ເຢເຣມີຢາ 5:9 - ພຣະຄຳພີສັກສິ9 ເພາະເລື່ອງນີ້ ເຮົາຈະບໍ່ຄວນລົງໂທດພວກເຂົາບໍ? ຊົນຊາດບາບດັ່ງນີ້ ຄວນຈະຖືກແກ້ແຄ້ນຫລືບໍ່? Uka jalj uñjjattʼäta |
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນທີ່ມີກ່າວເຖິງບັນດາພວກຜູ້ລ້ຽງແກະ ຄືຜູ້ມີໜ້າທີ່ລ້ຽງດູປະຊາຊົນຂອງພຣະອົງວ່າ, “ພວກເຈົ້າບໍ່ໄດ້ລ້ຽງດູປະຊາຊົນຂອງເຮົາ; ພວກເຈົ້າໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປ ແລະຂັບໄລ່ພວກເຂົາໃຫ້ໜີໄປ ແລະບໍ່ໄດ້ເອົາໃຈໃສ່ພວກເຂົາ. ບັດນີ້ ເຮົາຈະລົງໂທດພວກເຈົ້າສຳລັບການຊົ່ວຊ້າທີ່ພວກເຈົ້າໄດ້ເຮັດນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຂ້າແດ່ພຣະເຈົ້າຢາເວ ຄວາມໂກດຮ້າຍທີ່ພຣະອົງມີຕໍ່ພວກເຂົານັ້ນ ກໍລຸກໄໝ້ຢູ່ໃນຂ້ານ້ອຍຄືກັນ ແລະຂ້ານ້ອຍກໍທົນຕໍ່ໄປບໍ່ໄດ້ແລ້ວ.” ແລ້ວພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງລະບາຍຄວາມໂກດຮ້າຍຂອງເຮົາອອກໃສ່ເດັກນ້ອຍທີ່ທ້ອງຖະໜົນ ແລະໃນທີ່ປະຊຸມຕ່າງໆຂອງພວກຊາວໜຸ່ມ. ຜົວແລະເມຍຈະຖືກຈັບໄປ ແລະແມ່ນແຕ່ຄົນຊະຣາກໍຈະບໍ່ໄດ້ຖືກຍົກເວັ້ນ.