Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 50:10 - ພຣະຄຳພີສັກສິ

10 ບາບີໂລນ​ຈະ​ຖືກ​ປຸ້ນ ແລະ​ພວກ​ທີ່​ປຸ້ນ​ນັ້ນ​ຈະ​ຢຶດເອົາ​ທຸກໆ​ສິ່ງ​ທີ່​ພວກເຂົາ​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 50:10
12 Jak'a apnaqawi uñst'ayäwi  

ສິ່ງຂອງ​ທີ່​ພວກເຂົາ​ມີຢູ່​ກໍ​ຖືກ​ຮິບໂຮມ​ເອົາ​ໄປ​ໝົດ.


ເຮົາ​ຈະ​ມອບ​ຂຸມຊັບ​ຈາກ​ທີ່​ມືດ​ລັບລີ້​ທັງຫລາຍ ໃຫ້​ເຈົ້າ​ເປັນ​ຜູ້​ຄຸ້ມຄອງ​ຊັບສົມບັດ​ເຫຼົ່ານັ້ນ; ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ເອີ້ນ​ເອົາ​ເຈົ້າ​ໂດຍ​ນາມຊື່​ຂອງເຈົ້າ.


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ບາບີໂລນ​ພ້ອມທັງ​ກະສັດ ເພາະ​ບາບ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ປະເທດ​ນີ້​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ.


ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ລາວ ແລະ​ພວກເຂົາ​ຈະ​ຮັບໃຊ້​ລູກຫລານ​ຂອງ​ລາວ​ດ້ວຍ ຈົນກວ່າ​ເຖິງ​ກຳນົດ​ທີ່​ຊົນຊາດ​ຂອງ​ລາວ​ເອງ​ຫຼົ້ມຈົມ​ໄປ. ແລ້ວ​ຊົນຊາດ​ຂອງ​ລາວ​ກໍ​ຈະ​ຮັບໃຊ້​ຊົນຊາດ​ທັງຫລາຍ ທີ່​ມີ​ອຳນາດ​ແລະ​ບັນດາ​ກະສັດ​ທີ່​ຍິ່ງໃຫຍ່.


ຈົ່ງ​ໂຈມຕີ​ປະເທດ​ນີ້​ຮອບດ້ານ​ທັງ​ເປີດ​ສາງ​ທີ່​ໄດ້​ສະສົມ​ເຂົ້າ​ໄວ້ ຈົ່ງ​ກອງ​ເຄື່ອງ​ທີ່​ປຸ້ນ​ມາ​ນັ້ນ​ດັ່ງ​ທີ່​ໄດ້​ກອງ​ເຂົ້າ​ໄວ້ ຈົ່ງ​ທຳລາຍ​ປະເທດ​ຖິ້ມ ຢ່າ​ປະປ່ອຍ​ຫຍັງ​ໄວ້​ເລີຍ


ຈົ່ງ​ທຳລາຍ​ຝູງມ້າ ແລະ​ລົດຮົບ​ປະເທດ​ນີ້​ສາ ຈົ່ງ​ໃຫ້​ຄວາມຕາຍ​ມາ​ສູ່​ພວກ​ທະຫານ​ຮັບຈ້າງ. ພວກເຂົາ​ຊ່າງ​ອິດອ່ອນ​ເມື່ອຍຫລາຍ​ແທ້ໆ​ນໍ ຈົ່ງ​ທຳລາຍ​ຂຸມຊັບ​ໂດຍ​ໃຫ້​ຖືກ​ປຸ້ນ​ເອົາ​ຈົນກ້ຽງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ຈະ​ເຫັນ​ເຮົາ​ແກ້ແຄ້ນ​ບາບີໂລນ ກັບ​ປະຊາຊົນ​ຂອງ​ປະເທດ​ນີ້​ສຳລັບ​ຄວາມ​ຊົ່ວຊ້າ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ນະຄອນ​ເຢຣູຊາເລັມ.”


ໃຫ້​ບາບີໂລນ​ຮັບຜິດຊອບ ທີ່​ຮຸນແຮງ​ຕໍ່​ພວກເຮົາ ຈົ່ງ​ໃຫ້​ປະຊາຊົນ​ແຫ່ງ​ພູເຂົາ​ຊີໂອນ​ເວົ້າຈາ​ດັ່ງນັ້ນ.” ຈົ່ງ​ໃຫ້​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ເວົ້າ​ວ່າ, “ທີ່​ພວກເຮົາ​ທົນທຸກ​ນັ້ນ ໃຫ້​ບາບີໂລນ​ຮັບ​ເອົາ.”


ໃນ​ນິມິດ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ນຳ​ຂ້າພະເຈົ້າ​ກັບຄືນ​ມາ​ສູ່​ບ່ອນ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ບາບີໂລນ ແລ້ວ​ນິມິດ​ກໍ​ຫາຍ​ໄປ


ພວກເຈົ້າ​ໄດ້​ປຸ້ນຈີ້​ປະຊາຊົນ​ຫລາຍໆ​ຊົນຊາດ; ແຕ່​ບັດນີ້ ຜູ້​ທີ່​ລອດຕາຍ​ມາ​ໄດ້​ນັ້ນ ຈະ​ປຸ້ນຈີ້​ພວກເຈົ້າ​ຄືນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.


ເຂົາ​ທັງ​ສິບ​ກັບ​ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຈະ​ພາກັນ​ກຽດຊັງ​ຍິງໂສເພນີ ຈະ​ເຮັດ​ໃຫ້​ມັນ​ຂາດ​ມິດ​ສະຫາຍ​ແລະ​ເປືອຍກາຍ ຈະ​ກັດ​ກິນ​ຊີ້ນ​ແລະ​ຈະ​ເອົາ​ໄຟ​ເຜົາ​ມັນ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka