ເຢເຣມີຢາ 50:11 - ພຣະຄຳພີສັກສິ11 ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນແຫ່ງບາບີໂລນເອີຍ ພວກເຈົ້າໄດ້ປຸ້ນສະດົມຊົນຊາດຂອງເຮົາ. ພວກເຈົ້າມີຄວາມສຸກ ແລະມ່ວນຊື່ນເບີກບານ ດັ່ງງົວແມ່ທີ່ກຳລັງຢຽບເຂົ້າຫລືດັ່ງມ້າທີ່ກຳລັງຮ້ອງ Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາມີບາງສິ່ງທີ່ຈະກ່າວຕໍ່ປະເທດ ເພື່ອນບ້ານໃກ້ຄຽງທັງຫລາຍຂອງຊາດອິດສະຣາເອນ ຄືປະເທດທີ່ໄດ້ທຳລາຍດິນແດນທີ່ເຮົາໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນ. ເຮົາຈະຖອນຮາກຖອນເຫງົ້າຄົນຊົ່ວເຫຼົ່ານັ້ນ ໃຫ້ອອກໄປຈາກດິນແດນຂອງພວກເຂົາເໝືອນຫລົກຕົ້ນໄມ້ ແລະເຮົາຈະຊ່ວຍກູ້ເອົາຢູດາອອກຈາກພວກເຂົາ.