Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:25 - ພຣະຄຳພີສັກສິ

25 ພຣະເຈົ້າຢາເວ​ໄດ້​ໄຂ​ສາງ​ອາວຸດ​ຂອງພຣະອົງ​ອອກ ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ພຣະອົງ​ໄດ້​ເອົາ​ອາວຸດ​ນັ້ນ​ອອກ​ມາ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ມີ​ພາລະກິດ​ທີ່​ຈະ​ເຮັດ​ໃນ​ບາບີໂລນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:25
17 Jak'a apnaqawi uñst'ayäwi  

ຈົ່ງ​ຂັດ​ດາບ​ເຖີດ ກະສັດ​ຜູ້​ເກັ່ງກ້າ​ເອີຍ ທ່ານ​ຜູ້​ມີ​ຊື່​ລືນາມ​ແລະ​ສະຫງ່າ​ຜ່າເຜີຍ​ດ້ວຍ.


ລູກທະນູ​ແຫລມຄົມ​ຂອງທ່ານ​ທະລຸ​ທີ່​ຫົວໃຈ​ສັດຕູ ບັນດາ​ຊົນຊາດ​ຕ່າງ​ກໍ​ລົ້ມລົງ​ຢູ່​ໃຕ້​ຕີນ​ທ່ານ.


ຜູ້​ທີ່​ຖືກ​ຈັບ​ໄດ້​ຈະ​ຖືກ​ແທງ​ໃຫ້​ຕາຍ.


ຈົ່ງ​ເປັ່ງສຽງ​ສູ້ຮົບ​ອ້ອມ​ເມືອງ​ເຖີດ ບັດນີ້​ນະຄອນ​ບາບີໂລນ​ໄດ້​ຍອມ​ຈຳນົນ​ແລ້ວ. ກຳແພງ​ເມືອງ​ຖືກ​ພັງ​ລົງ. ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ແກ້ແຄ້ນ​ຊາວ​ບາບີໂລນ. ສະນັ້ນ ຈົ່ງ​ແກ້ແຄ້ນ ແລະ​ເຮັດ​ຕໍ່​ພວກເຂົາ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກັບ​ຄົນອື່ນ​ນັ້ນ​ສາ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ບາບີໂລນ ເຈົ້າ​ຄື​ຄ້ອນຕີ​ຂອງເຮົາ ເປັນ​ທັງ​ອາວຸດ​ທີ່​ໃຊ້​ໄວ້​ເຮັດ​ເສິກ​ຂອງເຮົາ​ດ້ວຍ. ເຮົາ​ໄດ້​ໃຊ້​ເຈົ້າ​ໃຫ້​ຢຽບຢໍ່າ​ຊົນຊາດ​ທັງຫລາຍ ແລະ​ທັງ​ໃຫ້​ທຳລາຍ​ອານາຈັກ​ທັງຫລາຍ​ຖິ້ມ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບາບີໂລນ​ເອີຍ ເຈົ້າ​ເປັນ​ດັ່ງ​ພູ​ໜ່ວຍ​ໜຶ່ງ​ທີ່​ທຳລາຍ​ທົ່ວ​ທັງໂລກ, ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຢຶດ​ເຈົ້າ​ໄວ້, ກວາດ​ເຈົ້າ​ລົງ​ກ້ຽງ​ໃຫ້​ພຽງ​ດິນ ແລະ​ປະ​ເຈົ້າ​ໃຫ້​ເປັນ​ຂີ້ເຖົ່າ.


ເຮົາ​ກຳລັງ​ຈະ​ທຳລາຍ​ນະຄອນ​ບາບີໂລນ ແລະ​ເຮັດ​ໃຫ້​ດິນແດນ​ມິດງຽບ​ໄປ​ຕະຫລອດ. ກອງທັບ​ລຸລັ່ງ​ຖັ່ງເທ​ດັ່ງ​ຄື້ນ​ທະເລ​ໄຫລ​ເຂົ້າ​ມາ ບຸກໂຈມຕີ​ເມືອງ​ສຽງດັງ​ກ້ອງສະໜັ່ນ.


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ຍ້ອນ​ການ​ນີ້ ໄພພິບັດ​ຕ່າງໆ ຂອງ​ນະຄອນ​ນັ້ນ ຈະ​ຕົກ​ຖືກ​ນາງ​ໃນ​ວັນ​ດຽວ ຄື​ຄວາມ​ຕາຍ, ຄວາມ​ໂສກເສົ້າ ແລະ​ຄວາມ​ອຶດຢາກ. ແລະ​ໄຟ​ເຜົາຜານ​ນາງ​ໃຫ້​ຈິບຫາຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຕັດສິນ​ລົງໂທດ​ນະຄອນ​ນັ້ນ ຊົງ​ປະກອບ​ດ້ວຍ​ພຣະ​ກຳລັງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka