26 ຈົ່ງໂຈມຕີປະເທດນີ້ຮອບດ້ານທັງເປີດສາງທີ່ໄດ້ສະສົມເຂົ້າໄວ້ ຈົ່ງກອງເຄື່ອງທີ່ປຸ້ນມານັ້ນດັ່ງທີ່ໄດ້ກອງເຂົ້າໄວ້ ຈົ່ງທຳລາຍປະເທດຖິ້ມ ຢ່າປະປ່ອຍຫຍັງໄວ້ເລີຍ
ເຮົາໄດ້ສົ່ງຊາວອັດຊີເຣຍໄປ ເພື່ອໂຈມຕີຊາດທີ່ບໍ່ນັບຖືພຣະເຈົ້າ ຄືປະຊາຊົນທີ່ໄດ້ເຮັດໃຫ້ເຮົາໂກດຮ້າຍ. ເຮົາໄດ້ສົ່ງພວກເຂົາໄປເພື່ອປຸ້ນຈີ້ທັງລັກ ແລະຢຽບຢໍ່າປະຊາຊົນເຫຼົ່ານັ້ນ ເໝືອນຢຽບຢໍ່າຂີ້ຝຸ່ນໃນຖະໜົນຫົນທາງ.”
“ເຮົາຈະປ່ຽນນະຄອນບາບີໂລນໃຫ້ເປັນບຶງ ແລະຝູງນົກເຄົ້າຈະຢູ່ທີ່ນັ້ນ. ເຮົາຈະໃຊ້ຟອຍກວາດນະຄອນບາບີໂລນ ພ້ອມທັງສັບພະທຸກສິ່ງໄປໃຫ້ໝົດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ພຣະເຈົ້າຢາເວຈະປົກປ້ອງພູເຂົາຊີໂອນ; ແຕ່ປະຊາຊົນຊາວໂມອາບຈະຖືກຢຽບຢໍ່າລົງ ເໝືອນກັນກັບຄົນຢຽບຢໍ່າເຟືອງເພື່ອເຮັດຝຸ່ນ.
ເຮົາຈະມອບຂຸມຊັບຈາກທີ່ມືດລັບລີ້ທັງຫລາຍ ໃຫ້ເຈົ້າເປັນຜູ້ຄຸ້ມຄອງຊັບສົມບັດເຫຼົ່ານັ້ນ; ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ເອີ້ນເອົາເຈົ້າໂດຍນາມຊື່ຂອງເຈົ້າ.
ພຣະອົງເຮັດສັນຍາເອີ້ນເອົາຊາດໜຶ່ງທີ່ຢູ່ຫ່າງໄກ. ພຣະອົງຖິວເອົາພວກເຂົາມາແຕ່ທີ່ສຸດປາຍແຜ່ນດິນໂລກ. ພວກເຂົາມາຢ່າງວ່ອງໄວໂດຍບໍ່ຊັກຊ້າ
ບາບີໂລນຈະຖືກປຸ້ນ ແລະພວກທີ່ປຸ້ນນັ້ນຈະຢຶດເອົາທຸກໆສິ່ງທີ່ພວກເຂົາຕ້ອງການ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ດ້ວຍຄວາມໂກດຮ້າຍຂອງພຣະເຈົ້າຢາເວໃນນະຄອນບາບີໂລນຈະບໍ່ມີຜູ້ໃດອາໄສຢູ່; ມັນຈະຖືກປະປ່ອຍໃຫ້ເປັນທີ່ຮົກຮ້າງເພພັງ ແລະທຸກຄົນທີ່ໄດ້ຜ່ານໄປມາທີ່ນັ້ນ ຈະສະດຸ້ງຕົກໃຈແລະໜ້າງຶດງໍ້.
ຈົ່ງເປັ່ງສຽງສູ້ຮົບອ້ອມເມືອງເຖີດ ບັດນີ້ນະຄອນບາບີໂລນໄດ້ຍອມຈຳນົນແລ້ວ. ກຳແພງເມືອງຖືກພັງລົງ. ອົງພຣະຜູ້ເປັນເຈົ້າກຳລັງແກ້ແຄ້ນຊາວບາບີໂລນ. ສະນັ້ນ ຈົ່ງແກ້ແຄ້ນ ແລະເຮັດຕໍ່ພວກເຂົາດັ່ງທີ່ພວກເຂົາໄດ້ເຮັດກັບຄົນອື່ນນັ້ນສາ.
ບາບີໂລນໄດ້ໃຊ້ຄ້ອນຕີໂລກທັງໝົດແຕກເປັນປ່ຽງສັນໃດ; ບັດນີ້ ຄ້ອນຕີນັ້ນກໍໄດ້ແຕກເປັນປ່ຽງສັນນັ້ນ ບັນດາຊົນຊາດທັງໝົດສະດຸ້ງຕົກໃຈ ຕໍ່ສິ່ງທີ່ໄດ້ເກີດຂຶ້ນໃນປະເທດນັ້ນ.
“ປະຊາຊົນກຳລັງມາແຕ່ປະເທດທາງທິດເໜືອ ຄືຊົນຊາດໜຶ່ງທີ່ຢູ່ຫ່າງໄກ ແລະຍິ່ງໃຫຍ່ດ້ວຍ; ກະສັດທັງຫລາຍຕ່າງກໍໄດ້ຕຽມຕົວ ເພື່ອຈະເຮັດເສິກທັງນັ້ນ.
ເຮົາຈະລົງໂທດເບນ ຄືພະແຫ່ງບາບີໂລນ ແລະເຮັດໃຫ້ມັນຍອມຄືນສົມບັດຕ່າງໆທີ່ໄດ້ລັກໄປນັ້ນ; ຊົນຊາດທັງຫລາຍຈະບໍ່ນະມັດສະການມັນອີກຕໍ່ໄປ. ກຳແພງຂອງນະຄອນບາບີໂລນໄດ້ພັງທະລາຍລົງສາແລ້ວ.
ແລະກ່າວວ່າ, ‘ບາບີໂລນຈະເປັນດັ່ງນີ້ແຫຼະ ຄືມັນຈະຈົມລົງແລະຈະບໍ່ຟູຂຶ້ນມາອີກຈັກເທື່ອ ຍ້ອນຄວາມພິນາດທີ່ອົງພຣະຜູ້ເປັນເຈົ້າກຳລັງຈະນຳມາເທິງປະເທດນີ້.”’ ຄຳເວົ້າຂອງເຢເຣມີຢາຈົບລົງພຽງເທົ່ານີ້.
ແລ້ວເຫຼົ່າສັດຕູຂອງພວກເຮົາກໍຈະເຫັນສິ່ງນີ້ ແລະໄດ້ຮັບຄວາມອັບອາຍຂາຍໜ້າ ຄືເຫຼົ່າສັດຕູຜູ້ດຽວກັນທີ່ເວົ້າທັບຖົມພວກເຮົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້ານັ້ນຢູ່ໃສ?” ພວກເຮົາຈະເຫັນພວກເຂົາພ່າຍແພ້ຖືກຢຽບຢໍ່າລົງ ເໝືອນດັ່ງຢຽບຂີ້ຕົມຕາມຖະໜົນຫົນທາງ.
ຈົ່ງເບິ່ງຝູງນົກໃນທ້ອງຟ້າ ມັນບໍ່ໄດ້ຫວ່ານ ບໍ່ໄດ້ເກັບກ່ຽວ ແລະບໍ່ໄດ້ທ້ອນໂຮມໄວ້ໃນເລົ້າ ແຕ່ພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ໃນສະຫວັນກໍຍັງລ້ຽງນົກນັ້ນ ພວກເຈົ້າມີຄ່າຫລາຍກວ່າຝູງນົກນັ້ນບໍ່ແມ່ນບໍ?
ດັ່ງນັ້ນ ເທວະດາຕົນນັ້ນ ຈຶ່ງແກວ່ງກ່ຽວລົງມາເທິງແຜ່ນດິນໂລກ ເກັບກ່ຽວຜົນໝາກອະງຸ່ນຈາກເຄືອອະງຸ່ນ ແລະຖິ້ມໃສ່ອ່າງຢຽບໝາກອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ.
ມີດາບຄົມດວງໜຶ່ງອອກມາຈາກປາກຂອງພຣະອົງ ເພື່ອພຣະອົງຈະເອົາຊະນະຊົນຊາດທັງຫລາຍດ້ວຍດາບນັ້ນ. “ພຣະອົງຈະປົກຄອງພວກເຂົາດ້ວຍຄ້ອນເຫລັກທີ່ມີອຳນາດ ແລະພຣະອົງຈະຢຽບເອົານໍ້າອະງຸ່ນ ໃນອ່າງແຫ່ງຄວາມໂກດຮ້າຍອັນແຮງກ້າຂອງພຣະເຈົ້າ ອົງຊົງຣິດທານຸພາບສູງສຸດ.”