ເຢເຣມີຢາ 50:34 - ພຣະຄຳພີສັກສິ34 ແຕ່ພຣະຜູ້ໄຖ່ຂອງພວກເຂົານັ້ນເຂັ້ມແຂງຫລາຍ ແລະນາມຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ພຣະອົງຈະຍົກຄະດີຂອງພວກເຂົາຂຶ້ນພິຈາລະນາ ທັງຈະນຳສັນຕິສຸກມາສູ່ແຜ່ນດິນໂລກ; ແຕ່ປະຊາຊົນແຫ່ງບາບີໂລນຈະເດືອດຮ້ອນ.” Uka jalj uñjjattʼäta |
ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາຈຶ່ງຕ້ອງຍອມອົດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ ຊົ່ວໄລຍະໜຶ່ງ, ແຕ່ໃນທີ່ສຸດ ພຣະອົງຈະປ້ອງກັນພວກເຮົາໄວ້ ແລະເຮັດໃຫ້ຜູ້ທີ່ກ່າວຜິດຕໍ່ພວກເຮົານັ້ນພ່າຍແພ້ຄະດີໄປ. ພຣະອົງຈະນຳພວກເຮົາມາສູ່ແສງສະຫວ່າງ ແລະພວກເຮົາກໍຈະມີຊີວິດຢູ່ ຈົນເຫັນພຣະອົງຊ່ວຍຊູພວກເຮົາໃຫ້ພົ້ນ.