27 ນາຍພານຈັບນົກໄດ້ເຕັມກົງຂັງສັນໃດ ພວກເຂົາກໍໄດ້ເຄື່ອງປຸ້ນມາໄວ້ເຕັມເຮືອນສັນນັ້ນ. ເພາະສະນັ້ນ ພວກເຂົາຈຶ່ງມີອຳນາດແລະຮັ່ງມີເປັນດີ
ແຕ່ຄົນຂີ້ລັກ ແລະບໍ່ມີພຣະເຈົ້າກໍຍັງມີສັນຕິສຸກ, ແມ່ນວ່າພະຂອງເຂົາຄືກຳລັງຂອງເຂົາເອງ.
ພຣະເຈົ້າຢາເວກຳລັງນຳຄົນເຫຼົ່ານີ້ມາຕັດສິນ ຄືບັນດາເຖົ້າແກ່ແລະບັນດາຜູ້ນຳປະຊາຊົນຂອງພຣະອົງ. ພຣະອົງກ່າວຟ້ອງດັ່ງນີ້: “ພວກເຈົ້າໄດ້ປຸ້ນເອົາສວນອະງຸ່ນ ແລະໃນເຮືອນຂອງພວກເຈົ້າກໍເຕັມໄປດ້ວຍສິ່ງຂອງ ທີ່ພວກເຈົ້າໄດ້ຢຶດເອົາມາຈາກຄົນຍາກຈົນ.
“ຂ້າແດ່ພຣະເຈົ້າຢາເວ ຖ້າຂ້ານ້ອຍຖົກຖຽງຄະດີກັບພຣະອົງ ພຣະອົງກໍຈະພິສູດວ່າພຣະອົງເປັນຝ່າຍຖືກຕ້ອງ. ແຕ່ຂ້ານ້ອຍຕ້ອງຖາມພຣະອົງເຖິງຄວາມຍຸດຕິທຳ ເປັນຫຍັງຄົນຊົ່ວຈຶ່ງຈະເລີນຮຸ່ງເຮືອງຂຶ້ນແທ້? ເປັນຫຍັງຄົນບໍ່ສັດຊື່ ຄົນຂີ້ສໍ້ຂີ້ໂກງ ຈຶ່ງໄດ້ຮັບຜົນສຳເລັດໃນຊີວິດ?
ຖ້າດັ່ງນັ້ນ ປະຊາຊົນຂອງເຮົາເອີຍ ເປັນຫຍັງພວກເຈົ້າຈຶ່ງໜີຈາກເຮົາໄປ ໂດຍບໍ່ກັບຄືນມາຈັກເທື່ອ? ພວກເຈົ້າຢຶດໝັ້ນຢູ່ກັບບັນດາຮູບເຄົາຣົບຂອງພວກເຈົ້າ ແລະບໍ່ຍອມກັບມາຫາເຮົາເລີຍ.
ແຕ່ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ພຣະອົງໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເຮົາຈະເຮັດໃຫ້ພວກເຈົ້າອາໄສຢູ່ໃນຜ້າເຕັນອີກດັ່ງພວກເຈົ້າເຄີຍອາໄສຢູ່ ຄາວທີ່ເຮົາມາຫາພວກເຈົ້າໃນຖິ່ນແຫ້ງແລ້ງກັນດານນັ້ນ.
ຊາວເມືອງມາໂຣດ ຕ່າງກໍລໍຖ້າການບັນເທົາທຸກດ້ວຍໃຈກະວົນກະວາຍ ຍ້ອນພຣະເຈົ້າຢາເວໄດ້ນຳໄພພິບັດເຂົ້າມາໃກ້ນະຄອນເຢຣູຊາເລັມສາແລ້ວ.
ໃນວັນນັ້ນ ເຮົາຈະລົງໂທດທຸກຄົນທີ່ຂາບໄຫວ້ ຄ້າຍຄືກັບພວກທີ່ບໍ່ນັບຖືພຣະເຈົ້າ, ພວກທີ່ຂີ້ລັກ ແລະພວກທີ່ຂ້າເຈົ້າເອົາຂອງ ເພື່ອນຳໄປສ້າງຮັ່ງຄູນມີໃຫ້ແກ່ເຮືອນເຈົ້ານາຍຂອງຕົນ.”
ເທວະດານັ້ນໄດ້ຮ້ອງປະກາດສຽງແຮງກ້າຂຶ້ນວ່າ, “ບາບີໂລນມະຫານະຄອນຫຼົ້ມຈົມແລ້ວ ຫຼົ້ມຈົມເສຍແລ້ວ ມັນກາຍເປັນບ່ອນອາໄສຂອງພວກຜີມານຮ້າຍ ເປັນບ່ອນລີ້ຊ່ອນຂອງວິນຍານຊົ່ວຮ້າຍທຸກຢ່າງ ແລະເປັນຄອນນົກບໍ່ສະອາດແລະໜ້າກຽດໜ້າຊັງທຸກຊະນິດ.