27 ຈົ່ງຂ້າທະຫານທັງໝົດສາ ຈົ່ງສັງຫານພວກເຂົາໃຫ້ກ້ຽງ ເຄາະກຳເປັນຂອງປະຊາຊົນແຫ່ງບາບີໂລນສາແລ້ວ ເວລາທີ່ພວກເຂົາໄດ້ຖືກລົງໂທດກໍມາເຖິງແລ້ວ.” (
ແຕ່ຕາເວັນອອກເຖິງຕາເວັນຕົກຕ່າງກໍໄດ້ຍິນ ເຖິງຊາຕາກຳລາວ ຈຶ່ງຂົນລຸກແລະສັ່ນເຊັນດ້ວຍ.
ສັດຕູດັ່ງຝູງງົວປ່າອ້ອມຂ້ານ້ອຍໄວ້ທຸກແຈ ດັ່ງງົວປ່າຮ້າຍແຕ່ເຂດບາຊານທີ່ປິດລ້ອມໄວ້.
ແຕ່ພຣະເຈົ້າຢາເວຫົວຂວັນໃສ່ຄົນຊົ່ວຮ້າຍທັງຫລາຍ ເພາະພຣະອົງຮູ້ວ່າໃນບໍ່ດົນພວກເຂົາຈະຖືກທຳລາຍ.
ຂ້າພະເຈົ້າຕອບວ່າ, “ຕອນເຊົ້າກຳລັງມາ ແຕ່ຕອນຄໍ່າຈະມາອີກ. ຖ້າເຈົ້າຢາກຈະຖາມອີກກໍກັບມາຖາມໄດ້.”
ດາບຂອງພຣະອົງຈະເຕັມໄປດ້ວຍເລືອດແລະໄຂມັນ ດັ່ງເລືອດແລະໄຂມັນຂອງແກະ ແລະແບ້ທີ່ຄົນໄດ້ຂ້າເພື່ອຖວາຍບູຊາ. ພຣະເຈົ້າຢາເວຈະຖວາຍເຄື່ອງບູຊານີ້ຢູ່ໃນເມືອງໂບຊະຣາ; ພຣະອົງຈະໃຫ້ການຂ້າລ້າງຜານນີ້ເກີດຂຶ້ນໃນດິນແດນເອໂດມ.
ປະຊາຊົນຈະລົ້ມຕາຍດັ່ງງົວປ່າ ແລະງົວເຖິກໜຸ່ມ ແລະແຜ່ນດິນຈະນອງໄປດ້ວຍເລືອດ ແລະເຕັມໄປດ້ວຍໄຂມັນ.
ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງຮູ້ຂ້ານ້ອຍດີ ເຫັນສິ່ງທີ່ຂ້ານ້ອຍກະທຳ ແລະຮູ້ວ່າຂ້ານ້ອຍຮັກພຣະອົງດ້ວຍ. ຈົ່ງດຶງຄົນຊົ່ວອອກມາເບິ່ງດູ ດັ່ງດຶງແກະໄປຂ້າ ຈົ່ງເຝົ້າເບິ່ງພວກເຂົາຈົນກວ່າພວກເຂົາຖືກຂ້າຖິ້ມ.
ບັນດາພວກຜູ້ລ້ຽງແກະເອີຍ ຈົ່ງຮ້ອງໄຫ້ສາ ພວກເຈົ້າທີ່ເປັນຜູ້ລ້ຽງແກະຂອງເຮົາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນສາ ຈົ່ງໄວ້ທຸກແລະກິ້ງເກືອກຢູ່ໃນຂີ້ຝຸ່ນດິນ. ເວລາກໍມາເຖິງແລ້ວ ທີ່ພວກເຈົ້າຕ້ອງຖືກປະຫານໝູ່ ແລະພວກເຈົ້າຈະຖືກຂ້າຖິ້ມດັ່ງຂ້າຝູງແກະເຖິກ.
ຊົນຊາດທັງໝົດຈະຮັບໃຊ້ລາວ ແລະພວກເຂົາຈະຮັບໃຊ້ລູກຫລານຂອງລາວດ້ວຍ ຈົນກວ່າເຖິງກຳນົດທີ່ຊົນຊາດຂອງລາວເອງຫຼົ້ມຈົມໄປ. ແລ້ວຊົນຊາດຂອງລາວກໍຈະຮັບໃຊ້ຊົນຊາດທັງຫລາຍ ທີ່ມີອຳນາດແລະບັນດາກະສັດທີ່ຍິ່ງໃຫຍ່.
ແມ່ນແຕ່ຄົນທີ່ຮັບຈ້າງໃຫ້ເປັນທະຫານ ກໍເປັນດັ່ງລູກງົວທີ່ຊ່ວຍຫຍັງບໍ່ໄດ້. ພວກເຂົາບໍ່ໄດ້ຢືນຢູ່ຕັດຊີວິດຕົນໃສ່ເພື່ອສູ້ຮົບ ພວກເຂົາຕ່າງກໍອ່ວາຍໜ້າແລ່ນໜີໄປທັງໝົດ. ວັນຫາຍຍະນະຂອງພວກເຂົາມາຮອດແລ້ວ, ແມ່ນເວລາແຫ່ງການລົງໂທດພວກເຂົາແລ້ວ.
ຈົ່ງສາບແຊ່ງຜູ້ທີ່ບໍ່ເຮັດວຽກງານຂອງພຣະເຈົ້າຢາເວດ້ວຍໝົດຈິດໝົດໃຈ ຈົ່ງສາບແຊ່ງຜູ້ທີ່ບໍ່ໃຊ້ດາບຂອງຕົນເພື່ອຟັນແລະເຂັ່ນຂ້າ).
ໂມອາບແລະເມືອງໄດ້ຖືກທຳລາຍຈົນໝົດ ຊາຍໜຸ່ມຜູ້ເກັ່ງກ້າທີ່ສຸດກໍຖືກຂ້າຖິ້ມ.” ອົງມີນາມວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ທັງເປັນກະສັດໄດ້ກ່າວດັ່ງນີ້ແຫຼະ.
ຜູ້ໃດກໍຕາມທີ່ພະຍາຍາມປົບໜີຈາກການຢ້ານກົວອັນໃຫຍ່ນັ້ນ ຈະຕົກລົງໃນຫລຸມ ແລະຜູ້ໃດກໍຕາມທີ່ປິນຂຶ້ນຈາກຫລຸມໄດ້ກໍຈະຖືກບ້ວງແຮ້ວ, ເພາະອົງພຣະຜູ້ເປັນເຈົ້າໄດ້ຈັດເວລາໄວ້ສຳລັບໂມອາບໃຫ້ຖືກທຳລາຍ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນແຫ່ງບາບີໂລນເອີຍ ພວກເຈົ້າໄດ້ປຸ້ນສະດົມຊົນຊາດຂອງເຮົາ. ພວກເຈົ້າມີຄວາມສຸກ ແລະມ່ວນຊື່ນເບີກບານ ດັ່ງງົວແມ່ທີ່ກຳລັງຢຽບເຂົ້າຫລືດັ່ງມ້າທີ່ກຳລັງຮ້ອງ
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ບາບີໂລນເອີຍ ເຈົ້ານັ້ນຈອງຫອງຫລາຍ; ສະນັ້ນ ເຮົາຈຶ່ງຕໍ່ສູ້ເຈົ້າ ເວລາທີ່ເຮົາຈະລົງໂທດເຈົ້າມາເຖິງແລ້ວ.
ເຮົາຈະນຳພວກເຂົາໄປຂ້າດັ່ງປາດຄໍແກະໜຸ່ມ, ແບ້ ແລະແກະເຖິກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ໂຜດຟັງ ຄຳຄໍ່າຄວນດ້ວຍເພາະຂາດຜູ້ອອຍໃຈ ສັດຕູຕ່າງກໍດີໃຈທີ່ພຣະອົງນຳໄພພິບັດມາຖືກຂ້ານ້ອຍ. ຂໍໂຜດນຳ ເອົາວັນທີ່ພຣະອົງສັນຍານັ້ນມາສາ ແລະໂຜດໃຫ້ພວກສັດຕູຖືກທໍລະມານດ້ວຍເຖີດ.
ກະສັດເຫຼົ່ານັ້ນກໍຢືນຢູ່ຫ່າງໄກ ເພາະຢ້ານໄພແຫ່ງການທໍລະມານຂອງນະຄອນນັ້ນ ແລະຈະກ່າວວ່າ, “ວິບັດ ວິບັດແລ້ວ ບາບີໂລນມະຫານະຄອນທີ່ແຂງແຮງເອີຍ ເຈົ້າໄດ້ຖືກການພິພາກສາລົງໂທດເສຍ ພາຍໃນຊົ່ວໂມງດຽວເທົ່ານັ້ນ.”
ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາຕົນໜຶ່ງຢືນຢູ່ເທິງຕາເວັນ. ເພິ່ນຮ້ອງສຽງດັງໃສ່ຝູງນົກທີ່ບິນໄປມາຢູ່ກາງອາກາດວ່າ, “ຈົ່ງມາໂຮມກັນໃນງານກິນລ້ຽງອັນໃຫຍ່ຂອງພຣະເຈົ້າ.