ເຢເຣມີຢາ 50:15 - ພຣະຄຳພີສັກສິ15 ຈົ່ງເປັ່ງສຽງສູ້ຮົບອ້ອມເມືອງເຖີດ ບັດນີ້ນະຄອນບາບີໂລນໄດ້ຍອມຈຳນົນແລ້ວ. ກຳແພງເມືອງຖືກພັງລົງ. ອົງພຣະຜູ້ເປັນເຈົ້າກຳລັງແກ້ແຄ້ນຊາວບາບີໂລນ. ສະນັ້ນ ຈົ່ງແກ້ແຄ້ນ ແລະເຮັດຕໍ່ພວກເຂົາດັ່ງທີ່ພວກເຂົາໄດ້ເຮັດກັບຄົນອື່ນນັ້ນສາ. Uka jalj uñjjattʼäta |
ນີ້ຄືວັນຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ວັນນີ້ຄືວັນທີ່ພຣະອົງຈະແກ້ແຄ້ນຄືນສາແລ້ວ ວັນນີ້ພຣະອົງຈະລົງໂທດເຫຼົ່າສັດຕູຂອງພຣະອົງ ດາບຂອງພຣະອົງຈະກິນພວກເຂົາໃຫ້ຈົນອີ່ມ ແລະດື່ມເລືອດພວກເຂົາໃຫ້ອີ່ມໜຳສຳລານ ວັນນີ້ຄືການຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຄືຖວາຍເຫຍື່ອໃຫ້ເປັນເຄື່ອງບູຊາແກ່ພຣະອົງ ຖວາຍຢູ່ທິດເໜືອຕາມຝັ່ງແມ່ນໍ້າເອີຟຣັດ.
ສິງກຳລັງອອກມາຈາກປ່າຕຶບຂອງແຄມແມ່ນໍ້າຈໍແດນ ສູ່ທົ່ງຫຍ້າຂຽວສັນໃດ; ເຮົາກໍກຳລັງອອກມາເຮັດໃຫ້ຊາວບາບີໂລນ ແລ່ນໜີຈາກເມືອງຂອງພວກເຂົາຢ່າງກະທັນຫັນສັນນັ້ນ. ແລ້ວພວກເຈົ້ານາຍທີ່ເຮົາເລືອກໄວ້ກໍຈະປົກຄອງປະເທດ. ຜູ້ໃດປຽບທຽບກັບເຮົາໄດ້ແດ່? ຜູ້ໃດທ້າທາຍກັບເຮົາໄດ້ແດ່? ມີຜູ້ປົກຄອງຄົນໃດຕ້ານທານເຮົາໄດ້?