ແຕ່ຜູ້ທຳນວາຍຊາວເຢຣູຊາເລັມເຮັດຊົ່ວ ໂດຍມົວຫລິ້ນຊູ້ເວົ້າຕົວະຍົວະຜິດຊາຍຍິງ; ພວກເຂົາສົ່ງເສີມປະຊາຊົນໃຫ້ເຮັດໄປໃນທາງຜິດ ເພື່ອຈະບໍ່ໃຫ້ມີຜູ້ໃດຜູ້ໜຶ່ງເຊົາເຮັດຊົ່ວໄດ້. ສຳລັບເຮົາແລ້ວພວກເຂົາຊົ່ວຊ້າກັນທັງໝົດ ເທົ່າກັບຊາວເມືອງໂຊໂດມແລະໂກໂມຣາພຸ້ນ.