ເຢເຣມີຢາ 5:3 - ພຣະຄຳພີສັກສິ3 ແມ່ນແທ້ ພຣະເຈົ້າຢາເວຊອກຫາຄວາມສັດຊື່ ພຣະອົງຂ້ຽນຕີພວກເຈົ້າ ແຕ່ກໍບໍ່ສົນໃຈຮໍ່າຮຽນ; ພຣະອົງໄດ້ຢຽບຢໍ່າພວກເຈົ້າ ແຕ່ກໍບໍ່ຍອມຮໍ່າຮຽນ ພວກເຈົ້າດື້ດ້ານທັງບໍ່ຍອມຫັນໜີຈາກການບາບ. Uka jalj uñjjattʼäta |
“ເຮົາໄດ້ໃຫ້ພວກເຈົ້າເກີດພະຍາດລະບາດ ດັ່ງເຮົາໄດ້ເຮັດໃຫ້ເກີດຂຶ້ນແກ່ເອຢິບນັ້ນ. ເຮົາໄດ້ຂ້າຊາຍໜຸ່ມທັງຫລາຍຂອງພວກເຈົ້າທີ່ສະໜາມຮົບ ແລະເອົາມ້າເສິກຂອງພວກເຈົ້າໜີໄປ. ເຮົາໄດ້ໃຫ້ພວກເຈົ້າດົມກິ່ນເໝັນຊາກສົບຄົນຕາຍຕາມຄ້າຍພັກຕ່າງໆຂອງພວກເຈົ້າ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.