Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:12 - ພຣະຄຳພີສັກສິ

12 ແຕ່​ເມືອງ​ອັນ​ໃຫຍ່ໂຕ​ຂອງ​ພວກເຈົ້າ​ນັ້ນ​ຈະ​ຖືກ​ລົດກຽດ ແລະ​ຖືກ​ອັບອາຍ​ຂາຍໜ້າ. ບາບີໂລນ​ຈະ​ເປັນ​ຊົນຊາດ​ໜຶ່ງ ທີ່​ມີ​ຄວາມ​ສຳຄັນ​ໜ້ອຍ​ທີ່ສຸດ​ໃນ​ບັນດາ​ຊົນຊາດ​ທັງໝົດ ຄື​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຫືອດແຫ້ງ​ແລະ​ຂາດນໍ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:12
17 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ໂຈມຕີ​ນະຄອນ​ບາບີໂລນ​ໃຫ້​ພັງ​ພິນາດ​ໄປ. ເຮົາ​ຈະ​ບໍ່​ປະ​ຫຍັງ​ໃຫ້​ເຫຼືອ​ໄວ້​ເລີຍ ຄື​ບໍ່​ໃຫ້​ມີ​ເດັກນ້ອຍ​ແລະ​ຜູ້​ລອດຊີວິດ​ເຫຼືອ​ຢູ່​ຈັກ​ຄົນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ແມ່ນ​ຊາວ​ບາບີໂລນ ແຕ່​ບໍ່ແມ່ນ​ຊາວ​ອັດຊີເຣຍ ທີ່​ໄດ້​ປ່ອຍ​ໃຫ້​ພວກ​ສັດປ່າ​ຢຽບຢໍ່າ​ເມືອງ​ຕີເຣ. ແມ່ນ​ຊາວ​ບາບີໂລນ​ທີ່​ໄດ້​ປິດລ້ອມ​ຫໍຄອຍ​ຕ່າງໆ ຮື້​ປ້ອມ​ທີ່​ປ້ອງກັນ​ເມືອງ​ຕີເຣ ແລະ​ປະປ່ອຍ​ໃຫ້​ເປັນ​ເມືອງ​ຮົກຮ້າງ​ເພພັງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ຕໍ່​ປະເທດ ເພື່ອນບ້ານ​ໃກ້ຄຽງ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຄື​ປະເທດ​ທີ່​ໄດ້​ທຳລາຍ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຄົນຊົ່ວ​ເຫຼົ່ານັ້ນ ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງ​ພວກເຂົາ​ເໝືອນ​ຫລົກ​ຕົ້ນໄມ້ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ຢູດາ​ອອກ​ຈາກ​ພວກເຂົາ.


ແມ່​ທີ່​ເສຍ​ລູກ​ເຈັດ​ຄົນ ກໍ​ສະຫລົບ​ລົ້ມ​ຫາຍໃຈ​ປາ ສຳລັບ​ນາງ ແສງ​ກາງເວັນ​ກໍ​ປ່ຽນ​ເປັນ​ມືດ​ສາ​ແລ້ວ; ນາງ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຂົມຂື່ນ​ຈິດໃຈ ເຮົາ​ຈະ​ປ່ອຍ​ໃຫ້​ສັດຕູ​ຂ້າ​ພວກເຈົ້າ​ຜູ້​ຍັງ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ເຖິງ​ເຊື້ອສາຍ​ຂອງ​ກະສັດ​ແຫ່ງ​ຢູດາຍ​ວ່າ, “ເຖິງ​ແມ່ນ​ເຮົາ​ເຫັນ​ວ່າ ວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ​ງົດງາມ ເທົ່າກັບ​ດິນແດນ​ກີເລອາດ ແລະ​ພູ​ຂອງ​ເລບານອນ​ກໍຕາມ; ແຕ່​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ບາບີໂລນ​ພ້ອມທັງ​ກະສັດ ເພາະ​ບາບ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ປະເທດ​ນີ້​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ.


ບັນດາ​ກະສັດ​ທັງໝົດ​ທາງ​ທິດເໜືອ, ໄກແລະໃກ້​ແຕ່ລະ​ເມືອງ​ເປັນ​ລຳດັບ. ທຸກໆ​ຊົນຊາດ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ຕ້ອງ​ໄດ້​ດື່ມ​ຈາກ​ຈອກ​ນີ້. ໃນ​ທີ່ສຸດ​ກະສັດ​ແຫ່ງ​ບາບີໂລນ​ກໍ​ຈະ​ດື່ມ​ຈາກ​ຈອກ​ນີ້​ຄືກັນ.


ແຕ່​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ່າ, ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ເອກຣັບບາ ໄດ້ຍິນ​ສຽງ​ຂອງ​ການ​ສູ້ຮົບ ແລະ​ເມືອງ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແລະ​ໝູ່ບ້ານ​ຕ່າງໆ​ກໍ​ຈະ​ຖືກ​ເຜົາຜານ​ຈົນກ້ຽງ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ດິນແດນ​ຂອງຕົນ ຈາກ​ພວກ​ທີ່​ຢຶດເອົາ​ໄປ​ນັ້ນ​ກັບຄືນ​ມາ.


ເມືອງ​ທັງຫລາຍ​ໄດ້​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ ແລະ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ຂາດນໍ້າ ຄື​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ຫລື​ທ່ອງທ່ຽວ​ໄປມາ.


ສະນັ້ນ ເມື່ອ​ເວລາ​ນັ້ນ​ມາຮອດ ເຮົາ​ຈະ​ຈັດການ​ກັບ​ຮູບເຄົາຣົບ​ຕ່າງໆ​ຂອງ​ບາບີໂລນ. ທົ່ວ​ປະເທດ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ແລະ​ປະຊາຊົນ​ທັງໝົດ​ຢູ່​ໃນ​ປະເທດ​ຈະ​ຖືກ​ຂ້າ.


ແຕ່​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ ເປັນ​ອິດສະຫລະ ແລະ​ນາງ​ກໍ​ເປັນ​ແມ່​ຂອງ​ພວກເຮົາ.


ທີ່​ໜ້າຜາກ​ມີ​ຊື່​ຂຽນ​ໄວ້​ເປັນ​ຄວາມ​ເລິກລັບ​ວ່າ, “ບາບີໂລນ​ມະຫາ​ນະຄອນ ແມ່​ຂອງ​ໂສເພນີ​ທັງຫລາຍ ແລະ​ແມ່​ຂອງ​ສິ່ງ​ທັງປວງ​ທີ່​ໜ້າກຽດ​ໜ້າຊັງ​ໃນ​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka