ເຢເຣມີຢາ 5:24 - ພຣະຄຳພີສັກສິ24 ພວກເຈົ້າບໍ່ເຄີຍຄິດເລີຍທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຖິງແມ່ນວ່າເຮົາໄດ້ສົ່ງຝົນຍາມລະດູໃບໄມ້ຫລົ່ນ ແລະຝົນຍາມລະດູໃບໄມ້ປົ່ງມາໃຫ້ ແລະໃຫ້ພວກເຈົ້າມີລະດູເກັບກ່ຽວປະຈຳປີກໍຕາມ. Uka jalj uñjjattʼäta |
ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ເຮົາແມ່ນພຣະເຈົ້າຢາເວ ເປັນຫຍັງພວກເຈົ້າຈຶ່ງບໍ່ຢຳເກງເຮົາ? ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວຕົວສັ່ນຕໍ່ໜ້າເຮົາ? ເຮົາເປັນຜູ້ຈັດສັນດິນຊາຍໄວ້ເປັນເຂດອ້ອມທະເລ ເພື່ອໃຫ້ເປັນເຄື່ອງກີດກັ້ນອັນຖາວອນບໍ່ໃຫ້ນໍ້າທະເລຜ່ານໄປໄດ້. ນໍ້າທະເລອາດໂຍກຂຶ້ນໂຍກລົງ ແຕ່ກໍເລີຍຂອບເຂດນັ້ນໄປບໍ່ໄດ້; ຄື້ນທະເລອາດດັງກ້ອງສະໜັ່ນ ແຕ່ກໍຜ່ານໄປບໍ່ໄດ້.