41 “ປະຊາຊົນກຳລັງມາແຕ່ປະເທດທາງທິດເໜືອ ຄືຊົນຊາດໜຶ່ງທີ່ຢູ່ຫ່າງໄກ ແລະຍິ່ງໃຫຍ່ດ້ວຍ; ກະສັດທັງຫລາຍຕ່າງກໍໄດ້ຕຽມຕົວ ເພື່ອຈະເຮັດເສິກທັງນັ້ນ.
ເຮົາຈະແກ້ແຄ້ນຊາວບາບີໂລນໃນສິ່ງທີ່ພວກເຂົາໄດ້ເຮັດ ແລະປະເທດທັງຫລາຍແລະບັນດາກະສັດຜູ້ມີອຳນາດ ຈະເອົາພວກເຂົາໄປເປັນທາດຮັບໃຊ້.”’
ເຮົາຈະປຸກປັ່ນໝວດໜຶ່ງໃນບັນດາຊົນຊາດທີ່ເຂັ້ມແຂງທາງທິດເໜືອໃຫ້ມາໂຈມຕີບາບີໂລນ. ພວກເຂົາຈະລຽນແຖວກັນເຮັດເສິກ ແລະຕີເອົາປະເທດນີ້. ພວກເຂົາເປັນນັກໂຫ່ເນື້ອທີ່ຊຳນິຊຳນານ ໂດຍຍິງລູກທະນູບໍ່ຜິດພາດເປົ້າໝາຍຈັກເທື່ອ.
ພຣະເຈົ້າຢາເວໄດ້ກຸກກວນພວກກະສັດແຫ່ງເມເດຍ ເພາະພຣະອົງຕັ້ງໃຈຈະທຳລາຍບາບີໂລນ. ດ້ວຍວິທີນີ້ແຫຼະ ພຣະເຈົ້າຢາເວຈະໄດ້ແກ້ແຄ້ນຄືນຍ້ອນພຣະວິຫານຂອງພຣະອົງຖືກທຳລາຍ. ບັນດານາຍທະຫານທີ່ບັນຊາການໂຈມຕີສັ່ງວ່າ, “ຝົນລູກສອນໃຫ້ແຫລມ ຈົ່ງຕຽມໂລ້ໄວ້ໃຫ້ພ້ອມ
ສິ່ງນັ້ນມີຄວາມໝາຍດັ່ງນີ້: ຈຳນວນຄືພຣະເຈົ້າໄດ້ນັບຈຳນວນມື້ ແຫ່ງອານາຈັກຂອງທ່ານໄວ້ ແລະນຳມັນໄປສູ່ຈຸດຈົບ;
ເຂົາທັງສິບກັບສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຈະພາກັນກຽດຊັງຍິງໂສເພນີ ຈະເຮັດໃຫ້ມັນຂາດມິດສະຫາຍແລະເປືອຍກາຍ ຈະກັດກິນຊີ້ນແລະຈະເອົາໄຟເຜົາມັນເສຍ.