ເຢເຣມີຢາ 50:29 - ພຣະຄຳພີສັກສິ29 “ຈົ່ງບອກພວກນັກຍິງທະນູໃຫ້ໂຈມຕີນະຄອນບາບີໂລນ. ຈົ່ງສົ່ງທຸກຄົນທີ່ຮູ້ຈັກຍິງໜ້າທະນູອອກໄປ. ຈົ່ງອ້ອມເມືອງໄວ້ ແລະຢ່າໃຫ້ຜູ້ໃດປົບໜີໄປໄດ້. ຈົ່ງແກ້ແຄ້ນໃຫ້ສົມກັບສິ່ງທີ່ພວກເຂົາໄດ້ເຮັດລົງໄປ ຍ້ອນເມືອງນັ້ນໄດ້ອວດດີກັບພຣະເຈົ້າຢາເວ ອົງບໍຣິສຸດຂອງຊາດອິດສະຣາເອນ. Uka jalj uñjjattʼäta |
ທ່ານດູໝິ່ນປະໝາດອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ໂດຍນຳເອົາຈອກ ແລະຖ້ວຍຈາກພຣະວິຫານຂອງພຣະອົງມາທີ່ນີ້. ທ່ານເອງ, ພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງທ່ານ ໄດ້ພາກັນໃຊ້ພາຊະນະເຫຼົ່ານີ້ ແລະສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳຣິດ, ດ້ວຍເຫຼັກ, ດ້ວຍໄມ້ ແລະດ້ວຍຫີນ; ພະເຫຼົ່ານີ້ຮູ້ແລະເຫັນບໍ່ໄດ້ ແລະກໍບໍ່ໄດ້ຍິນຫຍັງ ທັງບໍ່ຮູ້ຈັກຫຍັງເລີຍ, ແຕ່ທ່ານບໍ່ໄດ້ຖວາຍກຽດແກ່ພຣະເຈົ້າ ອົງຊົງໃຫ້ຊີວິດຫລືເອົາຊີວິດຂອງທ່ານໄປ ແລະເປັນອົງຊົງຄວບຄຸມທຸກສິ່ງທີ່ທ່ານເຮັດນັ້ນ.