ເຢເຣມີຢາ 50:40 - ພຣະຄຳພີສັກສິ40 ເຫດການນີ້ຈະເກີດຂຶ້ນແກ່ນະຄອນບາບີໂລນ ດັ່ງທີ່ໄດ້ເກີດຂຶ້ນກັບເມືອງໂຊໂດມ ແລະໂກໂມຣາ ເມື່ອເຮົາໄດ້ທຳລາຍສອງເມືອງນີ້ ແລະເມືອງທີ່ອ້ອມແອ້ມນັ້ນ. ຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນອີກຕໍ່ໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. Uka jalj uñjjattʼäta |
ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຂໍສາບານວ່າ ໂມອາບແລະອຳໂມນຈະຖືກທຳລາຍສັນນັ້ນ ດັ່ງເມືອງໂຊໂດມແລະໂກໂມຣາ. ເມືອງເຫຼົ່ານີ້ຈະກາຍເປັນບໍ່ເກືອ ແລະຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະມີແຕ່ຫຍ້າເກີດຂຶ້ນທົ່ວໄປ. ປະຊາຊົນຂອງເຮົາຜູ້ທີ່ລອດຊີວິດຈະປຸ້ນສະດົມເມືອງຕ່າງໆ ແລະຢຶດເອົາດິນແດນຂອງພວກເຂົາ.”