16 ຢ່າໃຫ້ມີການເພາະປູກ ຫລືການເກັບກ່ຽວໃນປະເທດນີ້. ຊາວຕ່າງດ້າວທຸກໆຄົນທີ່ກຳລັງອາໄສຢູ່ໃນທີ່ນັ້ນຈະຢ້ານກອງທັບໂຈມຕີ ແລະຈະກັບຄືນເມືອບ້ານເກີດເມືອງນອນຂອງໃຜລາວ.”
ພວກຄົນຕ່າງດ້າວທີ່ອາໄສຢູ່ໃນນະຄອນບາບີໂລນ ຈະແລ່ນປົບໜີໄປສູ່ບ້ານເມືອງຂອງພວກເຂົາໂດຍກະຈັດກະຈາຍໄປ ດັ່ງກວາງປົບຄົນໂຫ່ເນື້ອ ແລະດັ່ງຝູງແກະທີ່ຂາດຜູ້ລ້ຽງ.
ພຣະອົງໄດ້ປະຖິ້ມປະຊາຊົນຂອງພຣະອົງສາແລ້ວ ດັ່ງໂຕສິງໜີຈາກບ່ອນທີ່ມັນຊ້ອນຕົວຢູ່. ການຢ້ານກົວສົງຄາມແລະຄວາມໂກດຮ້າຍຂອງພຣະເຈົ້າຢາເວ ໄດ້ປ່ຽນປະເທດນີ້ໃຫ້ເປັນຖິ່ນແຫ້ງແລ້ງກັນດານ.
ບັນດາທະຫານຂອງພວກເຈົ້າໄດ້ສະດຸດລົ້ມລົງ ແຕ່ລະຄົນກໍເວົ້າໃຫ້ກັນແລະກັນວ່າ, ‘ໄວໆເຖີດ ຈົ່ງກັບໄປຫາປະຊາຊົນຂອງພວກເຮົາ ປົບໜີຈາກຄົມດາບສັດຕູຂອງພວກເຮົາເຖີດ.’
ຂ້າພວກຄົນລ້ຽງແກະກັບຝູງແກະຂອງພວກເຂົາ ຂ້າພໍ່ນາແລະມ້າທີ່ແກ່ໄຖຂອງພວກເຂົາເຈົ້າ ຢຽບຢໍ່າບັນດານັກປົກຄອງໃຫ້ໝຸ່ນທະລາຍ ແລະພວກຂ້າຣາຊການຊັ້ນສູງດ້ວຍ.”
ຊາວຕ່າງດ້າວທັງຫລາຍທີ່ອາໄສຢູ່ໃນທີ່ນັ້ນໄດ້ເວົ້າວ່າ, ‘ພວກເຮົາພະຍາຍາມຊ່ວຍບາບີໂລນ ແຕ່ຊ້າເກີນໄປສາແລ້ວ. ບັດນີ້ ປ່ອຍສາເທາະ ແລະກັບຄືນເມືອບ້ານເກີດເມືອງນອນສາ. ພຣະເຈົ້າລົງໂທດບາບີໂລນດ້ວຍຣິດທານຸພາບທັງໝົດຂອງພຣະອົງ ແລະທຳລາຍປະເທດຢ່າງໝົດສິ້ນ.”’
ພໍ່ນາທັງຫລາຍເອີຍ ຈົ່ງໂສກເສົ້າກັນເຖີດ ຜູ້ເຝົ້າສວນອະງຸ່ນເອີຍ ຈົ່ງຮ້ອງໄຫ້ສາເຖີດ ເພາະເຂົ້າບາເລແລະເຂົ້າເດືອຍກໍດີ ແລະຜົນລະປູກທັງໝົດກໍຖືກທຳລາຍກ້ຽງ.
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຕາມຖະໜົນຫົນທາງໃນເມືອງຈະມີແຕ່ການຮ້ອງໄຫ້ ແລະການຄວນຄາງດ້ວຍຄວາມທຸກລຳບາກ. ພວກເຂົາຈະເອີ້ນພວກຊາວນາມາຮ່ວມຮ້ອງໄຫ້ໄວ້ທຸກ ແລະຜູ້ທີ່ຖືກຈ້າງມາໃຫ້ໄວ້ທຸກນັ້ນ.