Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:17 - ພຣະຄຳພີສັກສິ

17 “ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:17
38 Jak'a apnaqawi uñst'ayäwi  

ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ໄດ້​ບຸກລຸກ​ອານາຈັກ​ອິດສະຣາເອນ. ແລ້ວ​ກະສັດ​ເມນາເຮມ​ກໍໄດ້​ມອບ​ເງິນ​ໃຫ້​ເພິ່ນ​ສາມສິບແປດ​ໂຕນ ເພື່ອ​ສະໜັບ​ສະໜູນ​ຕົນ​ໃຫ້​ມີ​ອຳນາດ​ໄດ້​ປົກຄອງ​ຕໍ່ໄປ.


ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.


ໃນ​ຂະນະທີ່​ເຈົ້າ​ເຢໂຮຍອາກິມ​ເປັນ​ກະສັດ ເຈົ້າ​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ບຸກຮຸກ​ຢູດາຍ ແລະ​ກະສັດ​ເຢໂຮຍອາກິມ​ໄດ້​ຖືກ​ບັງຄັບ​ໃຫ້​ຍອມ​ຢູ່​ພາຍໃຕ້​ການປົກຄອງ​ຂອງ​ເພິ່ນ ເປັນ​ເວລາ​ສາມ​ປີ ແລ້ວ​ເພິ່ນ​ກໍໄດ້​ກະບົດ.


ໃນ​ຣາຊການ​ຂອງ​ເພິ່ນ​ນັ້ນ​ໄດ້​ມີ​ກອງທັບ​ບາບີໂລນ ຊຶ່ງ​ບັນຊາການ​ໂດຍ​ພວກ​ນາຍ​ທະຫານ​ຂອງ​ກະສັດ​ເນບູ​ກາດເນັດຊາ ໄດ້​ຍົກທັບ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ແລະ​ປິດລ້ອມ​ເມືອງ​ໄວ້.


ແລ້ວ​ເຈົ້າ​ເຊເດກີຢາ​ກໍໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ; ດັ່ງນັ້ນ ເນບູ​ກາດເນັດຊາ​ຈຶ່ງ​ໄດ້​ຍົກທັບ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ທີ​ສິບ ເດືອນ​ສິບ ປີ​ທີ​ເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເຊເດກີຢາ. ພວກເຂົາ​ໄດ້​ຕັ້ງ​ຄ້າຍ​ຕາມ​ນອກເມືອງ ແລະ​ກໍ່ສ້າງ​ກຳແພງ​ປິດລ້ອມ​ເມືອງ​ໄວ້.


ແທນ​ທີ່​ກະສັດ​ຕີກະລາດ​ເປເລເສ​ແຫ່ງ​ອັດຊີເຣຍ​ຈະ​ຊ່ວຍ​ກະສັດ​ອາຮາດ ເພິ່ນ​ກັບ​ຫັນ​ມາ​ຕໍ່ຕ້ານ ແລະ​ໄດ້​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ອີກ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ນຳ​ຜູ້​ບັນຊາການ​ກອງທັບ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ ມາ​ຮຸກຮານ​ຢູດາຍ. ພວກເຂົາ​ໄດ້​ຈັບ​ມານາເຊ ເອົາ​ເບັດ​ເກາະ​ຄໍ​ເພິ່ນ ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.


ທີ່​ເມືອງ​ດີໂບນ ນໍ້າ​ຫ້ວຍ​ນອງ​ໄປ​ດ້ວຍ​ເລືອດ ແລະ​ພຣະເຈົ້າ​ຍັງ​ສະສົມ​ສິ່ງ​ທີ່​ຮ້າຍກາດ​ຫລາຍກວ່າ​ນີ້​ອີກ ໄວ້​ສຳລັບ​ປະຊາຊົນ​ຢູ່​ໃນ​ທີ່ນັ້ນ. ແມ່ນແລ້ວ ຜູ້​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ໂມອາບ​ຈະ​ຖືກ​ຂ້າ ຈົນ​ເລືອດ​ໄຫລ​ນອງ​ແຜ່ນດິນ.


ເຮົາ​ໄດ້​ໂກດຮ້າຍ​ໃຫ້​ປະຊາຊົນ​ຂອງເຮົາ ເຮົາ​ໄດ້​ເຮັດ​ຕໍ່​ພວກເຂົາ​ດັ່ງ​ບໍ່ໄດ້​ເປັນ​ຂອງເຮົາ​ອີກ: ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ອຳນາດ​ຂອງເຈົ້າ​ໝົດ ເຈົ້າ​ບໍ່ໄດ້​ເມດຕາປານີ​ພວກເຂົາ​ເລີຍ.


ຈົ່ງ​ໃຫ້​ຄວາມ​ໂກດຮ້າຍ​ຫັນໄປ​ສູ່​ຊົນຊາດ​ອື່ນ​ສາ ຄື​ຊົນຊາດ​ທັງຫລາຍ​ທີ່​ບໍ່​ນະມັດສະການ​ພຣະເຈົ້າ ແລະ​ຫັນໄປ​ສູ່​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ພຣະອົງ​ໄປ ພວກເຂົາ​ໄດ້​ສັງຫານ​ປະຊາຊົນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ທຳລາຍ​ພວກ​ຂ້ານ້ອຍ​ໃຫ້​ດັບສູນໄປ ແລະ​ປ່ອຍ​ໃຫ້​ດິນແດນ​ຕ້ອງ​ເພພັງ​ຮົກຮ້າງ.


ພວກເຂົາ​ຮ້ອງ​ແຜດສຽງ​ໃສ່​ລາວ ດັ່ງ​ໂຕສິງ ດິນແດນ​ຂອງ​ລາວ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແລ້ວ ແລະ​ເມືອງ​ຕ່າງໆ​ກໍ​ຮົກຮ້າງ​ເພພັງ ທັງ​ຖືກ​ປະຖິ້ມ​ໄປ​ຢ່າງ​ສິ້ນເຊີງ​ສາ​ແລ້ວ.


ແຕ່​ສຳລັບ​ເຈົ້າ ບັນດາ​ຂ້າຣາຊການ​ຂອງເຈົ້າ ແລະ​ປະຊາຊົນ​ທີ່​ລອດຕາຍ​ຈາກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຫິວ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ນັ້ນ ເຮົາ​ຈະ​ໃຫ້​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ສັດຕູ​ທີ່​ຢາກ​ຈະ​ຂ້າ​ພວກເຈົ້າ​ນັ້ນ​ຈັບ​ໄປ. ເນບູ​ກາດເນັດຊາ​ຈະ​ຂ້າ​ພວກເຈົ້າ. ລາວ​ຈະ​ບໍ່​ໄວ້​ຊີວິດ​ຜູ້ໃດ​ເລີຍ ຫລື​ເມດຕາປານີ​ຜູ້ໃດ​ທັງສິ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


“ສິງ​ອອກ​ຈາກ​ປ່າຕຶບ​ມາ​ສູ່​ແຄມ​ແມ່ນໍ້າ​ຈໍແດນ​ທີ່​ມີ​ຫຍ້າຂຽວ​ສັນໃດ; ເຮົາ​ກໍ​ຈະ​ມາ​ເຮັດ​ໃຫ້​ຊາວ​ເອໂດມ ແລ່ນ​ໜີ​ຈາກ​ດິນແດນ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ຜູ້ນຳ​ທີ່​ເຮົາ​ເລືອກເອົາ​ກໍ​ຈະ​ປົກຄອງ​ດິນແດນ. ຜູ້ໃດ​ແດ່​ທຽບເທົ່າ​ກັບ​ເຮົາ​ໄດ້? ຜູ້ໃດ​ແດ່​ກ້າ​ທ້າທາຍ​ເຮົາ​ໄດ້? ນັກ​ປົກຄອງ​ຜູ້ໃດ​ແດ່​ຕ້ານທານ​ເຮົາ​ໄດ້?


ພວກເຂົາ​ຈະ​ກິນ​ຜົນລະປູກ ແລະ​ອາຫານ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ; ພວກເຂົາ​ຈະ​ຂ້າ​ລູກ​ຊາຍ​ຍິງ​ທັງຫລາຍ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ຂ້າ​ຝູງແກະ​ແລະ​ຝູງງົວ ທັງ​ຈະ​ທຳລາຍ​ຕົ້ນອະງຸ່ນ ແລະ​ກົກ​ໝາກເດື່ອເທດ​ຂອງ​ພວກເຈົ້າ​ດ້ວຍ. ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຊຶ່ງ​ພວກເຈົ້າ​ໄວ້ວາງໃຈ​ນັ້ນ ກໍ​ຈະ​ຖືກ​ທຳລາຍ​ໂດຍ​ກອງທັບ​ຂອງ​ພວກເຂົາ.”


ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.


ປະຊາຊົນ​ຂອງເຮົາ​ເປັນ​ດັ່ງ​ຝູງແກະ​ທີ່​ຜູ້ລ້ຽງ​ໄດ້​ປະປ່ອຍ​ໃຫ້​ເສຍໄປ​ຕາມ​ພູ. ພວກເຂົາ​ເປັນ​ດັ່ງ​ແກະ​ທີ່​ເລາະໄປ​ເລາະມາ​ຈາກ​ພູ​ໜ່ວຍ​ນີ້​ຫາ​ພູ​ໜ່ວຍ​ອື່ນ ແລະ​ພວກເຂົາ​ກໍ​ລືມ​ວ່າ​ບ້ານ​ຂອງ​ພວກເຂົາ​ນັ້ນ​ຢູ່​ໃສ.


ຊາວ​ບາບີໂລນ​ລ້ວນແຕ່​ເປັນ​ດັ່ງ​ໂຕສິງ​ທີ່​ຮ້ອງ​ຄຳຣາມ ແລະ​ຄວນຄາງ​ດັ່ງ​ສິງໜຸ່ມ.


ເຈົ້າ​ເຊເດກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ມີ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ. ນາງ​ເປັນ​ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.


ດັ່ງ​ຜູ້ລ້ຽງ​ເອົາໃຈໃສ່​ເຕົ້າໂຮມ​ແກະ​ທີ່​ໄດ້​ແຕກຝູງ​ໄປ​ນັ້ນ ມາ​ໂຮມເຂົ້າ​ກັນ​ອີກ​ສັນໃດ; ເຮົາ​ກໍ​ຈະ​ນຳ​ເອົາ​ແກະ​ທີ່​ໄດ້​ແຕກຝູງ​ໄປ ໃນ​ຍາມ​ອັນຕະລາຍ​ແລະ​ໃນ​ຍາມ​ອັນ​ມືດມົນ​ກັບຄືນ​ມາ​ຈາກ​ທຸກບ່ອນ​ສັນນັ້ນ.


ແລ້ວ​ກະສັດ​ກໍ​ອອກ​ຄຳສັ່ງ​ໃຫ້​ຈັບ​ຊາຍ​ທັງໝົດ​ທີ່​ຟ້ອງ​ດານີເອນ ແລະ​ໃຫ້​ໂຍນ​ພວກເຂົາ​ທັງ​ເມຍ​ແລະ​ລູກໆ​ລົງ​ໄປ​ໃນ​ຖໍ້າ​ສິງ. ຝູງ​ສິງ​ໄດ້​ໂດດ​ຄຸບ​ກິນ​ພວກເຂົາ ແລະ​ຫັກ​ກະດູກ​ທຸກຄົນ​ກ່ອນ​ທີ່​ພວກເຂົາ​ຕົກລົງ​ເຖິງ​ພື້ນ​ຖໍ້າ.


ເຮົາ​ຈະ​ນຳ​ທຸກ​ຊົນຊາດ​ໃຫ້​ມາ​ເຕົ້າໂຮມ​ກັນ ແລະ​ນຳ​ພວກເຂົາ​ໄປ​ສູ່​ຮ່ອມພູ​ແຫ່ງ​ການຕັດສິນ​ນັ້ນ. ແລ້ວ​ໃນ​ທີ່ນັ້ນ​ເຮົາ​ກໍ​ຈະ​ຕັດສິນ​ພວກເຂົາ ຕາມ​ທີ່​ພວກເຂົາ​ທັງໝົດ​ໄດ້​ເຮັດ​ຕໍ່​ປະຊາຊົນ​ຂອງເຮົາ​ນັ້ນ. ພວກເຂົາ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ແຕກຊະ​ໄປ​ແດນ​ອື່ນ​ໄກ ແບ່ງແຍກ​ອິດສະຣາເອນ ດິນແດນ​ຂອງເຮົາ​ດ້ວຍ.


ເພາະວ່າ ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ແກະ​ທີ່​ຫລົງ​ເສຍ​ໄປ, ແຕ່​ບັດນີ້​ພວກເຈົ້າ​ຖືກ​ນຳ​ຄືນ​ມາ​ຫາ​ພຣະຜູ້ລ້ຽງ ແລະ​ຜູ້​ເບິ່ງແຍງ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka