Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 5:6 - ພຣະຄຳພີສັກສິ

6 ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 5:6
38 Jak'a apnaqawi uñst'ayäwi  

ນອກຈາກນີ້​ອີກ ບັນດາ​ຜູ້ນຳ​ຂອງ​ຢູດາຍ ບັນດາ​ປະໂຣຫິດ​ແລະ​ປະຊາຊົນ​ຕ່າງ​ກໍໄດ້​ເຮັດ​ບາບ​ຕາມ​ແບບຢ່າງ​ຂອງ​ຊົນຊາດ ທີ່​ອ້ອມຮອບ​ພວກເຂົາ​ນັ້ນ​ໂດຍ​ຂາບໄຫວ້​ຮູບເຄົາຣົບ; ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຮັດ​ໃຫ້​ວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ພຣະອົງ​ເຮັດ​ໃຫ້​ສັກສິດ​ໃນ​ເຢຣູຊາເລັມ​ນັ້ນ​ເປັນ​ມົນທິນ.


ປະໂຣຫິດ​ເອຊະຣາ​ໄດ້​ຢືນ​ຂຶ້ນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກທ່ານ​ຂາດ​ຄວາມເຊື່ອ ແລະ​ໄດ້​ນຳ​ເອົາ​ຄວາມຜິດ​ມາ​ສູ່​ຊາດ​ອິດສະຣາເອນ ຍ້ອນ​ການ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ.


ຂ້າພະເຈົ້າ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ລະອາຍ​ທີ່​ຈະ​ເງີຍ​ໜ້າ​ຂຶ້ນ​ຕໍ່ໜ້າ​ພຣະອົງ. ບາບ​ຂອງ​ພວກ​ຂ້ານ້ອຍ​ສູງ​ຂຶ້ນ​ເໜືອ​ຫົວ​ແລ້ວ; ມັນ​ສູງ​ຈຸ​ຟ້າ​ສະຫວັນ.


ພຣະອົງ​ບໍ່​ປ່ອຍ​ໃຫ້​ຂ້ານ້ອຍ​ສຳເລັດຜົນ​ໃດໆ ພໍ​ແຕ່​ໂປໂລ​ຫົວ​ຂຶ້ນ​ມາ ພຣະອົງ​ກໍ​ຂົ່ມ​ຫົວ​ລົງ​ໂລດ. ເພື່ອ​ໃຫ້​ເຈັບປວດ ຊົງ​ຕາມລ່າ​ຂ້ານ້ອຍ​ດັ່ງ​ສິງໂຕ ແລະ​ເຮັດ​ການ​ອັດສະຈັນ​ຕໍ່ສູ້​ຂ້ານ້ອຍ​ດ້ວຍ.


ພຣະອົງ​ໄດ້​ສົ່ງ​ຄວາມມືດ​ມາ​ເປັນ​ຕອນ​ກາງຄືນ ຊຶ່ງ​ເປັນ​ເວລາ​ທີ່​ສັດປ່າ​ອອກ​ໄປ​ທ່ອງທ່ຽວ.


ແລ້ວ​ຝູງ​ໝູປ່າ​ກໍໄດ້​ມາ​ຢຽບຢໍ່າ​ທຳລາຍ​ມັນ​ລົງ ແລະ​ສັດປ່າ​ທັງຫລາຍ​ກໍ​ມາ​ກັດກິນ​ມັນ​ດ້ວຍ.


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ການຊົ່ວ​ທີ່​ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ເຮັດ​ຕໍ່ສູ້​ພຣະອົງ​ນັ້ນ​ມີ​ຫລາຍ​ແທ້. ການບາບ​ຂອງ​ພວກ​ຂ້ານ້ອຍ​ກ່າວໂທດ​ຕໍ່ສູ້​ພວກ​ຂ້ານ້ອຍ​ແລ້ວ ແລະ​ພວກ​ຂ້ານ້ອຍ​ກໍ​ຮູ້​ດີ.


ປະຊາຊົນ​ຂອງເຮົາ​ນັ້ນ​ຕ່າງ​ກໍ​ຮ້ອງ​ຫາ​ເຮົາ​ວ່າ, ‘ແມ່ນ​ການບາບ​ທີ່​ກ່າວໂທດ​ໃສ່​ພວກ​ຂ້ານ້ອຍ ແຕ່​ໂຜດ​ຊ່ວຍ​ໃຫ້​ພົ້ນ​ດ້ວຍ ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີ​ຫລາຍ​ເທື່ອ​ຈາກ​ພຣະອົງ ພວກ​ຂ້ານ້ອຍ​ກະທຳ​ບາບ​ຕໍ່ສູ້​ພຣະອົງ​ສາ​ແລ້ວ.


ພວກເຂົາ​ຮ້ອງ​ແຜດສຽງ​ໃສ່​ລາວ ດັ່ງ​ໂຕສິງ ດິນແດນ​ຂອງ​ລາວ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແລ້ວ ແລະ​ເມືອງ​ຕ່າງໆ​ກໍ​ຮົກຮ້າງ​ເພພັງ ທັງ​ຖືກ​ປະຖິ້ມ​ໄປ​ຢ່າງ​ສິ້ນເຊີງ​ສາ​ແລ້ວ.


ອິດສະຣາເອນ​ເອີຍ ເຈົ້າ​ນຳ​ສິ່ງນີ້​ມາ​ສູ່​ເຈົ້າເອງ ເຈົ້າ​ໄດ້​ປະຖິ້ມ​ເຮົາ​ແລະ​ຫັນໜີ​ໄປ​ຈາກ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໃນ​ຂະນະທີ່​ພຣະອົງ​ກຳລັງ​ພາ​ເຈົ້າ​ເດີນທາງ​ໄປ​ນັ້ນ.


ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແມ ເຮົາ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ສຳລັບ​ພວກເຈົ້າ​ບໍ? ເຮົາ​ເປັນ​ດັ່ງ​ດິນແດນ​ທີ່​ມືດມົນ​ສຳລັບ​ພວກເຈົ້າ​ບໍ? ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເຮັດ​ຕາມໃຈ​ຕົນເອງ ແລະ ຕ່າງ​ກໍ​ເວົ້າ​ວ່າ ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ອີກ​ເລີຍ?’


ພຣະອົງ​ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ​ສາ​ແລ້ວ ດັ່ງ​ໂຕສິງ​ໜີ​ຈາກ​ບ່ອນ​ທີ່​ມັນ​ຊ້ອນຕົວ​ຢູ່. ການ​ຢ້ານກົວ​ສົງຄາມ​ແລະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ໄດ້​ປ່ຽນ​ປະເທດ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ຄົນ​ຮັກແພງ​ຕ່າງ​ກໍໄດ້​ລືມໄລ​ພວກເຈົ້າ​ໄປ ພວກເຂົາ​ບໍ່​ສົນໃຈ​ກັບ​ພວກເຈົ້າ​ຕໍ່ໄປ​ອີກ. ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ດັ່ງ​ສັດຕູ​ໂຈມຕີ ໂທດກຳ​ທີ່​ພວກເຈົ້າ​ໄດ້​ຮັບ​ກໍ​ຮຸນແຮງ​ແທ້ ເພາະ​ການບາບ​ຂອງ​ພວກເຈົ້າ​ມີ​ຫລວງຫລາຍ ແລະ​ຄວາມ​ຊົ່ວຊາມ​ກໍ​ມີ​ຫລາຍໂພດ.


ຢ່າ​ຈົ່ມທຸກ​ຕື່ມ​ເຖິງ​ຄວາມ​ເຈັບປວດ​ອີກ​ເລີຍ ຢາ​ປິ່ນປົວ​ສຳລັບ​ພວກເຈົ້າ​ບໍ່ມີ​ສາ​ແລ້ວ. ເຮົາ​ລົງໂທດ​ພວກເຈົ້າ​ຍ້ອນ​ການບາບ​ມີ​ຫລາຍ ແລະ​ຄວາມ​ຊົ່ວຊ້າ​ກໍ​ມີ​ຫລາຍໂພດ.


ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


“ສິງ​ອອກ​ຈາກ​ປ່າຕຶບ​ມາ​ສູ່​ແຄມ​ແມ່ນໍ້າ​ຈໍແດນ​ທີ່​ມີ​ຫຍ້າຂຽວ​ສັນໃດ; ເຮົາ​ກໍ​ຈະ​ມາ​ເຮັດ​ໃຫ້​ຊາວ​ເອໂດມ ແລ່ນ​ໜີ​ຈາກ​ດິນແດນ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ຜູ້ນຳ​ທີ່​ເຮົາ​ເລືອກເອົາ​ກໍ​ຈະ​ປົກຄອງ​ດິນແດນ. ຜູ້ໃດ​ແດ່​ທຽບເທົ່າ​ກັບ​ເຮົາ​ໄດ້? ຜູ້ໃດ​ແດ່​ກ້າ​ທ້າທາຍ​ເຮົາ​ໄດ້? ນັກ​ປົກຄອງ​ຜູ້ໃດ​ແດ່​ຕ້ານທານ​ເຮົາ​ໄດ້?


ຖ້າດັ່ງນັ້ນ ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໜີ​ຈາກ​ເຮົາ​ໄປ ໂດຍ​ບໍ່​ກັບຄືນ​ມາ​ຈັກເທື່ອ? ພວກເຈົ້າ​ຢຶດໝັ້ນ​ຢູ່​ກັບ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ ແລະ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ​ເລີຍ.


ແມ່ນແຕ່​ນົກ​ຍາງ​ຢູ່​ເທິງ​ຟ້າ​ຍັງ​ຮູ້ຈັກ​ຍາມ​ກັບ​ມາ; ນົກ​ກາງແກ, ນົກ​ແອ່ນ ແລະ​ນົກ​ຂຽນ ກໍ​ຍັງ​ຮູ້ຈັກ​ເວລາ​ຍົກຍ້າຍ​ມາ. ແຕ່​ປະຊາຊົນ​ຂອງເຮົາ ພວກເຈົ້າ​ບໍ່​ຮູ້ຈັກ​ກົດບັນຍັດ​ທັງຫລາຍ​ຂອງເຮົາ​ທີ່​ໃຊ້​ປົກຄອງ​ພວກເຈົ້າ.


ພວກ​ສັດຕູ​ໄດ້​ເປັນ​ນາຍ​ເໜືອ​ນາງ ພວກເຂົາ​ໄດ້​ຢຶດເອົາ​ນາງ​ໃຫ້​ຢູ່​ໃຕ້​ອຳນາດ ຍ້ອນ​ນາງ​ເຮັດ​ບາບ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ນາງ​ທົນທຸກ ລູກໆ​ຂອງ​ນາງ​ນັ້ນ​ຕ່າງ​ກໍ​ຖືກ​ຈັບ​ໄປ.


ເຈົ້າ​ໄດ້​ເອົາ​ຄວາມງາມ​ຂອງເຈົ້າ​ໄປ​ເກືອກກົ້ວ​ກັບ​ຂີ້ຕົມ. ເຈົ້າ​ໄດ້​ມອບ​ເຈົ້າເອງ​ໃຫ້​ແກ່​ທຸກໆຄົນ​ທີ່​ຜ່ານ​ໄປມາ ແລະ​ເຈົ້າ​ກໍໄດ້​ປະພຶດ​ຕົນ​ເປັນ​ແມ່ຈ້າງ​ຫລາຍຂຶ້ນ​ທຸກໆ​ວັນ.


ບັນດາ​ເຈົ້ານາຍ​ຂອງ​ອິດສະຣາເອນ​ເປັນ​ດັ່ງ​ໝາປ່າ​ທີ່​ກຳລັງ​ຈີກ​ສັດ ຊຶ່ງ​ພວກ​ຕົນ​ໄດ້​ຂ້າ​ນັ້ນ​ເປັນ​ຕ່ອນໆ. ພວກເຂົາ​ກໍ່​ການ​ຄາດຕະກຳ​ເພື່ອ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ຕົນ.


ນາງ​ໄດ້​ກາຍເປັນ​ຍິງໂສເພນີ​ຫລາຍກວ່າ​ແຕ່​ກ່ອນ ໂດຍ​ປະພຶດ​ຕົນ​ດັ່ງ​ສະໄໝ​ຍັງ​ເປັນ​ສາວ​ຢູ່ ຄື​ເມື່ອ​ຄາວ​ທີ່​ນາງ​ໄດ້​ເປັນ​ຍິງໂສເພນີ​ຢູ່​ໃນ​ປະເທດ​ເອຢິບ​ນັ້ນ.


ໂຕ​ທຳອິດ​ເບິ່ງ​ຄ້າຍ​ຄື​ສິງ ແຕ່​ມີ​ປີກ​ເໝືອນ​ນົກອິນຊີ. ໃນ​ຂະນະທີ່​ຂ້າພະເຈົ້າ​ຫລຽວ​ເບິ່ງ​ຢູ່​ນັ້ນ ປີກ​ຂອງ​ມັນ​ກໍ​ຖືກ​ຫລົກ​ອອກ. ສັດ​ໂຕ​ນັ້ນ​ຖືກ​ຍົກ​ຂຶ້ນ ແລະ​ໃຫ້​ຢືນ​ຢູ່​ເໝືອນ​ຄົນ. ແລ້ວ​ມັນ​ກໍໄດ້​ຮັບ​ຈິດໃຈ​ດັ່ງ​ມະນຸດ.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຫລຽວເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ອີກ​ໂຕໜຶ່ງ​ປາກົດ​ຂຶ້ນ​ມາ. ສັດ​ໂຕ​ນີ້​ເບິ່ງ​ຄ້າຍ​ຄື​ເສືອດາວ ແຕ່​ເທິງ​ຫລັງ​ມີ​ສີ່​ປີກ​ເໝືອນ​ປີກ​ນົກ ແລະ​ມີ​ສີ່​ຫົວ. ມັນ​ໄດ້​ຮັບ​ສິດ​ອຳນາດ​ແຫ່ງ​ການ​ເປັນໃຫຍ່.


ເຮົາ​ຈະ​ໂດດ​ໃສ່​ປະຊາຊົນ​ເອຟຣາອິມ ແລະ​ຢູດາ​ເໝືອນ​ສິງ​ຄຸບ​ກິນ​ພວກເຂົາ. ເຮົາ​ຈະ​ຈີກ​ພວກເຂົາ​ອອກ​ເປັນ​ຕ່ອນໆ ແລະ​ປະຖິ້ມ​ໄວ້. ເມື່ອ​ເຮົາ​ລາກ​ພວກເຂົາ​ໄປ​ແລ້ວ ຈະ​ບໍ່ມີ​ຜູ້ໃດ​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້.


ມ້າ​ຂອງ​ພວກເຂົາ​ຊຶ່ງ​ກຳລັງ​ອຶດຫິວ​ເຫຍື່ອ​ກໍ​ແລ່ນ​ໄວກວ່າ​ເສືອດາວ ທັງ​ຮ້າຍກາດ​ກວ່າ​ໝາໄນ. ທະຫານ​ຂອງ​ພວກເຂົາ​ຂີ່​ມ້າ​ຫອບ​ມາ​ແຕ່​ດິນແດນ​ໄກ; ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ກະທືບ​ພື້ນດິນ. ພວກມັນ​ເຈີດ​ລົງ​ກິນ​ເຫຍື່ອ​ເໝືອນ​ດັ່ງ​ນົກອິນຊີ.


ບັນດາ​ຂ້າຣາຊການ​ໃນ​ເມືອງນີ້​ເປັນ​ດັ່ງ​ຝູງ​ສິງ​ທີ່​ຮ້ອງ​ຄຳຣາມ; ບັນດາ​ຜູ້​ຕັດສິນ​ຄວາມ​ກໍ​ເປັນ​ດັ່ງ​ໝາປ່າ​ທີ່​ອຶດຫິວ​ໃນ​ຕອນ​ກາງຄືນ ໂລພາ​ໂພດ​ຈົນ​ບໍ່​ຍອມ​ປະ​ກະດູກ​ໃຫ້​ເຖິງ​ຕອນເຊົ້າ.


ມາບັດນີ້ ພວກເຈົ້າ​ໄດ້​ເຮັດ​ຄື​ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ; ຄົນ​ບາບ​ລຸ້ນ​ໃໝ່​ນີ້​ຕຽມ​ຈະ​ນຳ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ມາ​ສູ່​ຊາດ​ອິດສະຣາເອນ​ອີກ​ແລ້ວ.


ສັດຮ້າຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ ໂຕ​ເໝືອນ​ເສືອ​ດາວ ຕີນ​ເໝືອນ​ຕີນ​ໝີ ແລະ​ປາກ​ເໝືອນ​ປາກ​ສິງ ພະຍານາກ​ໄດ້​ໃຫ້​ຣິດເດດ ແລະ​ບັນລັງ​ກັບ​ອຳນາດ​ອັນ​ໃຫຍ່​ຫລວງ​ຂອງຕົນ​ແກ່​ສັດຮ້າຍ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka