອກ ແລະ​ພຣະອົງ​ໄດ້​ຊົງ​ປະທານ​ເລືອດ​ໃຫ້​ພວກເຂົາ​ດື່ມ ກໍ​ສົມຄວນ​ກັບ​ການ​ກະທຳ​ຂອງ​ພວກເຂົາ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka