Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:32 - ພຣະຄຳພີສັກສິ

32 ຊົນຊາດ​ທີ່​ຈອງຫອງ​ຂອງ​ເຈົ້າ​ນັ້ນ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ ທັງ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ຍົກ​ພວກເຈົ້າ​ຂຶ້ນ. ເຮົາ​ຈະ​ຈູດ​ໄຟ​ເຜົາ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ; ແລະ​ທຸກໆສິ່ງ​ທີ່​ອ້ອມ​ເມືອງ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:32
22 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ຄົນ​ຈອງຫອງ​ຖືກ​ຂາຍໜ້າ​ຍ້ອນ​ຫາເລື່ອງ​ບໍ່ຈິງ​ໃສ່​ຂ້ານ້ອຍ ຂ້ານ້ອຍ​ຈະ​ພາວັນນາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ນັ້ນ.


ຄວາມ​ອວດຕົວ​ຈອງຫອງ​ນຳ​ໄປ​ສູ່​ການທຳລາຍ ແລະ​ຄຳເວົ້າ​ຫຍາບຊ້າ​ກໍ​ນຳ​ໄປ​ສູ່​ການ​ຫຼົ້ມຈົມ.


ການ​ອວດດີ​ນັ້ນ​ນຳ​ຄົນ​ໄປ​ສູ່​ໄພພິບັດ ການ​ຖ່ອມຕົວ​ນຳ​ຄົນ​ໃຫ້​ມີ​ກຽດ.


ແຕ່​ເຮົາ​ຈະ​ລົງໂທດ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ຈູດ​ວັງ​ຂອງ​ເຈົ້າ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ທຸກສິ່ງ​ທີ່​ຢູ່​ອ້ອມ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


“ເຮົາ​ຈະ​ຈູດ​ໄຟ​ເຜົາ​ກຳແພງ​ທັງຫລາຍ​ຂອງ​ນະຄອນ​ດາມັສກັດ ແລະ​ກໍ​ຈະ​ຈູດ​ວັງ​ທັງຫລາຍ​ຂອງ​ກະສັດ​ເບັນຮາດາດ.”


ບໍ່ມີ​ຫີນ​ກ້ອນ​ໃດໆ​ຈາກ​ບ່ອນ​ຮົກຮ້າງ​ເພພັງ​ຂອງເຈົ້າ ຈະ​ຖືກ​ນຳ​ມາ​ໃຊ້​ໃນ​ການ​ກໍ່ສ້າງ​ໄດ້​ອີກ. ເຈົ້າ​ຈະ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລະ​ກ່າວ​ວ່າ, ‘ບາບີໂລນ​ຈະ​ເປັນ​ດັ່ງນີ້ແຫຼະ ຄື​ມັນ​ຈະ​ຈົມລົງ​ແລະ​ຈະ​ບໍ່​ຟູຂຶ້ນ​ມາ​ອີກ​ຈັກເທື່ອ ຍ້ອນ​ຄວາມພິນາດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ຈະ​ນຳ​ມາ​ເທິງ​ປະເທດ​ນີ້.”’ ຄຳເວົ້າ​ຂອງ​ເຢເຣມີຢາ​ຈົບລົງ​ພຽງ​ເທົ່ານີ້.


ແຕ່​ຍ້ອນ​ເພິ່ນ​ມີ​ໃຈ​ຈອງຫອງ, ໃຈ​ແຂງ​ກະດ້າງ ແລະ​ໂຫດຮ້າຍ ເພິ່ນ​ຈຶ່ງ​ຖືກ​ປົດ​ຈາກ​ບັນລັງ ແລະ​ເສຍ​ຕຳແໜ່ງ​ອັນ​ມີ​ກຽດ​ຂອງຕົນ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຕີເຣ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້.”


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ເມືອງ​ເຕມານ ແລະ​ຈະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ໂບຊະຣາ.”


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຣັບບາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້. ໃນ​ວັນ​ສູ້ຮົບ​ນັ້ນ​ຈະ​ມີ​ສຽງ​ໂຮ່ຮ້ອງ​ກ້ອງສະໜັ່ນ ແລະ​ການ​ຕໍ່ສູ້​ກໍ​ຈະ​ດຸເດືອດ​ດັ່ງ​ລົມພະຍຸ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ວັງ​ທີ່​ກະສັດ​ຮາຊາເອນ​ໄດ້​ສ້າງ​ຂຶ້ນ ແລະ​ຈະ​ຈູດ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ກະສັດ​ເບັນຮາດາດ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ກາຊາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້.


ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ດິນແດນ​ໂມອາບ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ເກຣິໂອດ. ປະຊາຊົນ​ຊາວ​ໂມອາບ​ຈະ​ຕາຍ​ຍ້ອນ​ສຽງ​ອຶກກະທຶກ​ຂອງ​ການ​ສູ້ຮົບ ໃນ​ຂະນະທີ່​ພວກ​ທະຫານ​ກຳລັງ​ຮ້ອງໂຮ ແລະ​ສຽງ​ແກ​ກຳລັງ​ດັງ​ກ້ອງສະໜັ່ນ​ຫວັ່ນໄຫວ​ຢູ່​ນັ້ນ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ຢູດາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ນະຄອນ​ເຢຣູຊາເລັມ.”


ອິດສະຣາເອນ ສາວ​ບໍຣິສຸດ​ໄດ້​ລົ້ມລົງ​ແລ້ວເດ ນາງ​ຈະ​ລຸກ​ຂຶ້ນ​ມາ​ບໍ່ໄດ້​ອີກ​ຈັກເທື່ອ ນາງ​ຖືກ​ປະປ່ອຍ​ໃຫ້​ນອນ​ຢຽດຢູ່​ກັບ​ພື້ນດິນ ແລະ​ບໍ່ມີ​ຜູ້ໃດ​ຈະ​ຊ່ວຍເຫຼືອ​ນາງ​ໃຫ້​ລຸກ​ຂຶ້ນ.


ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກ​ໄໝ້ ເຜົາຜານ​ດັ່ງ​ແປວໄຟ​ລຸກ​ໃຫຍ່ ເຜົາໄໝ້​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ ຈົນ​ທະລາຍ​ກ້ຽງ​ສິ້ນສູນ​ໝົດ. ມັນ​ຈະ​ເລີຍ​ລຸກ​ໄໝ້​ໄປ​ຮອດ ພື້ນ​ພິພົບ​ປັດຖະພີ ແລະ​ເຜົາຜານ​ທຸກສິ່ງ​ໝົດ ຮອດ​ຮາກໂຄນ​ຂອງ​ພູ​ສູງພຸ້ນ.


ຍ້ອນ​ການ​ນີ້ ໄພພິບັດ​ຕ່າງໆ ຂອງ​ນະຄອນ​ນັ້ນ ຈະ​ຕົກ​ຖືກ​ນາງ​ໃນ​ວັນ​ດຽວ ຄື​ຄວາມ​ຕາຍ, ຄວາມ​ໂສກເສົ້າ ແລະ​ຄວາມ​ອຶດຢາກ. ແລະ​ໄຟ​ເຜົາຜານ​ນາງ​ໃຫ້​ຈິບຫາຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຕັດສິນ​ລົງໂທດ​ນະຄອນ​ນັ້ນ ຊົງ​ປະກອບ​ດ້ວຍ​ພຣະ​ກຳລັງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka