ເຢເຣມີຢາ 5:17 - ພຣະຄຳພີສັກສິ17 ພວກເຂົາຈະກິນຜົນລະປູກ ແລະອາຫານຂອງພວກເຈົ້າຈົນໝົດກ້ຽງ; ພວກເຂົາຈະຂ້າລູກຊາຍຍິງທັງຫລາຍຂອງພວກເຈົ້າ. ພວກເຂົາຈະຂ້າຝູງແກະແລະຝູງງົວ ທັງຈະທຳລາຍຕົ້ນອະງຸ່ນ ແລະກົກໝາກເດື່ອເທດຂອງພວກເຈົ້າດ້ວຍ. ເມືອງທີ່ມີປ້ອມປ້ອງກັນຊຶ່ງພວກເຈົ້າໄວ້ວາງໃຈນັ້ນ ກໍຈະຖືກທຳລາຍໂດຍກອງທັບຂອງພວກເຂົາ.” Uka jalj uñjjattʼäta |
ດັ່ງນັ້ນ ພູຕ່າງໆຂອງຊາດອິດສະຣາເອນ ຈົ່ງຟັງຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວເຖີດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ພູເຂົາຕ່າງໆ ແລະເນີນພູຕ່າງໆ, ຫ້ວຍນໍ້າແລະຮ່ອມພູທັງຫຼາຍ ບ່ອນທີ່ຖືກປະປ່ອຍໃຫ້ຮົກຮ້າງເປົ່າປ່ຽວ ແລະເມືອງຮົກຮ້າງຫວ່າງເປົ່າທີ່ຖືກປຸ້ນ ແລະຖືກຫຍໍ້ຫຍັນຈາກທຸກຊົນຊາດທີ່ຢູ່ອ້ອມແອ້ມ.
ເຮົາຈະລົງໂທດພວກເຈົ້າ. ເຮົາຈະນຳໄພອັນຕະລາຍມາສູ່ພວກເຈົ້າ ຄື: ພະຍາດຊໍ້າເຮື້ອແລະການເຈັບໄຂ້ໄດ້ປ່ວຍນາໆປະການ ອັນຈະເຮັດໃຫ້ພວກເຈົ້າຕາບອດ ແລະຕາຍຖິ້ມໄປລ້າໆ; ພວກເຈົ້າຈະປູກພືດນາໆຊະນິດ ແຕ່ພວກເຈົ້າຈະບໍ່ໄດ້ກິນຜົນຂອງມັນ ຍ້ອນວ່າເຫຼົ່າສັດຕູຂອງພວກເຈົ້າຈະເຂົ້າມາຢຶດຄອງ ແລະກິນສິ່ງທີ່ພວກເຈົ້າໄດ້ລົງແຮງປູກຝັງນັ້ນ.
ຖ້າເຊື້ອສາຍຂອງເອຊາວ ຊາວເອໂດມ ເວົ້າວ່າ, “ຕົວເມືອງຕ່າງໆຂອງພວກເຮົາໄດ້ຖືກທຳລາຍ ແຕ່ພວກເຮົາຈະສ້າງເມືອງເຫຼົ່ານັ້ນຂຶ້ນໃໝ່.” ແລ້ວພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກໍຈະຕອບຄືນວ່າ, “ປ່ອຍໃຫ້ພວກເຂົາສ້າງຂຶ້ນໃໝ່ ແລະເຮົາຈະທຳລາຍລົງອີກ. ປະຊາຊົນຈະເອີ້ນມັນວ່າ, ‘ເມືອງເຄາະຮ້າຍ’ ແລະ ‘ຊົນຊາດທີ່ພຣະເຈົ້າຢາເວໂກດຮ້າຍຕະຫລອດໄປ.”’