37 ຈົ່ງທຳລາຍຝູງມ້າ ແລະລົດຮົບປະເທດນີ້ສາ ຈົ່ງໃຫ້ຄວາມຕາຍມາສູ່ພວກທະຫານຮັບຈ້າງ. ພວກເຂົາຊ່າງອິດອ່ອນເມື່ອຍຫລາຍແທ້ໆນໍ ຈົ່ງທຳລາຍຂຸມຊັບໂດຍໃຫ້ຖືກປຸ້ນເອົາຈົນກ້ຽງ.
ພຣະອົງເຮັດໃຫ້ເສິກສົງຄາມໃນທົ່ວໂລກຢຸດຕິລົງ ຫັກຄັນທະນູທຳລາຍຫອກແລະຈູດໂລ້.
ຂ້າແດ່ພຣະເຈົ້າຂອງຢາໂຄບ ເມື່ອພຣະອົງຂູ່ຂວັນ ມ້າແລະຄົນຂີ່ກໍລົ້ມລົງສິ້ນໃຈຕາຍຕາມໆກັນ.
ເມື່ອເວລານັ້ນມາເຖິງ ປະຊາຊົນຊາວເອຢິບຈະເປັນດັ່ງພວກຜູ້ຍິງ. ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານກົວ ເມື່ອເຫັນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຢຽດມືອອກເພື່ອລົງໂທດພວກເຂົາ.
ເຮົາຈະມອບຂຸມຊັບຈາກທີ່ມືດລັບລີ້ທັງຫລາຍ ໃຫ້ເຈົ້າເປັນຜູ້ຄຸ້ມຄອງຊັບສົມບັດເຫຼົ່ານັ້ນ; ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ເອີ້ນເອົາເຈົ້າໂດຍນາມຊື່ຂອງເຈົ້າ.
ບັນດາຊາວເອຢິບ ແລະຊາວຕ່າງປະເທດທັງໝົດ ທີ່ອາໄສຢູ່ໃນປະເທດເອຢິບ; ບັນດາກະສັດທັງໝົດໃນດິນແດນອູເຊ; ບັນດາກະສັດທັງໝົດຂອງຊາວຟີລິດສະຕິນ: ເມືອງອາຊະເກໂລນ, ກາຊາ, ເອັກໂຣນ ແລະຜູ້ທີ່ເຫຼືອຢູ່ໃນອາຊະໂດດ;
ບັນດາກະສັດທັງໝົດຂອງດິນແດນອາຣາເບຍ; ບັນດາກະສັດທັງໝົດຂອງເຜົ່າຕ່າງໆ ທາງຖິ່ນແຫ້ງແລ້ງກັນດານ;
ແລະເມືອງຕະຫລອດທັງປ້ອມປ້ອງກັນເມືອງຈະຖືກຢຶດເອົາໝົດ. ໃນມື້ນັ້ນ ພວກທະຫານຂອງໂມອາບກໍຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ.
ບາບີໂລນຈະຖືກປຸ້ນ ແລະພວກທີ່ປຸ້ນນັ້ນຈະຢຶດເອົາທຸກໆສິ່ງທີ່ພວກເຂົາຕ້ອງການ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຈົ່ງໂຈມຕີປະເທດນີ້ຮອບດ້ານທັງເປີດສາງທີ່ໄດ້ສະສົມເຂົ້າໄວ້ ຈົ່ງກອງເຄື່ອງທີ່ປຸ້ນມານັ້ນດັ່ງທີ່ໄດ້ກອງເຂົ້າໄວ້ ຈົ່ງທຳລາຍປະເທດຖິ້ມ ຢ່າປະປ່ອຍຫຍັງໄວ້ເລີຍ
ເພື່ອຕີຝູງມ້າແລະຄົນຂີ່ໃຫ້ແຕກຊະຊາຍໄປ ເພື່ອຕີລົດຮົບພ້ອມຄົນຂັບໃຫ້ແຕກໜີໄປສິ້ນ
ເພື່ອຂ້າຜູ້ຊາຍຖິ້ມແລະແມ່ຍິງກໍຄືກັນ ຄົນແກ່ຊະຣາແລະໜຸ່ມ ເດັກຊາຍເດັກຍິງດ້ວຍ
ພວກທະຫານບາບີໂລນຕ່າງກໍຢຸດສູ້ຮົບ ແລະພັກຢູ່ໃນປ້ອມປ້ອງກັນຂອງພວກເຂົາ. ພວກເຂົາສູນເສຍຄວາມກ້າຫານ ແລະກາຍເປັນດັ່ງຜູ້ຍິງໄປສາແລ້ວ. ປະຕູເມືອງຖືກທຳລາຍໃຫ້ພັງທະລາຍລົງແລະເຮືອນກໍຖືກເຜົາຜານ.
ພວກເຂົາຈະບາດເຈັບ ແລະຕາຍຕາມທ້ອງຖະໜົນໃນເມືອງ.
ສົງຄາມນັ້ນຈະຂ້າທະຫານຮັບຈ້າງຈາກເອທີໂອເປຍ, ລີເບຍ, ລີເດຍ, ອາຣາເບຍ, ກຸບ ແລະແມ່ນແຕ່ທະຫານທີ່ມາຈາກປະຊາຊົນຂອງເຮົາເອງດ້ວຍ.”
ທີ່ໂຕະຂອງເຮົາ ພວກມັນຈະກິນຊີ້ນຂອງຝູງມ້າ ແລະບັນດາທະຫານມ້າ ຕະຫລອດທັງເຫຼົ່າທະຫານແລະນັກຮົບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາເປັນສັດຕູຂອງເຈົ້າ ເຮົາຈະຈູດລົດຮົບຂອງເຈົ້າຖິ້ມໝົດ. ພວກທະຫານຂອງເຈົ້າຈະຖືກຂ້າໃນສະໜາມຮົບ ແລະເຮົາຈະເອົາທຸກສິ່ງທີ່ເຈົ້າໄດ້ມາຈາກຄົນອື່ນນັ້ນຄືນໄປ. ສຽງຮ້ອງຂໍຂອງຜູ້ສົ່ງຂ່າວຂອງເຈົ້າຈະບໍ່ໄດ້ຍິນອີກຕໍ່ໄປ.”
ບັນດາທະຫານຂອງພວກເຈົ້າເປັນດັ່ງແມ່ຍິງ ແລະປະເທດຂອງເຈົ້າກໍຢືນຢູ່ຕໍ່ໜ້າສັດຕູ ຢ່າງບໍ່ມີໜ່ວຍປ້ອງກັນ. ໄຟຈະທຳລາຍທ່ອນເຫລັກທີ່ໃຊ້ກາດປະຕູເມືອງຂອງເຈົ້າ.
ແລະໂຄ່ນລົ້ມຣາຊອານາຈັກຕ່າງໆ ແລະເຮັດໃຫ້ອຳນາດຂອງພວກເຂົາສິ້ນສຸດໄປ. ເຮົາຈະຂວໍ້າລົດຮົບແລະຄົນຂັບທັງຫລາຍຂອງພວກເຂົາຖິ້ມ ຝູງມ້າຂອງພວກເຂົາຈະຕາຍແລະຄົນຂີ່ມ້າຈະຂ້າຟັນກັນແລະກັນ.”