Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 5:13 - ພຣະຄຳພີສັກສິ

13-14 ພວກເຂົາ​ເວົ້າ​ວ່າ, “ພວກ​ຜູ້ທຳນວາຍ​ບໍ່ມີ​ຫຍັງ​ດອກ ເປັນ​ພຽງແຕ່​ຖົງ​ລົມ​ເທົ່ານັ້ນ. ພວກເຂົາ​ບໍ່ມີ​ຖ້ອຍຄຳ​ຫຍັງ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.” ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເພາະ​ປະຊາຊົນ​ເຫຼົ່ານີ້​ໄດ້​ເວົ້າ​ເຊັ່ນນັ້ນ ເຮົາ​ຈະ​ກະທຳ​ໃຫ້​ຖ້ອຍຄຳ​ຂອງເຮົາ​ເປັນ​ດັ່ງ​ໄຟ​ທີ່​ປາກ​ຂອງເຈົ້າ. ປະຊາຊົນ​ຈະ​ເປັນ​ດັ່ງ​ຟືນ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ພວກເຂົາ​ຖິ້ມ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 5:13
13 Jak'a apnaqawi uñst'ayäwi  

ແຕ່​ພວກເຂົາ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ພວກ​ຜູ້ນຳຂ່າວ​ຂອງ​ພຣະເຈົ້າ ໂດຍ​ບໍ່ຍອມ​ຮັບ​ເອົາ​ຖ້ອຍຄຳ​ຂອງ​ພຣະອົງ ແລະ​ຫົວຂວັນ​ໃສ່​ຜູ້ທຳນວາຍ​ຂອງ​ພຣະອົງ; ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ຫລາຍ​ຍິ່ງ​ຂຶ້ນ ຈົນ​ບໍ່ມີ​ຜູ້ໃດ​ໜີພົ້ນ​ໄປ​ໄດ້.


ພວກເຈົ້າ​ຄິດ​ວ່າ​ຖ້ອຍຄຳ​ຂອງຂ້ອຍ​ເປັນ​ພຽງແຕ່​ລົມປາກ​ຊື່ໆ​ຊັ້ນບໍ? ແລ້ວ​ເປັນຫຍັງ​ບໍ່​ຕອບ​ຄຳເວົ້າ​ອັນ​ໝົດຫວັງ​ນັ້ນ?


ຄົນ​ທີ່​ສັນຍາ​ຈະ​ເອົາ​ຂອງ​ໃຫ້, ແຕ່​ບໍ່​ໃຫ້​ຈັກເທື່ອ ກໍ​ເທົ່າກັບ​ເມກ​ໝອກ​ແລະ​ລົມ​ບໍ່ມີ​ຝົນ.


ບັນດາ​ພະ​ບໍ່​ມີ​ຄ່າ​ເຫຼົ່ານີ້​ເຮັດ​ຫຍັງ​ບໍ່ໄດ້​ເລີຍ ເປັນ​ຮູບພະ​ທີ່​ອ່ອນແອ ແລະ​ຂາດ​ຣິດອຳນາດ.”


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຮູ້​ເຖິງ​ເລື່ອງ​ທີ່​ບັນດາ​ຜູ້ທຳນວາຍ​ກຳລັງ​ບອກ​ປະຊາຊົນ​ວ່າ ຈະ​ບໍ່ມີ​ເສິກ​ສົງຄາມ ແລະ​ການ​ອຶດຕາຍ​ດອກ ກໍ​ເພາະ​ພຣະອົງ​ໄດ້​ສັນຍາ​ໄວ້. ດັ່ງນັ້ນ ພວກເຂົາ​ເວົ້າ​ວ່າ, ໃນ​ດິນແດນ​ຂອງ​ພວກເຮົາ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ​ເທົ່ານັ້ນ.”


ເຮົາ​ຄື​ພຣະເຈົ້າຢາເວ​ບອກ​ເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ເຮັດ ຕໍ່​ພວກ​ຜູ້ທຳນວາຍ​ເຫຼົ່ານີ້ ແລະ​ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ; ແຕ່​ພວກເຂົາ​ເວົ້າ​ໃນ​ນາມ​ຂອງເຮົາ​ວ່າ ສົງຄາມ ແລະ​ຄວາມ​ອຶດຕາຍ​ຈະ​ບໍ່​ເກີດຂຶ້ນ​ຢູ່​ໃນ​ດິນແດນ​ນີ້; ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສົງຄາມ ແລະ​ໃນ​ການ​ອຶດຢາກ.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ພວກ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຖືກ​ລົມ​ພັດ​ໃຫ້​ໜີໄປ ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ດ້ວຍ. ນະຄອນ​ກໍ​ເປັນ​ມົນທິນ​ແລະ​ໄດ້​ຖືກ​ອັບອາຍ ເພາະ​ສິ່ງ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ໃນ​ລະຫວ່າງ​ສອງ​ປີ ເຮົາ​ຈະ​ນຳ​ຊັບສົມບັດ​ທັງໝົດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຢຶດເອົາ​ໄປ​ທີ່​ບາບີໂລນ​ນັ້ນ​ກັບຄືນ​ມາ​ທີ່​ນີ້.


ອາຊາຣີຢາ​ລູກຊາຍ​ຂອງ​ໂຮຊາອີຢາ ແລະ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ພ້ອມ​ດ້ວຍ​ຄົນ​ອວດດີ​ອື່ນໆ​ທັງໝົດ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ເວົ້າ​ບໍ່​ຈິງ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ບໍ່ໄດ້​ໃຊ້​ເຈົ້າ​ມາ​ບອກ​ພວກເຮົາ​ບໍ່​ໃຫ້​ໄປ​ອາໄສ​ຢູ່​ທີ່​ປະເທດ​ເອຢິບ.


ເວລາ​ແຫ່ງ​ການລົງໂທດ​ໄດ້​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ປະຊາຊົນ​ຈະ​ໄດ້​ຮັບ​ໃນ​ສິ່ງ​ທີ່​ສົມຄວນ​ໄດ້​ຮັບ. ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຮູ້ຈັກ. ພວກເຈົ້າ​ເວົ້າ​ວ່າ, “ຜູ້ທຳນວາຍ​ຄົນ​ນີ້​ໂງ່. ຄົນ​ທີ່​ມີ​ພຣະເຈົ້າ​ດົນໃຈ​ກໍ​ເປັນ​ຄົນ​ບໍ່​ເຕັມ.” ພວກເຈົ້າ​ກຽດຊັງ​ເຮົາ​ຫລາຍ​ທີ່ສຸດ ເພາະ​ບາບ​ຂອງ​ພວກເຈົ້າ​ໜາ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka