Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:2 - ພຣະຄຳພີສັກສິ

2 “ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:2
34 Jak'a apnaqawi uñst'ayäwi  

ພວກເຂົາ​ຈະ​ຢ້ານ​ເມື່ອ​ຄິດເຖິງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ ແລະ​ຈະ​ບອກ​ເຖິງ​ກິດຈະການ​ຂອງ​ພຣະອົງ.


ຈົ່ງ​ປະກາດ​ພຣະ​ສະຫງ່າຣາສີ​ແກ່​ຊົນຊາດ​ທັງຫລາຍ ແລະ​ພຣະ​ຣາຊກິດ​ຍິ່ງໃຫຍ່​ແກ່​ມວນ​ມະນຸດ​ຊາດ.


ທຸກຄົນ​ທີ່​ຂາບໄຫວ້​ຮູບເຄົາຣົບ​ຕ່າງ​ກໍ​ຖືກ​ອັບອາຍ ບັນດາ​ພະ​ທັງຫລາຍ​ຈຶ່ງ​ກົ້ມ​ຂາບລົງ ຕໍ່ໜ້າ​ພຣະອົງ.


ເມື່ອ​ເຖິງ​ວັນ​ນັ້ນ ປະຊາຊົນ​ຈະ​ຮ້ອງເພງ​ວ່າ, “ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ແລະ​ຈົ່ງ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ຈົ່ງ​ບອກ​ໃຫ້​ພວກເຂົາ​ຮູ້ວ່າ​ພຣະນາມ​ຂອງ​ພຣະອົງ ເປັນທີ່​ຍົກຍ້ອງ​ຢ່າງສູງສຸດ


ທີ່​ຈອມພູ​ຫົວໂຫລ້ນ ຈົ່ງ​ຍົກ​ທຸງ​ສູ້ຮົບ​ຂຶ້ນ​ສາ ຈົ່ງ​ຮ້ອງ​ສັ່ງ​ພວກ​ທະຫານ ແລະ​ຍົກ​ອາວຸດ​ຂຶ້ນ​ເປັນ​ສັນຍານ​ໃຫ້​ບຸກໂຈມຕີ ປະຕູ​ເມືອງ​ຂອງ​ພວກ​ທີ່​ອວດອົ່ງ​ຈອງຫອງ.


ໃນ​ທັນໃດນັ້ນ ກໍ​ມີ​ຄົນ​ມາ ຄົນ​ຂີ່​ມ້າ​ຄຽງຄູ່​ກັນ​ມາ. ຄົນເຝົ້າຍາມ​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ, “ນະຄອນ​ບາບີໂລນ​ແຕກ​ແລ້ວ ຮູບເຄົາຣົບ​ທັງໝົດ​ທີ່​ພວກເຂົາ​ຂາບໄຫວ້​ນັ້ນ​ກໍ​ແຕກ​ເປັນ​ປ່ຽງໆ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ.”


ທັງ​ໄດ້​ຈູດ​ບັນດາ​ພະ​ຂອງ​ພວກເຂົາ​ຖິ້ມ​ຊຶ່ງ​ບໍ່ແມ່ນ​ພຣະ​ແທ້, ແຕ່​ເປັນ​ພຽງ​ຮູບ​ໄມ້ ແລະ​ຫີນ​ທີ່​ມື​ມະນຸດ​ໄດ້​ເຮັດ​ຂຶ້ນ​ເທົ່ານັ້ນ.


ໃນ​ເວລາ​ດຽວກັນ​ນັ້ນ ເມໂຣດັກ​ບາລາດານ​ກະສັດ​ແຫ່ງ​ບາບີໂລນ ລູກຊາຍ​ຂອງ​ບາລາດານ​ໄດ້ຍິນ​ວ່າ​ກະສັດ​ເຮເຊກີຢາ​ລົ້ມປ່ວຍ; ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຈົດໝາຍ​ແລະ​ຂອງຂວັນ​ມາ​ໃຫ້.


“ນີ້​ຄື​ຈຸດຈົບ​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ ພະ​ເບັນ​ແລະ​ເນໂບ ທີ່​ຄັ້ງ​ໜຶ່ງ ຊາວ​ນະຄອນ​ໄດ້​ຂາບໄຫວ້ ແຕ່​ບັດນີ້ ພະ​ເຫຼົ່ານັ້ນ​ຖືກ​ບັນທຸກ​ໃສ່​ຫລັງ​ລໍ ເປັນ​ພາລະໜັກ​ໃຫ້​ສັດ​ທີ່​ກຳລັງ​ອິດເມື່ອຍ.


ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ທຸກສິ່ງ​ທີ່​ເຮົາ​ບອກ​ໄວ້ ບັດນີ້​ກໍໄດ້​ເກີດຂຶ້ນ​ມາ ພວກເຈົ້າ​ຕ້ອງ​ຮັບ​ສິ່ງ​ທີ່​ເຮົາ​ກ່າວ​ໄວ້​ວ່າ​ຖືກຕ້ອງ. ບັດນີ້ ເຮົາ​ຈະ​ບອກ​ເຖິງ​ສິ່ງ​ໃໝ່ໆ​ທີ່​ຈະ​ເກີດ​ມາ ຄື​ເຫດການ​ທີ່​ເຮົາ​ບໍ່ເຄີຍ​ເປີດເຜີຍ​ມາ​ກ່ອນ.


ພວກເຈົ້າ​ຕ້ອງ​ບອກ​ພວກເຂົາ​ວ່າ ບັນດາ​ພະ​ທີ່​ບໍ່ໄດ້​ສ້າງ​ຟ້າ​ສະຫວັນ ​ແລະ​ແຜ່ນດິນ​ໂລກ​ນັ້ນ ພະ​ເຫຼົ່ານັ້ນ​ຈະ​ຖືກ​ທຳລາຍ​ໝົດ. ພວກເຂົາ​ຈະ​ບໍ່ມີ​ບ່ອນຢູ່​ໃນ​ແຜ່ນດິນ​ໂລກ​ແລະ​ໃຕ້​ຟ້າ​ນີ້​ອີກ​ຕໍ່ໄປ.)


ມັນ​ບໍ່ມີ​ຄຸນຄ່າ​ແລະ​ຕ້ອງ​ຖືກ​ຫຍໍ້ຫຍັນ ເມື່ອ​ພຣະອົງ​ມາ​ຈັດການ​ມັນ​ຈະ​ຖືກ​ທຳລາຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຊົນຊາດ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ປະກາດ​ຖ້ອຍຄຳ​ຂອງເຮົາ​ທີ່​ແຄມຝັ່ງ​ໄກຫ່າງ. ເຮົາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ກະຈັດ​ກະຈາຍ​ໄປ ແຕ່​ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ ແລະ​ດູແລ​ພວກເຂົາ​ໃໝ່​ອີກ ຄົນລ້ຽງແກະ​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ສັນໃດ ເຮົາ​ກໍ​ຈະ​ເຝົ້າ​ເບິ່ງແຍງ​ປະຊາຊົນ​ຂອງເຮົາ​ສັນນັ້ນ.


ພວກເຂົາ​ໄດ້​ມາ​ເຕືອນ​ຊົນຊາດ​ຕ່າງໆ ແລະ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ ເຫຼົ່າ​ສັດຕູ​ກຳລັງ​ມາ​ຈາກ​ດິນແດນ​ໄກ. ສັດຕູ​ເຫຼົ່ານີ້​ຈະ​ຮ້ອງ​ຕໍ່ສູ້​ເມືອງ​ຂອງ​ຢູດາຍ


ຈົ່ງ​ໃຫ້​ສັນຍານ​ໄພ​ແກ່​ບ່ອນ​ໃກ້ໆ​ພູເຂົາ​ຊີໂອນ ຈົ່ງ​ແລ່ນ​ໜີ​ໄປ​ໃຫ້​ປອດໄພ ຢ່າ​ຊັກຊ້າ, ເຮົາ​ກຳລັງ​ນຳ​ໄພພິບັດ​ມາ ການທຳລາຍ​ອັນ​ໃຫຍ່​ມາ​ແຕ່​ທິດເໜືອ.


“ຈົ່ງ​ປະກາດ​ຂ່າວ​ນີ້​ໃນ​ເມືອງ​ຂອງ​ເອຢິບ ໃນ​ມິກໂດນ, ມຳຟິດ ແລະ​ຕາປັນເຮັດ​ວ່າ, ‘ຈົ່ງ​ຕຽມພ້ອມ​ເພື່ອ​ປ້ອງກັນ​ພວກ​ເຈົ້າເອງ​ສາ ພວກເຈົ້າ​ທັງໝົດ​ຈະ​ຖືກ​ສົງຄາມ​ກຳຈັດ​ໃຫ້​ພິນາດ


ເມື່ອ​ນະຄອນ​ບາບີໂລນ​ຫຼົ້ມຈົມ​ນັ້ນ​ຈະ​ມີ​ສຽງດັງ​ຂຶ້ນ ຈົນ​ແຜ່ນດິນ​ໂລກ​ທັງໝົດ​ສັ່ນສະເທືອນ ແລະ​ສຽງ​ແຕກຕື່ນ​ກໍ​ຈະ​ໄດ້ຍິນ​ໄປ​ຮອດ​ຊົນຊາດ​ທັງຫລາຍ.”


ຈົ່ງ​ໃຫ້​ສັນຍານ​ບຸກໂຈມຕີ​ກຳແພງ​ຂອງ​ນະຄອນ​ບາບີໂລນ. ຈົ່ງ​ຈັດການ​ເວນຍາມ​ໃຫ້​ເຂັ້ມແຂງ ໃຫ້​ວາງ​ຄົນ​ຍາມ​ປະຈຳ​ທີ່ ຈົ່ງ​ຕັ້ງ​ຄົນ​ດັກສະກັດ​ໄວ້.” ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ວ່າ ຈະ​ຕ້ອງ​ເຮັດ​ກັບ​ປະຊາຊົນ​ຂອງ​ບາບີໂລນ.


“ຈົ່ງ​ໃຫ້​ສັນຍານ​ໂຈມຕີ ຈົ່ງ​ເປົ່າແກ​ຂຶ້ນ​ເພື່ອ​ຊົນຊາດ​ຕ່າງໆ​ຈະ​ໄດ້ຍິນ ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ ຈົ່ງ​ບອກ​ໃຫ້​ອານາຈັກ​ອາຣາຣັດ, ມິນນີ ແລະ​ອັດຊະເກນາດ ຕຽມ​ໂຈມຕີ. ຈົ່ງ​ແຕ່ງຕັ້ງ​ນາຍ​ທະຫານ​ຜູ້ໜຶ່ງ​ໃຫ້​ນຳພາ​ການ​ໂຈມຕີ. ຈົ່ງ​ນຳ​ຝູງມ້າ​ມາ​ໃຫ້​ຫລາຍ​ດັ່ງ​ຝູງຕັກແຕນ.


ບັນດາ​ຜູ້​ສົ່ງ​ຂ່າວ​ປ່ຽນຜຽນກັນ ແລ່ນ​ໄປ​ບອກ​ກະສັດ​ແຫ່ງ​ບາບີໂລນ​ວ່າ ເມືອງ​ຂອງ​ເພິ່ນ​ໄດ້​ຖືກ​ທຳລາຍ​ໃຫ້​ພັງ​ທະລາຍ​ລົງ​ຮອບດ້ານ.


ເຮົາ​ຈະ​ລົງໂທດ​ເບນ ຄື​ພະ​ແຫ່ງ​ບາບີໂລນ ແລະ​ເຮັດ​ໃຫ້​ມັນ​ຍອມ​ຄືນ​ສົມບັດ​ຕ່າງໆ​ທີ່​ໄດ້​ລັກ​ໄປ​ນັ້ນ; ຊົນຊາດ​ທັງຫລາຍ​ຈະ​ບໍ່​ນະມັດສະການ​ມັນ​ອີກ​ຕໍ່ໄປ. ກຳແພງ​ຂອງ​ນະຄອນ​ບາບີໂລນ​ໄດ້​ພັງ​ທະລາຍ​ລົງ​ສາ​ແລ້ວ.


ສະນັ້ນ ເມື່ອ​ເວລາ​ນັ້ນ​ມາຮອດ ເຮົາ​ຈະ​ຈັດການ​ກັບ​ຮູບເຄົາຣົບ​ຕ່າງໆ​ຂອງ​ບາບີໂລນ. ທົ່ວ​ປະເທດ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ແລະ​ປະຊາຊົນ​ທັງໝົດ​ຢູ່​ໃນ​ປະເທດ​ຈະ​ຖືກ​ຂ້າ.


ເພາະສະນັ້ນ ເຮົາ​ຈຶ່ງ​ກ່າວ​ວ່າ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ຈັດການ​ກັບ​ບັນດາ​ຮູບເຄົາຣົບ​ໃນ​ນະຄອນ​ບາບີໂລນ ແລະ​ຄົນ​ທີ່​ໄດ້​ຮັບ​ບາດເຈັບ​ກໍ​ຈະ​ໂອ່ຍຄາງ​ຢູ່​ທົ່ວ​ທັງປະເທດ.


ບາບີໂລນ​ແຕກ​ຢ່າງ​ກະທັນຫັນ ແລະ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍ ຈົ່ງ​ໄວ້ທຸກ​ໃຫ້​ສາ ຈົ່ງ​ຊອກ​ຫາ​ຢາ​ມາ​ໃສ່​ບາດ ແລະ​ບາງທີ​ອາດ​ດີ​ກໍ​ເປັນ​ໄດ້.


ໃນ​ປີ​ທີ່​ເຈົ້າ​ເອວິນເມໂຣດັກ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ບາບີໂລນ ເພິ່ນ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ​ເຢໂຮຍອາກິນ​ແຫ່ງ​ຢູດາຍ ໂດຍ​ໄດ້​ປ່ອຍ​ເພິ່ນ​ອອກ​ຈາກ​ຄຸກ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ​ຊາວຫ້າ ກົງ​ກັບ​ເດືອນ​ທີ​ສິບສອງ​ຂອງ​ປີ​ສາມສິບເຈັດ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຊົນຊາດ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ແລະ​ຮຽນຮູ້​ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ຕໍ່​ປະຊາຊົນ​ຂອງເຮົາ


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ຈັບ​ກະສັດ​ເຢໂຮຍອາກິມ ແລະ​ຢຶດເອົາ​ເຄຶ່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ໄປ. ເພິ່ນ​ໄດ້​ຈັບ​ເອົາ​ຊະເລີຍ​ບາງຄົນ​ກັບຄືນ​ໄປ​ທີ່​ວິຫານ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ​ເອົາ​ຊັບສົມບັດ​ທີ່​ຢຶດ​ໄດ້​ນັ້ນ​ໄປ​ເກັບໄວ້​ໃນ​ຄັງ​ພະ​ຂອງຕົນ​ທີ່​ວິຫານ.


ເພິ່ນ​ໄດ້​ຖາມ​ພວກເຂົາ​ວ່າ, “ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ເປັນ​ຄວາມຈິງ​ຫລື​ບໍ່ ທີ່​ພວກເຈົ້າ​ບໍ່​ຍອມ​ຂາບໄຫວ້​ພະ​ຂອງເຮົາ ແລະ​ບໍ່​ກົ້ມຂາບ​ຮູບປັ້ນ​ເປັນ​ຄຳ​ທີ່​ເຮົາ​ໄດ້​ຕັ້ງ​ຂຶ້ນ?


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.


ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka