16 ບັນດານັກຍິງໜ້າທະນູຂອງພວກເຂົາເປັນທະຫານທີ່ເກັ່ງກ້າ ແລະຂ້າຄົນໂດຍບໍ່ມີຄວາມເມດຕາ.
ສິ່ງທີ່ເຫຼົ່າສັດຕູຂອງຂ້ານ້ອຍເວົ້າເປັນທີ່ວາງໃຈບໍ່ໄດ້ເລີຍ ພວກເຂົາຄິດແຕ່ຫາທາງທຳລາຍເທົ່ານັ້ນ ຄືເວົ້າປະຈົບປະແຈງແລະເອາະເຊາະດີ ແຕ່ເຕັມໄປດ້ວຍຄຳຫລອກລວງ ໃຫ້ເຖິງຕາຍທັງສິ້ນ.
ພວກເຂົາຈະໃຊ້ໜ້າທະນູກັບລູກທະນູຂ້າພວກຊາຍໜຸ່ມ ແລະຈະບໍ່ເມດຕາພວກເດັກອ່ອນ ແລະເອັນດູພວກເດັກນ້ອຍ.
ລູກທະນູຂອງພວກເຂົາແຫລມ ແລະໜ້າທະນູກໍພ້ອມແລ້ວທີ່ຈະຍິງ. ກີບຕີນມ້າຂອງພວກເຂົາແຂງດັ່ງຫີນ ແລະຕີນລົດກໍປິ່ນດັ່ງລົມບ້າໝູ.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນກຳລັງມາແຕ່ປະເທດໜຶ່ງທາງທິດເໜືອ; ເປັນຊາດໜຶ່ງຊຶ່ງຢູ່ຫ່າງໄກທີ່ມີກຳລັງອຳນາດຕຽມສູ້ຮົບ.
ພວກເຂົາຖືໜ້າທະນູກັບດາບ ພວກເຂົາເປັນຄົນຮ້າຍກາດແລະຂາດຄວາມເມດຕາ. ພວກເຂົາຂີ່ມ້າສຽງດັງກຶກກ້ອງ ດັ່ງສຽງຂອງທະເລຄຶກຄະນອງ. ພວກເຂົາຕຽມພ້ອມເຮັດເສິກຕໍ່ສູ້ນະຄອນເຢຣູຊາເລັມ.”
ພຣະອົງຍິງໃສ່ຖືກໜ້າເອິກຊອດຫົວໃຈ ດ້ວຍລູກທະນູຊຶ່ງພຣະອົງມີໃນບັ້ງ
“ລຳຄໍຂອງພວກເຂົານັ້ນ ເປັນດັ່ງຂຸມຝັງສົບທີ່ໄຂຢູ່ ພວກເຂົາໃຊ້ລີ້ນຂອງພວກເຂົາ ໃນການລໍ້ລວງ” “ມີພິດງູຮ້າຍຢູ່ໃຕ້ຮີມປາກຂອງພວກເຂົາ”