Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 5:1 - ພຣະຄຳພີສັກສິ

1 ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ແລ່ນ​ຜ່ານ​ຫົນທາງ​ເຖີດ ຈົ່ງ​ເບິ່ງ​ອ້ອມໆ​ຂ້າງ ຈົ່ງ​ສັງເກດ​ເບິ່ງເອງ​ເຖີດ ຈົ່ງ​ຄົ້ນເບິ່ງ​ບ່ອນ​ຕ່າງໆ ຕາມ​ຕະຫລາດ​ເບິ່ງດຸ ເຈົ້າ​ພົບ​ຜູ້ໜຶ່ງ​ຜູ້ໃດ​ບໍ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ສະແຫວງ​ຫາ​ຄວາມຈິງ​ຕໍ່​ພຣະເຈົ້າ? ຖ້າ​ພົບ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກໂທດ​ໃຫ້​ຄົນ​ເມືອງນີ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 5:1
29 Jak'a apnaqawi uñst'ayäwi  

ເພິ່ນ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັບໃຊ້​ພຽງແຕ່​ພຣະອົງ​ມາ​ຕະຫລອດ, ແຕ່​ປະຊາຊົນ​ອິດສະຣາເອນ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ໄດ້​ທຳລາຍ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພຣະອົງ. ມີ​ແຕ່​ຂ້ານ້ອຍ​ຄົນດຽວ​ເຫລືອຢູ່ ແລະ​ພວກເຂົາ​ກໍ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເສຍ.”


ສາຍຕາ​ຂອງ​ພຣະເຈົ້າຢາເວ​ໄດ້​ເຝົ້າເບິ່ງ​ທົ່ວໂລກນີ້​ທັງໝົດ ເພື່ອ​ໃຫ້​ກຳລັງ​ແກ່​ຜູ້​ທີ່​ມີ​ຈິດໃຈ​ສັດຊື່​ຕໍ່​ພຣະອົງ. ທ່ານ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂງ່ຈ້າ​ທີ່ສຸດ; ສະນັ້ນ ຕັ້ງແຕ່​ບັດນີ້​ໄປ ທ່ານ​ຈະ​ເຮັດ​ເສິກ​ຢູ່​ບໍ່​ຂາດ.”


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ດ້ວຍ ເພາະ​ຄົນ​ດີ​ບໍ່ມີ​ເຫຼືອ​ຢູ່ ແລະ​ຄົນ​ສັດຊື່​ກໍ​ຫາ​ບໍ່ໄດ້.


ພຣະເຈົ້າຢາເວ​ຫລຽວ​ເບິ່ງ​ມະນຸດ​ຈາກ​ສະຫວັນ ວ່າ​ມີ​ໃຜ​ແດ່​ທີ່​ສະຫລາດ ມີ​ໃຜ​ແດ່​ທີ່​ຊອກ​ສະແຫວງ​ຫາ​ພຣະອົງ.


ພວກເຂົາ​ລ້ວນແຕ່​ເຮັດ​ຜິດບາບ ແລະ​ເຮັດ​ການ​ຊົ່ວຮ້າຍ​ເໝືອນກັນ​ທຸກຄົນ ບໍ່ມີ​ຈັກ​ຄົນໜຶ່ງ​ຄົນດຽວ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເລີຍ.


ແມ່ນ​ໃຜ​ໄດ້​ຢືນ​ຕໍ່ຕ້ານ​ຄົນຊົ່ວຮ້າຍ​ແທນ​ຂ້າພະເຈົ້າ? ແມ່ນ​ໃຜ​ໄດ້​ເຂົ້າຂ້າງ​ຂ້າພະເຈົ້າ​ຕໍ່ສູ້​ຄົນ​ເຮັດ​ຊົ່ວ?


ມີ​ຫລາຍ​ຄົນ​ກ່າວອ້າງ​ເຖິງ​ຄວາມສັດຊື່​ຂອງຕົນ, ແຕ່​ຄົນ​ສັດຊື່​ຈິງໆ​ແມ່ນ​ຫາ​ຍາກ​ແທ້ໆ.


ຄວາມຈິງ, ປັນຍາ, ການ​ຮຽນຮູ້ ແລະ​ຄວາມ​ເຂົ້າໃຈ​ເປັນ​ຂອງ​ມີຄ່າ​ທີ່​ຄວນ​ຊື້​ຫາ​ມາ​ໄວ້ ສິ່ງ​ເຫຼົ່ານີ້​ທັງໝົດ​ມີຄ່າ​ສູງ​ທີ່ສຸດ ເກີນກວ່າ​ທີ່​ເຈົ້າ​ຈະ​ຂາຍ​ອອກ​ໄປ.


ປັນຍາ​ຢືນ​ຢູ່​ທີ່​ປາກ​ປະຕູ​ທາງ​ເຂົ້າ​ເມືອງ ໃກ້​ກັບ​ປະຕູ ປັນຍາ​ປະກາດ​ຂຶ້ນ​ວ່າ,


ຂ້ອຍ​ໄດ້​ໄປ​ທ່ຽວ​ຊອກຫາ​ລາວ​ຢູ່​ໃນ​ເມືອງ ຕາມ​ຫົນທາງ ແລະ​ຕາມ​ຮ່ອມ​ຕາມແຈ​ດ້ວຍ. ຂ້ອຍ​ຊອກ​ຄົ້ນຫາ​ຜູ້ໜຶ່ງ​ທີ່​ຂ້ອຍ​ຮັກ​ຫລາຍ ຂ້ອຍ​ຊອກ​ແນມຫາ​ແຕ່​ກໍ​ບໍ່​ພົບ​ລາວ​ຊໍ້າ.


ພວກເຈົ້າ​ໄປ​ສານ​ແຕ່​ຄວາມ​ຍຸດຕິທຳ​ຈະ​ບໍ່​ຢູ່​ຝ່າຍ​ພວກເຈົ້າ ເພາະ​ພວກເຈົ້າ​ເວົ້າ​ຕົວະ​ເພື່ອ​ເອົາ​ຊະນະ​ຄະດີ. ພວກເຈົ້າ​ໃຊ້​ອຸບາຍ​ເພື່ອ​ທຳຮ້າຍ​ຄົນອື່ນ.


ພວກເຈົ້າ​ຈົ່ມທຸກ​ຕໍ່​ເຮົາ​ເລື່ອງ​ຫຍັງ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະບົດ​ຕໍ່​ເຮົາ? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ


ແລ້ວ​ພວກ​ຜູ້ຊາຍ​ທີ່​ຮູ້ຈັກ​ວ່າ ເມຍ​ຂອງ​ພວກ​ຕົນ​ໄດ້​ຖວາຍບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ພວກຜູ້ຍິງ​ທັງໝົດ​ທີ່​ກຳລັງ​ຢືນ​ຢູ່​ທີ່​ນັ້ນ​ລວມທັງ​ຊາວ​ອິດສະຣາເອນ ທີ່​ໄດ້​ອາໄສ​ຢູ່​ທາງ​ພາກໃຕ້​ຂອງ​ເອຢິບ ຄື​ທັງໝົດ​ໂຮມ​ເປັນ​ຊຸມນຸມຊົນ​ໝູ່ໃຫຍ່ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,


ເຮົາ​ໄດ້​ຟັງ​ພວກເຈົ້າ​ຢ່າງ​ຕັ້ງໃຈ ແຕ່​ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ. ບໍ່ມີ​ຜູ້ໃດ​ເລີຍ​ໃນ​ພວກເຈົ້າ​ເສຍໃຈ​ຕໍ່​ບາບ​ທີ່​ຕົນ​ໄດ້​ເຮັດ; ບໍ່ມີ​ຜູ້ໃດ​ເລີຍ​ຖາມ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ?’ ທຸກຄົນ​ຕ່າງ​ກໍ​ເຮັດ​ໄປ​ຕາມ​ທາງ​ຂອງ​ຕົນເອງ ດັ່ງ​ມ້າ​ໂຕໜຶ່ງ​ທີ່​ກຳລັງ​ແລ່ນ​ເຂົ້າ​ສູ່​ສະໜາມຮົບ.


ຂ້ານ້ອຍ​ຢາກ​ມີ​ບ່ອນ​ໜຶ່ງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ຂ້ານ້ອຍ​ຫລົບ​ໜີ​ຈາກ​ປະຊາຊົນ​ຂອງ​ຂ້ານ້ອຍ​ໄດ້. ພວກເຂົາ​ລ້ວນແລ້ວ​ແຕ່​ເປັນ​ຄົນ​ຫລີ້ນຊູ້​ກັນ​ທັງໝົດ ເປັນ​ປະຊາຊົນ​ອັນ​ແໜ້ນໜາ​ທີ່​ກະບົດ​ຄົດລ້ຽວ.


ເພາະ​ເຫດ​ນີ້​ແຫຼະ ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ຫລອມ​ປະຊາຊົນ​ຂອງເຮົາ ດັ່ງ​ທີ່​ເຮົາ​ຫລອມ​ໂລຫະ ແລະ​ໃຫ້​ພວກເຂົາ​ປະເຊີນ​ກັບ​ການ​ທົດລອງ ມີ​ຫຍັງ​ແດ່​ທີ່​ຊ່ວຍເຫລືອ ເມື່ອ​ພວກເຂົາ​ມັກ​ເຮັດ​ຊົ່ວ?


ເຮົາ​ໄດ້​ຊອກ​ຫາ​ບາງຄົນ​ທີ່​ສາມາດ​ກໍ່​ກຳແພງ​ຂຶ້ນ ຄື​ຜູ້​ທີ່​ສາມາດ​ຢືນ​ຢູ່​ໃນ​ບ່ອນ​ກຳແພງ​ເພພັງ ແລະ​ປ້ອງກັນ​ດິນແດນ ເມື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ມາ​ທຳລາຍ​ເມືອງ ແຕ່​ເຮົາ​ກໍ​ຫາ​ບໍ່ໄດ້.


ແລ້ວ​ພຣະອົງ​ກໍ​ຕອບ​ວ່າ, “ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ໄດ້​ເຮັດ​ຜິດ ເພາະ​ການບາບ​ອັນ​ຮ້າຍແຮງ. ພວກເຂົາ​ໄດ້​ຂ້າ​ຄົນ​ທົ່ວ​ທັງ​ດິນແດນ ແລະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເຕັມ​ໄປ​ດ້ວຍ​ຄາດຕະກອນ. ພວກເຂົາ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ປະເທດ​ຂອງ​ພວກເຮົາ ພຣະເຈົ້າຢາເວ​ບໍ່​ຮູ້​ເຫັນ​ສິ່ງໃດ.’


ແຕ່​ເຈົ້າ​ດານີເອນ​ເອີຍ ໃຫ້​ເຈົ້າ​ຮຳ​ໜັງສື​ມ້ວນ​ນັ້ນ ແລະ​ຕີຕາ​ປະທັບ​ໃສ່​ໄວ້ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ຂອງ​ໂລກ​ມາເຖິງ. ໃນ​ເວລາ​ນັ້ນ ຄົນ​ຈຳນວນ​ຫລວງຫລາຍ​ຈະ​ແລ່ນ​ໄປ​ແລ່ນ​ມາ ແລະ​ຄວາມ​ຮູ້​ຈະ​ເພີ່ມ​ທະວີ​ຂື້ນ.”


ມັນ​ຟ້າວ​ບຸກ​ເຂົ້າ ແລະ​ກະຈາຍ​ໄປ​ທົ່ວເມືອງ ແລ້ວ​ຕ່າງ​ກໍ​ແລ່ນ​ຂ້າມ​ກຳແພງ​ໄປ; ມັນ​ປີນ​ຂຶ້ນໄປ​ສູ່​ເທິງ​ເຮືອນ​ທັງຫຼາຍ ແລະ​ລອດປ່ອງ​ເຂົ້າ​ໄປ​ດັ່ງ​ຂະໂມຍ​ງັດແງະ.


ປະຊາຊົນ​ຈະ​ທ່ອງທ່ຽວ​ໄປມາ ແຕ່​ທະເລຕາຍ​ຈົນເຖິງ​ທະເລ​ເມດີແຕຣາເນ ແລ້ວ​ແຕ່​ທາງ​ເໜືອ​ໄປ​ສູ່​ທາງ​ຕາເວັນອອກ. ພວກເຂົາ​ຈະ​ຊອກຫາ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຈາກ​ທຸກທີ່​ທຸກບ່ອນ ແຕ່​ພວກເຂົາ​ຈະ​ບໍ່​ພົບ.


ເທວະດາ​ຕົນ​ທຳອິດ​ໄດ້​ກ່າວ​ຕໍ່​ເທວະດາ​ຕົນ​ອື່ນ​ວ່າ, “ຈົ່ງ​ແລ່ນ​ໄປ​ບອກ​ຊາຍໜຸ່ມ​ທີ່​ຖື​ເຊືອກແທກ​ນັ້ນ​ວ່າ ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ມີ​ຄົນ​ກັບ​ສັດ​ຢ່າງ​ຫລວງຫລາຍ ຈົນ​ຈະ​ກໍ່​ກຳແພງ​ເມືອງ​ຂຶ້ນ​ບໍ່ໄດ້.


ດັ່ງນັ້ນ ຄົນ​ຮັບໃຊ້ ຈຶ່ງ​ກັບ​ມາ​ເລົ່າ​ເລື່ອງ​ທັງໝົດ ສູ່​ນາຍ​ຂອງຕົນ​ຟັງ ແລ້ວ​ເຈົ້າຂອງ​ເຮືອນ​ກໍ​ໃຈຮ້າຍ​ຫລາຍ ແລະ​ກ່າວ​ແກ່​ຄົນ​ຮັບໃຊ້​ວ່າ, ‘ຈົ່ງ​ຟ້າວ​ອອກ​ໄປ​ຕາມ​ຖະໜົນ​ໃຫຍ່ ແລະ​ຮ່ອມ​ນ້ອຍ​ໃນ​ເມືອງ ແລະ​ພາ​ຄົນ​ຍາກຈົນ ຄົນ​ພິການ ຄົນ​ຕາບອດ ແລະ​ຄົນ​ຂາ​ເສັ້ງ​ເຂົ້າ​ມາ​ທີ່​ນີ້.’


ແລະ​ໃຊ້​ກົນອຸບາຍ​ອັນ​ຊົ່ວຊ້າ​ທຸກຢ່າງ​ຫລອກລວງ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ. ຄົນ​ເຫຼົ່ານີ້​ຈະ​ຈິບຫາຍ​ໄປ​ເພາະ​ພວກເຂົາ​ບໍ່ໄດ້​ຍອມ​ຮັບ​ຄວາມຈິງ ຊຶ່ງ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka