Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:4 - ພຣະຄຳພີສັກສິ

4 ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ທັງ​ອິດສະຣາເອນ ແລະ​ຢູດາ​ຈະ​ຮ້ອງໄຫ້ ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:4
32 Jak'a apnaqawi uñst'ayäwi  

ຖ້າ​ປະຊາຊົນ​ຂອງ​ເຮົາ​ຜູ້​ທີ່​ພວກເຂົາ​ເອີ້ນກັນ​ໂດຍ​ຊື່​ຂອງ​ເຮົາ​ຖ່ອມ​ຕົວລົງ, ພາວັນນາ​ອະທິຖານ, ຊອກຫາ​ໜ້າ​ເຮົາ ພ້ອມ​ທັງ​ກັບໃຈ​ໃໝ່ ແລະ​ຫັນໜີ​ຈາກ​ຄວາມຊົ່ວ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່; ແລ້ວ​ທີ່​ສະຫວັນ ເຮົາ​ກໍ​ຈະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ, ໃຫ້​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮັດ​ໃຫ້​ດິນແດນ​ຂອງ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພຣະກຳລັງ​ຂອງ​ພຣະອົງ ແລະ​ສືບຕໍ່​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ​ເລື້ອຍໄປ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ເຮົາ​ບໍ່ໄດ້​ກ່າວ​ໃນ​ບ່ອນ​ທີ່​ລັບລີ້​ເລີຍ ຫລື​ປິດບັງ​ຈຸດ​ມຸ່ງໝາຍ​ຂອງເຮົາ​ໄວ້. ເຮົາ​ບໍ່ໄດ້​ຮ້ອງຂໍ​ໃຫ້​ປະຊາຊົນ​ອິດສະຣາເອນ ຊອກ​ຄົ້ນ​ຫາ​ເຮົາ​ໃນ​ບ່ອນ​ເປົ່າຮ້າງ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ແຕ່​ຄວາມຈິງ ເຮັດ​ໃຫ້​ທຸກຄົນ​ຮູ້ຈັກ​ແຕ່​ສິ່ງ​ທີ່​ຖືກຕ້ອງ.”


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ໃນ​ຂະນະທີ່​ຈະ​ພົບ​ພຣະອົງ​ໄດ້ ຈົ່ງ​ພາວັນນາ​ອະທິຖານ​ຕໍ່ ພຣະອົງ​ໃນ​ຂະນະທີ່​ພຣະອົງ​ສະຖິດ​ຢູ່​ໃກ້.


ເຮົາ​ຕັດສິນໃຈ​ແລ້ວ​ວ່າ ເວລາ​ທີ່​ຈະ​ຊ່ວຍ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ນັ້ນ​ມາຮອດ​ແລ້ວ; ທັງ​ເປັນ​ເວລາ​ທີ່​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ດ້ວຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່​ກັບ​ປະຊາຊົນ​ອິດສະຣາເອນ​ແລະ​ກັບ​ປະຊາຊົນ​ຢູດາ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເລືອກ​ເອົາ​ຜູ້​ຊອບທຳ​ຄົນ​ໜຶ່ງ ຈາກ​ເຊື້ອສາຍ​ຂອງ​ດາວິດ​ໃຫ້​ເປັນ​ກະສັດ. ກະສັດ​ຜູ້​ນີ້​ຈະ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ​ທົ່ວ​ທັງ​ດິນແດນ.


ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ຈຶ່ງ​ອອກ​ຈາກ​ເມືອງ​ມີຊະປາ​ໄປ​ພົບ​ພວກເຂົາ ທັງ​ຮ້ອງໄຫ້​ດ້ວຍ. ເມື່ອ​ມາ​ເຖິງ​ພວກເຂົາ​ແລ້ວ ລາວ​ຈຶ່ງ​ເວົ້າ​ວ່າ, “ເຊີນ​ເຂົ້າ​ມາ​ເບິ່ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ.”


ເຈົ້າ​ຈະ​ລະນຶກ​ໄດ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່ ແລະ​ເຈົ້າ​ກໍ​ຈະ​ລະອາຍ​ໃຈ ເມື່ອ​ເຈົ້າ​ໄດ້​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ຄືນ​ມາ. ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ດັ່ງ​ລູກສາວ​ຂອງເຈົ້າ ເຖິງ​ແມ່ນ​ວ່າ​ບໍ່​ຢູ່​ໃນ​ສ່ວນ​ພັນທະສັນຍາ​ຂອງເຮົາ​ກັບ​ເຈົ້າ​ກໍຕາມ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ແຕ່​ບັດນີ້ ເຮົາ​ຈະ​ເມດຕາ​ເຊື້ອສາຍ​ຂອງ​ຢາໂຄບ ຄື​ປະຊາຊົນ​ອິດສະຣາເອນ ແລະ​ເຮັດ​ໃຫ້​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ​ໃໝ່. ເຮົາ​ຈະ​ຫວງແຫນ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ. ພວກເຂົາ​ຈະ​ເລືອກເອົາ​ຜູ້ນຳ​ຄົນດຽວ​ສຳລັບ​ພວກຕົນ ພວກເຂົາ​ຈະ​ຮຸ່ງເຮືອງ​ແລະ​ອຸດົມສົມບູນ​ອີກເທື່ອໜຶ່ງ. ແມ່ນແລ້ວ ວັນ​ຂອງ​ຢິດຊະເຣນ ຈະ​ເປັນ​ວັນ​ຍິ່ງໃຫຍ່!


ພວກເຂົາ​ຈະ​ຕິດຕາມ​ພຣະເຈົ້າຢາເວ​ໄປ ເມື່ອ​ເຮົາ​ຮ້ອງ​ຄຳຣາມ​ເໝືອນ​ສິງ ໃສ່​ສັດຕູ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຟ້າວ​ມາ​ຫາ​ເຮົາ​ຈາກ​ທິດ​ຕາເວັນຕົກ.


ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.


ປະຊາຊົນ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ໄປ​ຫາ​ພຣະເຈົ້າຢາເວ​ເທາະ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເຈັບປວດ ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ​ໃຫ້​ດີ​ຢ່າງ​ແນ່ນອນ; ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ບາດແຜ ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ແຕ່​ມາ​ດຽວ​ນີ້ ຈົ່ງ​ກັບໃຈໃໝ່​ຢ່າງ​ແທ້ຈິງ​ສາ​ເຖີດ ແລະ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ເຕັມໃຈ ດ້ວຍ​ການ​ອົດອາຫານ​ແລະ​ຮ້ອງໄຫ້​ໄວ້ທຸກ.


ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.


ຈົ່ງ​ເປັນ​ທຸກ​ໂສກເສົ້າ ຈົ່ງ​ຮ້ອງໄຫ້​ແລະ​ຮໍ່າໄຮ ໃຫ້​ການ​ຫົວ​ຂອງຕົນ ກັບ​ກາຍເປັນ​ການ​ໂສກເສົ້າ ແລະ​ໃຫ້​ຄວາມ​ຍິນດີ​ກັບ​ກາຍເປັນ​ຄວາມ​ເສົ້າໝອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka