Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:18 - ພຣະຄຳພີສັກສິ

18 ດ້ວຍເຫດນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ກະສັດ​ເນບູ​ກາດເນັດຊາ ແລະ​ດິນແດນ​ຂອງ​ລາວ​ດັ່ງ​ທີ່​ເຮົາ​ໄດ້​ລົງໂທດ​ກະສັດ​ແຫ່ງ​ອັດຊີເຣຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:18
11 Jak'a apnaqawi uñst'ayäwi  

ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ໝົດ​ພາລະ​ທີ່​ເຮົາ​ກຳລັງ​ເຮັດ​ຕໍ່​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ເຮົາ​ຈະ​ລົງໂທດ​ກະສັດ​ແຫ່ງ​ອັດຊີເຣຍ ສຳລັບ​ການ​ອວດອົ່ງ ແລະ​ການ​ຈອງຫອງ​ທຸກປະການ​ຂອງ​ລາວ.”


ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ລາວ ແລະ​ພວກເຂົາ​ຈະ​ຮັບໃຊ້​ລູກຫລານ​ຂອງ​ລາວ​ດ້ວຍ ຈົນກວ່າ​ເຖິງ​ກຳນົດ​ທີ່​ຊົນຊາດ​ຂອງ​ລາວ​ເອງ​ຫຼົ້ມຈົມ​ໄປ. ແລ້ວ​ຊົນຊາດ​ຂອງ​ລາວ​ກໍ​ຈະ​ຮັບໃຊ້​ຊົນຊາດ​ທັງຫລາຍ ທີ່​ມີ​ອຳນາດ​ແລະ​ບັນດາ​ກະສັດ​ທີ່​ຍິ່ງໃຫຍ່.


ນີ້​ຄື​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ວັນ​ນີ້​ຄື​ວັນ​ທີ່​ພຣະອົງ​ຈະ​ແກ້ແຄ້ນ​ຄືນ​ສາ​ແລ້ວ ວັນ​ນີ້​ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ດາບ​ຂອງ​ພຣະອົງ​ຈະ​ກິນ​ພວກເຂົາ​ໃຫ້​ຈົນ​ອີ່ມ ແລະ​ດື່ມ​ເລືອດ​ພວກເຂົາ​ໃຫ້​ອີ່ມໜຳ​ສຳລານ ວັນ​ນີ້​ຄື​ການ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຄື​ຖວາຍ​ເຫຍື່ອ​ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ ຖວາຍ​ຢູ່​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ.


ກະສັດ​ແຫ່ງ​ອັດຊີເຣຍ ຜູ້​ສຳເລັດ​ຣາຊການ​ຂອງເຈົ້າ​ນັ້ນ​ຕາຍ​ສາ​ແລ້ວ ແລະ​ພວກ​ລ້ຽງແກະ​ຂອງເຈົ້າ​ກໍ​ນອນ​ຫລັບ​ໄປ​ເລີຍ ປະຊາຊົນ​ຂອງເຈົ້າ​ຖືກ​ກະຈັດ​ກະຈາຍ​ຢູ່​ຕາມ​ເທິງ​ພູ ແລະ​ບໍ່ມີ​ຜູ້ໃດ​ນຳ​ພວກເຂົາ​ກັບຄືນ​ມາ​ອີກ.


ທຸກຄົນ​ທີ່​ເຫັນ​ເຈົ້າ​ກໍ​ຈະ​ປົບໜີໄປ ຄົນ​ຈະ​ເວົ້າ​ວ່າ, ‘ນີເນເວ​ເມືອງ​ເພພັງ​ຮົກຮ້າງ ແມ່ນ​ຜູ້ໃດ​ເດນໍ ທີ່​ຈະ​ເຫັນອົກ​ເຫັນໃຈ​ນີເນເວ? ແມ່ນ​ຜູ້ໃດ​ເດນໍ ທີ່​ຢາກ​ຈະ​ປອບໃຈ​ເຈົ້າ?”’


ພວກເຈົ້າ​ໄດ້​ປຸ້ນຈີ້​ປະຊາຊົນ​ຫລາຍໆ​ຊົນຊາດ; ແຕ່​ບັດນີ້ ຜູ້​ທີ່​ລອດຕາຍ​ມາ​ໄດ້​ນັ້ນ ຈະ​ປຸ້ນຈີ້​ພວກເຈົ້າ​ຄືນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.


ເຮົາ​ຈະ​ຝົນ​ດາບ​ໃຫ້​ເຫລື້ອມ​ເປັນ​ແສງ​ຄົມ​ມັບໆ ແລະ​ມື​ຂອງ​ເຮົາ​ຢຶດ​ການ​ຕັດສິນ​ໄວ້. ເຮົາ​ຈະ​ແກ້ແຄ້ນ​ບັນດາ​ເຫຼົ່າ​ສັດຕູ ແລະ​ເຮົາ​ຈະ​ລົງໂທດ​ທັນ​ຜູ້​ທີ່​ກຽດຊັງ​ເຮົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka