39 ເພາະສະນັ້ນ ນະຄອນບາບີໂລນຈຶ່ງຈະຖືກຜີສາດ ແລະວິນຍານຊົ່ວຫລອກຫລອນ ແລະດ້ວຍຝູງນົກກະຈອກເທດທີ່ເປັນມົນທິນ. ຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກຕໍ່ໄປ.
“ເຮົາຈະປ່ຽນນະຄອນບາບີໂລນໃຫ້ເປັນບຶງ ແລະຝູງນົກເຄົ້າຈະຢູ່ທີ່ນັ້ນ. ເຮົາຈະໃຊ້ຟອຍກວາດນະຄອນບາບີໂລນ ພ້ອມທັງສັບພະທຸກສິ່ງໄປໃຫ້ໝົດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ຫລັງຈາກນັ້ນ ເຮົາຈະລົງໂທດບາບີໂລນພ້ອມທັງກະສັດ ເພາະບາບຂອງພວກເຂົາ. ພຣະເຈົ້າຢາເວກ່າວວ່າ ເຮົາຈະທຳລາຍປະເທດນີ້ໃຫ້ຮົກຮ້າງເພພັງຕະຫລອດໄປ.
ມີຊົນຊາດໜຶ່ງຈາກທາງທິດເໜືອໄດ້ມາໂຈມຕີບາບີໂລນ ແລະຈະເຮັດໃຫ້ເປັນຖິ່ນແຫ້ງແລ້ງກັນດານ. ມະນຸດແລະຝູງສັດຈະແລ່ນໜີໄປ ແລະຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນເລີຍ.”
ບໍ່ມີຫີນກ້ອນໃດໆຈາກບ່ອນຮົກຮ້າງເພພັງຂອງເຈົ້າ ຈະຖືກນຳມາໃຊ້ໃນການກໍ່ສ້າງໄດ້ອີກ. ເຈົ້າຈະເປັນດັ່ງຖິ່ນແຫ້ງແລ້ງກັນດານຕະຫລອດໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເມືອງທັງຫລາຍໄດ້ກາຍເປັນເປົ້າສາຍຕາອັນໜ້າຢ້ານກົວ ແລະເປັນດັ່ງຖິ່ນແຫ້ງແລ້ງກັນດານທີ່ຂາດນໍ້າ ຄືບ່ອນທີ່ບໍ່ມີຜູ້ໃດອາໄສຢູ່ ຫລືທ່ອງທ່ຽວໄປມາ.
ເທວະດານັ້ນໄດ້ຮ້ອງປະກາດສຽງແຮງກ້າຂຶ້ນວ່າ, “ບາບີໂລນມະຫານະຄອນຫຼົ້ມຈົມແລ້ວ ຫຼົ້ມຈົມເສຍແລ້ວ ມັນກາຍເປັນບ່ອນອາໄສຂອງພວກຜີມານຮ້າຍ ເປັນບ່ອນລີ້ຊ່ອນຂອງວິນຍານຊົ່ວຮ້າຍທຸກຢ່າງ ແລະເປັນຄອນນົກບໍ່ສະອາດແລະໜ້າກຽດໜ້າຊັງທຸກຊະນິດ.