Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 5:26 - ພຣະຄຳພີສັກສິ

26 ບັນດາ​ຄົນຊົ່ວຊ້າ​ໄດ້​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ຂອງເຮົາ; ພວກເຂົາ​ນອນ​ຄອຍຖ້າ ດັ່ງ​ຄົນ​ຜູ້ໜຶ່ງ​ວາງ​ຕາໜ່າງ​ໄວ້​ຈັບ​ນົກ ແຕ່​ພວກເຂົາ​ພັດ​ວາງ​ຕາໜ່າງ​ໄວ້​ຈັບ​ຄົນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 5:26
16 Jak'a apnaqawi uñst'ayäwi  

ພວກເຂົາ​ໜູນໃຈ​ກັນແລະກັນ​ເຖິງ​ແຜນການ​ຊົ່ວ​ຂອງ​ພວກເຂົາ ພວກເຂົາ​ປຶກສາ​ກັນ​ເຖິງ​ບ່ອນ​ທີ່​ພວກເຂົາ​ຈະ​ຫ້າງ​ແຮ້ວ​ໃສ່. ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ກັນແລະກັນ ເຖິງ​ແຜນການ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ​ວ່າ, “ບໍ່ມີ​ຜູ້ໃດ​ດອກ ທີ່​ເຫັນ​ພວກເຮົາ​ໄດ້.”


ຖ້າ​ພວກເຂົາ​ຊວນ​ວ່າ, “ໄປ​ກັບ​ພວກເຮົາ​ເທາະ​ໄປ​ຫາ​ດັກ​ໂຈມຕີ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ມາ​ຂ້າ​ຖິ້ມ


ຄົນໂງ່ຈ້າ​ນັ້ນ​ຊົ່ວຊ້າ ແລະ​ເຮັດ​ແຕ່​ສິ່ງ​ທີ່​ບໍ່​ດີ; ລາວ​ວາງແຜນ​ລ້າງຜານ​ຄົນ​ຍາກຈົນ ໂດຍ​ເວົ້າຕົວະ​ແລະ​ກີດກັ້ນ​ພວກເຂົາ ບໍ່​ໃຫ້​ໄດ້​ຮັບ​ສິດທິ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຮ້ອງ​ດັງໆ​ຈົນ​ສຸດ​ສຽງ​ເຖີດ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ກ່ຽວກັບ​ການບາບ​ຂອງ​ພວກເຂົາ


ພວກເຂົາ​ຈະ​ເຮັດ​ການຮ້າຍ​ຕອບແທນ​ການດີ​ຊັ້ນບໍ? ດ້ວຍວ່າ, ພວກເຂົາ​ຍັງ​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ​ຢູ່. ໂຜດ​ລະນຶກເຖິງ​ຂ້ານ້ອຍ​ທີ່​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ສຳລັບ​ພວກເຂົາ ເພື່ອ​ພຣະອົງ​ຈະ​ບໍ່ໄດ້​ກະທຳ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.


ຈົ່ງ​ສົ່ງ​ຝູງ​ຄົນ​ເຂົ້າ​ມາ​ປຸ້ນ​ເຮືອນ​ຂອງ​ພວກເຂົາ ຢ່າງ​ພວກເຂົາ​ບໍ່​ຮູ້​ຕົວ; ຈົ່ງ​ເຮັດ​ໃຫ້​ພວກເຂົາ​ຮ້ອງໄຫ້​ດ້ວຍ​ຄວາມ​ຢ້ານກົວ​ແດ່ທ້ອນ. ພວກເຂົາ​ໄດ້​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ ແລະ​ໄດ້​ເຮັດ​ແຮ້ວ​ດັກຈັບ​ຂ້ານ້ອຍ​ຄືກັນ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ນີ້​ຊ່າງໂງ່ຈ້າ​ຫລາຍ ພວກເຂົາ​ຕ່າງ​ກໍ​ພາກັນ​ບໍ່​ຮູ້ຈັກ​ເຮົາ​ເລີຍ. ພວກເຂົາ​ເປັນ​ດັ່ງ​ເດັກນ້ອຍ​ທີ່​ໂງ່ຈ້າ​ເຕັມທີ ພວກເຂົາ​ບໍ່ມີ​ຄວາມ​ເຂົ້າໃຈ​ສິ່ງໃດໆ. ພວກເຂົາ​ເປັນ​ຜູ້​ຊຳນິ​ຊຳນານ​ເລື່ອງ​ການ​ເຮັດ​ຊົ່ວ ແຕ່​ເລື່ອງ​ການ​ເຮັດ​ດີ ພວກເຂົາ​ພັດ​ບໍ່​ຮູ້ຈັກ​ຊໍ້າ.”


ລີ້ນ​ພວກເຂົາ​ເປັນ​ດັ່ງ​ລູກທະນູ​ນຳ​ສູ່​ຄວາມຕາຍ ພວກເຂົາ​ເວົ້າຈາ​ປາໄສ​ຕົວະຍົວະ​ຢູ່​ເລື້ອຍໆ. ທຸກຄົນ​ເວົ້າ​ຕໍ່​ເພື່ອນບ້ານ​ຢ່າງ​ສັນ​ເພື່ອນມິດ​ທີ່​ດີ ແຕ່​ຈິດໃຈ​ແທ້ຈິງ ພັດ​ມີ​ອຸບາຍ​ກຳລັງ​ວາງ​ໄວ້.


ໃນ​ເຮືອນ​ຂອງ​ຄົນຊົ່ວ ມີ​ຊັບສົມບັດ​ຫລາຍ​ຢ່າງ ຊຶ່ງ​ພວກເຂົາ​ໄດ້​ມາ​ໃນ​ທາງ​ບໍ່​ສັດຊື່. ພວກເຂົາ​ໃຊ້​ຕາຊິງ​ປອມ ເປັນ​ສິ່ງ​ທີ່​ເຮົາ​ກຽດຊັງ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ຜູ້​ຮ່ວມ​ງານ​ຂອງ​ຊີໂມນ ກໍ​ປະຫລາດ​ໃຈ​ເໝືອນກັນ ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ຢ່າ​ສູ່​ຢ້ານ ຕັ້ງແຕ່​ນີ້​ໄປ ເຈົ້າ​ຈະ​ເປັນ​ຜູ້​ຫາ​ຄົນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka