ເຢເຣມີຢາ 5:12 - ພຣະຄຳພີສັກສິ12 ປະຊາຊົນຂອງພຣະເຈົ້າຢາເວຕ່າງກໍປະຕິເສດພຣະອົງ ໂດຍເວົ້າວ່າ, “ພຣະອົງບໍ່ມີຣິດອຳນາດຫຍັງດອກ. ພວກເຮົາຈະບໍ່ມີຄວາມຍາກລຳບາກ; ພວກເຮົາຈະບໍ່ມີເສິກ ແລະຄວາມອຶດຢາກ.” Uka jalj uñjjattʼäta |
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”
ແລະໃຫ້ຊອມເບິ່ງມັນ. ຖ້າກວຽນນີ້ຕົງໄປທີ່ເມືອງເບັດເຊເມດ ກໍໝາຍຄວາມວ່າແມ່ນພຣະເຈົ້າຂອງຊາດອິດສະຣາເອນ ທີ່ໄດ້ສົ່ງຄວາມຈິບຫາຍອັນຮ້າຍແຮງນີ້ມາສູ່ພວກເຮົາ. ຖ້າບໍ່ເປັນເຊັ່ນນັ້ນແລ້ວ ພວກເຮົາກໍຈະຮູ້ໄດ້ວ່າບໍ່ແມ່ນພຣະອົງທີ່ໄດ້ສົ່ງໂຣກລະບາດນີ້ມາ, ແຕ່ມັນເປັນສິ່ງທີ່ໄດ້ເກີດຂຶ້ນແກ່ພວກເຮົາເທົ່ານັ້ນ.”