Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:19 - ພຣະຄຳພີສັກສິ

19 ເຮົາ​ຈະ​ປົວແປງ​ປະຊາຊົນ​ອິດສະຣາເອນ​ຂຶ້ນໃໝ່​ໃນ​ດິນແດນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ອາຫານ​ການກິນ​ເກີດຂຶ້ນ​ທີ່​ເທິງ​ພູ​ກາເມນ ແລະ​ໃນ​ຂົງເຂດ​ບາຊານ ແລະ​ພວກເຂົາ​ຈະ​ກິນ​ຜົນລະປູກ​ທີ່​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເອຟຣາອິມ​ກັບ​ກີເລອາດ ຕາມ​ຄວາມ​ຕ້ອງການ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:19
36 Jak'a apnaqawi uñst'ayäwi  

ມີ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ​ບາບີໂລນ ແລະ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ໄດ້​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ເປັນ​ຊະເລີຍ​ແລະ​ອາໄສ​ຢູ່​ໃນ​ບາບີໂລນ ຕັ້ງແຕ່​ສະໄໝ​ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ​ໄປ​ທີ່​ນັ້ນ.


ຈົ່ງ​ຫັນໜ້າ​ນ້ອງ​ໜີ​ຈາກ​ອ້າຍ​ສາ​ເທາະ ເພາະ​ສາຍຕາ​ນ້ອງ​ກວນ​ໃຈ​ອ້າຍ​ໃຫ້​ໝອງໝົ່ນ. ຜົມ​ນ້ອງ​ປິວ​ສະບັດ ດັ່ງ​ຝູງແບ້​ທີ່​ກະໂດດ​ໄປມາ ເຕັ້ນ​ກະໂດດ​ຢູ່​ຕາມ​ຮ່ອມພູ​ກີເລອາດ.


ດິນແດນ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ. ປ່າໄມ້​ຂອງ​ນະຄອນ​ເລບານອນ​ຫ່ຽວແຫ້ງ​ໄປ ຮ່ອມພູ​ທີ່​ອຸດົມສົມບູນ​ດີ​ໃນ​ຊາໂຣນ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ຖິ່ນ​ບາຊານ ແລະ​ເທິງ​ພູ​ກາເມນ ໃບໄມ້​ກໍ​ຫລົ່ນ​ລົງ​ຈາກ​ຕົ້ນ​ໝົດ.


ຖິ່ນ​ແຫ້ງແລ້ງ​ຈະ​ຂັບຮ້ອງ​ບົດເພງ​ຢ່າງ​ຊື່ນໃຈ ຈະ​ເປັນ​ທີ່​ສວຍງາມ​ວິໄລ​ດັ່ງ​ພູ​ເລບານອນ​ພຸ້ນ. ແລະ​ເປັນ​ດັ່ງ​ທົ່ງຫຍ້າ​ທີ່​ອຸດົມສົມບູນ​ດີ ຂອງ​ພູ​ກາເມນ ແລະ​ທົ່ງ​ຊາໂຣນ​ດ້ວຍ. ທຸກຄົນ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ໃດ ຄື​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.


ໃນວັນນັ້ນ ເຊື້ອສາຍ​ຂອງ​ຢູດາ​ຈະ​ຮ່ວມ​ກັບ​ເຊື້ອສາຍ​ຂອງ​ອິດສະຣາເອນ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທາງ​ທິດເໜືອ​ພ້ອມກັນ ແລະ​ຈະ​ຄືນມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ ເປັນ​ກຳມະສິດ​ອັນ​ຖາວອນ.”


“ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຢ່າ​ຢ້ານ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ແຕກຕື່ນ​ເທາະ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ມາ​ຈາກ​ແດນ​ຫ່າງໄກ ຈາກ​ດິນແດນ​ພວກເຈົ້າ​ຕົກ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບຄືນ​ມາ​ບ້ານ ທັງ​ມີ​ຊີວິດ​ຢ່າງ​ສັນຕິສຸກ ຈະ​ປອດໄພ​ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ສ້າງ​ປະຊາຊົນ​ເຮົາ​ຂຶ້ນ​ໃໝ່ ໃນ​ດິນແດນ​ຂອງ​ເຂົາ ແລະ​ຈະ​ເມດຕາ​ຕໍ່​ທຸກໆ​ບ້ານ ເຮົາ​ຈະ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນໃໝ່ ຜາສາດ​ຣາຊວັງ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຄືກັນ.


ວັນ​ອັນ​ໜ້າຢ້ານກົວ​ໃຫຍ່​ນັ້ນ ກຳລັງ​ຈະ​ມາ​ເຖິງ ບໍ່ມີ​ວັນໃດ​ເລີຍ​ຈະ​ປຽບປານ​ວັນນັ້ນ​ໄດ້ ເພາະ​ເປັນ​ເວລາ​ທີ່​ປະຊາຊົນ​ຂອງເຮົາ​ທຸກໃຈ​ຫລາຍ ແຕ່​ພວກເຂົາ​ຈະ​ລອດ​ປອດໄພ​ທັງ​ຈະ​ມີ​ຊີວິດ​ຢູ່ໄດ້.”


ເຮົາ​ຈະ​ໃຫ້​ພວກ​ປະໂຣຫິດ​ເຕັມ​ດ້ວຍ​ສິ່ງ​ທີ່​ດີ ທັງ​ອາຫານ​ການກິນ​ຢ່າງ​ອຸດົມສົມບູນ​ດ້ວຍ ແລະ​ຈະ​ໃຫ້​ປະຊາຊົນ​ມີ​ທຸກສິ່ງ​ທີ່​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເຮັດ​ໃຫ້​ຜູ້​ທີ່​ອິດເມື່ອຍ​ມີ​ແຮງ​ຂຶ້ນໃໝ່ ແລະ​ໃຫ້​ຜູ້​ທີ່​ອ່ອນແຮງ​ຍ້ອນ​ອຶດຫິວ​ໄດ້​ມີ​ອາຫານ​ການກິນ​ພຽງພໍ.


ຖືກ​ແລ້ວ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນເຝົ້າຍາມ​ຈະ​ເປັ່ງ​ສຽງ​ຮ້ອງ​ອອກ​ໄປ​ຈາກ​ເຂດ​ເນີນພູ​ເອຟຣາອິມ​ວ່າ, ‘ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊີໂອນ​ເພື່ອ​ເຝົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.”’


ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ຈາກ​ທຸກ​ປະເທດ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ເພາະ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຂອງເຮົາ ແລະ​ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ບ່ອນ​ນີ້​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ຢູ່​ທີ່​ນີ້​ຢ່າງ​ປອດໄພ.


“ປະຊາຊົນ​ຂອງເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕົກໃຈ​ຢ້ານ​ເທາະ ເຮົາ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ຈາກ​ດິນແດນ​ທີ່​ຫ່າງໄກ ຈາກ​ດິນແດນ​ທີ່​ພວກເຈົ້າ​ຕົກ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບ​ມາ​ສູ່​ບ້ານ ແລະ​ຢູ່​ຢ່າງ​ສັນຕິສຸກ ຈະ​ຢູ່​ຢ່າງ​ປອດໄພ ແລະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ຢ້ານ​ອີກ.”


ປະຊາຊົນ​ຂອງເຮົາ​ເປັນ​ດັ່ງ​ຝູງແກະ​ທີ່​ຜູ້ລ້ຽງ​ໄດ້​ປະປ່ອຍ​ໃຫ້​ເສຍໄປ​ຕາມ​ພູ. ພວກເຂົາ​ເປັນ​ດັ່ງ​ແກະ​ທີ່​ເລາະໄປ​ເລາະມາ​ຈາກ​ພູ​ໜ່ວຍ​ນີ້​ຫາ​ພູ​ໜ່ວຍ​ອື່ນ ແລະ​ພວກເຂົາ​ກໍ​ລືມ​ວ່າ​ບ້ານ​ຂອງ​ພວກເຂົາ​ນັ້ນ​ຢູ່​ໃສ.


ສະນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ດັ່ງນີ້: ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ໃຫ້​ອອກ​ຈາກ​ປະເທດ​ຕ່າງໆ ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ນັ້ນ; ແລະ​ເຮົາ​ຈະ​ມອບ​ດິນແດນ​ອິດສະຣາເອນ​ຄືນ​ໃຫ້​ແກ່​ພວກເຂົາ.’


ເຮົາ​ຈະ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ທຸກໆ​ຊົນຊາດ ແລະ​ທຸກໆ​ປະເທດ ເພື່ອ​ນຳພາ​ພວກເຈົ້າ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ​ເອງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເມື່ອ​ເຮົາ​ຊຳລະ​ພວກເຈົ້າ​ໃຫ້​ສະອາດ​ຈາກ​ທຸກ​ການບາບ​ຂອງ​ພວກເຈົ້າ​ແລ້ວ ເຮົາ​ກໍ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ອີກ ແລະ​ອະນຸຍາດ​ໃຫ້​ພວກເຈົ້າ​ສ້າງ​ສິ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ​ຂຶ້ນ​ໃໝ່.


ຫລັງຈາກ​ນັ້ນ​ມາ​ຫລາຍ​ປີ ເຮົາ​ຈະ​ສັ່ງ​ໃຫ້​ເຈົ້າ​ຮຸກຮານ​ປະເທດ​ໜຶ່ງ ຊຶ່ງ​ປະຊາຊົນ​ໄດ້​ຖືກ​ນຳ​ຄືນ​ມາ​ແຕ່​ປະເທດ​ຕ່າງໆ ແລະ​ໃຊ້​ຊີວິດ​ຢູ່​ໂດຍ​ບໍ່​ຢ້ານກົວ​ສົງຄາມ. ເຈົ້າ​ຈະ​ຮຸກຮານ​ພູ​ຕ່າງໆ​ຂອງ​ອິດສະຣາເອນ ທີ່​ໄດ້​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ​ມານານ​ແລ້ວ; ແຕ່​ບັດນີ້ ເປັນ​ບ່ອນ​ທີ່​ປະຊາຊົນ​ທຸກຄົນ​ອາໄສ​ຢູ່​ຢ່າງ​ປອດໄພ.


ຊາຍແດນ​ທາງທິດ​ຕາເວັນອອກ​ນັບ​ແຕ່​ດ້ານ​ໃຕ້ ຈາກ​ຈຸດ​ລະຫວ່າງ​ເຂດແດນ​ດາມັສກັດ ແລະ​ຮາອູຣານ ພ້ອມດ້ວຍ​ແມ່ນໍ້າ​ຈໍແດນ​ລວມເປັນ​ຊາຍແດນ ລະຫວ່າງ​ດິນແດນ​ອິດສະຣາເອນ​ດ້ານ​ຕາເວັນຕົກ ແລະ​ເມືອງ​ກີເລອາດ​ດ້ານ​ຕາເວັນອອກ​ໄປ​ເຖິງ​ເມືອງ​ຕາມາ ທີ່​ທະເລຕາຍ.


ໂຜດ​ໃຊ້​ຄ້ອນເທົ້າ​ຂອງ​ພຣະອົງ​ລ້ຽງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເຖີດ ຄື​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ພວກດຽວ​ໃນ​ປ່າ. ໃນ​ອ້ອມແອ້ມ​ພວກເຂົາ​ນັ້ນ​ມີ​ດິນ​ດີ. ໂຜດ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ລ້ຽງ​ພວກເຂົາ​ໃນ​ທົ່ງຫຍ້າ​ຂອງ​ເມືອງ​ບາຊານ ແລະ​ກີເລອາດ ດັ່ງ​ໃນ​ຄາວກ່ອນ​ແຕ່​ດົນນານ​ມາ​ແລ້ວ.


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


ຈາກ​ປະເທດ​ເອຢິບ ແລະ​ອັດຊີເຣຍ​ເຮົາ​ຈະ​ນຳ​ພວກເຂົາ​ກັບ​ມາ ແລະ​ໃຫ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ປະເທດ​ຂອງ​ພວກ​ເຂົາ. ເຮົາ​ຍັງ​ຈະ​ໃຫ້​ຕັ້ງ​ທີ່​ຢູ່​ໃນ​ກີເລອາດ ແລະ​ເລບານອນ ດິນແດນ​ທັງໝົດ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ປະຊາຊົນ​ທັງນັ້ນ.


ເຜົ່າ​ຣູເບັນ​ແລະ​ກາດ​ມີ​ຝູງສັດ​ເປັນ​ຈຳນວນ​ຫລວງຫລາຍ. ເມື່ອ​ພວກເຂົາ​ເຫັນ​ວ່າ ດິນແດນ​ຢາເຊ​ກັບ​ກີເລອາດ​ເໝາະ​ສຳລັບ​ການ​ລ້ຽງ​ສັດ


ໂຢຊວຍ​ຈຶ່ງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄົນ​ຫລາຍ ແລະ​ເຂດ​ເນີນພູ​ເອຟຣາອິມ​ນີ້​ນ້ອຍ​ໂພດ​ສຳລັບ​ພວກເຈົ້າ​ແລ້ວ ໃຫ້​ພວກເຈົ້າ​ອອກ​ໄປ​ຖາງ​ເອົາ​ປ່າ ທາງ​ດິນແດນ​ຂອງ​ຊາວ​ເປຣີຊີ​ແລະ​ຊາວ​ເຣຟາອິມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka