Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:30 - ພຣະຄຳພີສັກສິ

30 ສະນັ້ນ ພວກ​ຊາວ​ໜຸ່ມ​ໃນ​ເມືອງ​ນີ້​ຈຶ່ງ​ຈະ​ຖືກ​ຂ້າ​ຕາມ​ທ້ອງ​ຖະໜົນ​ຫົນທາງ ພວກ​ທະຫານ​ທັງໝົດ​ກໍ​ຈະ​ຖືກ​ທຳລາຍ​ໃນ​ມື້​ນັ້ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:30
10 Jak'a apnaqawi uñst'ayäwi  

ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.


ໂມອາບ​ແລະ​ເມືອງ​ໄດ້​ຖືກ​ທຳລາຍ​ຈົນ​ໝົດ ຊາຍໜຸ່ມ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍ​ຖືກ​ຂ້າ​ຖິ້ມ.” ອົງ​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ທັງ​ເປັນ​ກະສັດ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ໃນ​ວັນ​ນັ້ນ ຊາຍໜຸ່ມ​ຈະ​ຖືກ​ຂ້າ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ໃນ​ເມືອງ ແລະ​ທະຫານ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ.” ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ໃຫ້​ຄວາມຕາຍ​ມາ​ສູ່​ຜູ້ທຳນວາຍ​ຂີ້ຕົວະ ພວກເຂົາ​ຊ່າງ​ພາກັນ​ໂງ່ຈ້າ​ແທ້ໆ ຈົ່ງ​ໃຫ້​ຄວາມຕາຍ​ມາ​ສູ່​ທະຫານ​ທຸກຄົນ​ສາ ພວກເຂົາ​ຊ່າງ​ຢ້ານກົວ​ຫລາຍ​ແທ້ໆ


ທາງ​ປ່ອງຢ້ຽມ​ນັ້ນ​ຄວາມຕາຍ​ໄດ້​ຜ່ານ​ເຂົ້າມາ ເຂົ້າມາ​ເຖິງ​ຣາຊວັງ​ດ້ວຍ; ມັນ​ຟັນ​ພວກ​ເດັກນ້ອຍ​ຕາມ​ທ້ອງ​ຖະໜົນ​ຫົນທາງ ຟັນ​ຊາວ​ໜຸ່ມ​ທັງຫລາຍ​ຕາມ​ທ້ອງ​ຕະຫລາດ.


ເພື່ອ​ຈະ​ໄດ້​ມາ​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ບັນດາ​ແມ່ທັບ ແລະ​ບັນດາ​ທະຫານ, ຊີ້ນ​ຂອງ​ມ້າ​ກັບ​ຊີ້ນ​ຂອງ​ທະຫານ​ມ້າ, ຊີ້ນ​ຂອງ​ປະຊາຊົນ​ທັງຫລາຍ, ບໍ່​ວ່າ​ເປັນ​ຂ້ອຍໃຊ້ ຫລື​ເປັນ​ອິດສະຫລະ, ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ.”


ແລ້ວ​ກະສັດ​ທັງຫລາຍ​ໃນ​ໂລກ, ພວກ​ຜູ້ປົກຄອງ​ປະເທດ​ແລະ​ພວກ​ເຈົ້ານາຍ, ພວກ​ຄົນ​ຮັ່ງມີ​ແລະ​ພວກ​ຜູ້​ມີ​ອຳນາດ ແລະ​ຄົນ​ທັງຫລາຍ​ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ຕ່າງ​ກໍ​ໄປ​ລີ້​ຢູ່​ຕາມ​ຖໍ້າ ແລະ​ຢູ່​ໃຕ້​ໂງ່ນຫີນ​ຕາມ​ພູ​ຕ່າງໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka