ເຢເຣມີຢາ 49:7 - ພຣະຄຳພີສັກສິ7 ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເຖິງເອໂດມວ່າ, “ປະຊາຊົນເມືອງເຕມານໝົດປັນຍາແລ້ວບໍ? ບັນດາທີ່ປຶກສາຂອງພວກເຂົາບໍ່ໄດ້ບອກວ່າ ຄວນເຮັດຢ່າງໃດບໍ? ສະຕິປັນຍາຂອງພວກເຂົາໄປໃສໝົດແລ້ວ? Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາມີບາງສິ່ງທີ່ຈະກ່າວຕໍ່ປະເທດ ເພື່ອນບ້ານໃກ້ຄຽງທັງຫລາຍຂອງຊາດອິດສະຣາເອນ ຄືປະເທດທີ່ໄດ້ທຳລາຍດິນແດນທີ່ເຮົາໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນ. ເຮົາຈະຖອນຮາກຖອນເຫງົ້າຄົນຊົ່ວເຫຼົ່ານັ້ນ ໃຫ້ອອກໄປຈາກດິນແດນຂອງພວກເຂົາເໝືອນຫລົກຕົ້ນໄມ້ ແລະເຮົາຈະຊ່ວຍກູ້ເອົາຢູດາອອກຈາກພວກເຂົາ.
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.